ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ຮັ​ນ​ເຕີ ໄບ​ເດັນ ຈະ​ສາ​ລະ​ພາບ​ຜິດ ຕໍ່​ຂໍ້​ກ່າວ​ຫາ​ ​ພາ​ສີ ແລະ ປືນ


ທ່ານ ຮັນ​ເຕີ ໄບ​ເດັນ, ລູກ​ຊາຍ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ, ລົມ​ກັບ​ແຂກ​ຢູ່​ເດີ່ນ​ຫຍ້າ​ທິດ​ໃຕ້​ຂອງ​ທຳ​ນຽບ​ຂາວ ໃນ​ລະ​ຫວ່າງ​ບຸນ​ອີ​ສ​ເຕີ, 18 ເມ​ສາ 2022.
ທ່ານ ຮັນ​ເຕີ ໄບ​ເດັນ, ລູກ​ຊາຍ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ, ລົມ​ກັບ​ແຂກ​ຢູ່​ເດີ່ນ​ຫຍ້າ​ທິດ​ໃຕ້​ຂອງ​ທຳ​ນຽບ​ຂາວ ໃນ​ລະ​ຫວ່າງ​ບຸນ​ອີ​ສ​ເຕີ, 18 ເມ​ສາ 2022.

ທ່ານ ຮັນ​ເຕີ ໄບ​ເດັນ ລູກ​ຊາຍ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ໂຈ ໄບ​ເດັນ ໄດ້​ບັນລຸ​ຂໍ້​ຕົກ​ລົງ ​ກັບ​ກະ​ຊວງ​ຍຸ​ຕິ​ເພື່ອ​ສາ​ລະ​ພາບ​ຜິດ​ຕໍ່​ຂໍ້​ກ່າວ​ຫາ​ພາ​ສີ​ລັດ​ຖະ​ບານ​ກາງ​ ແລະ ອາ​ວຸດ ສາມ​ກະ​ທົງໃນ​ຂໍ້​ຕົກ​ລົງ​ເຊິ່ງ​ບໍ່​ມີ​ທ່າ​ທີວ່າ​ທ່ານ​ຈະ​ຖືກ​ຂັງ​ຄຸກ.

ອີງ​ຕາມ​ສຳ​ນວນ​ສານ​ໃນ​ວັນ​ອັງ​ຄານ​ວານ​ນີ, ລູກ​ຊາຍ​ອາ​ຍຸ 53 ປີ​ຂອງປະ​ທາ​ນາ​ທິ​ບໍ​ດີ, ​ທີ່ໄດ້​ມີ​ບັນ​ຫາ​ມາ​ດົນ​ນານກັບການ​ຕິດ​ຢາ​ເສບ​ຕິດ​ໂຄ​ເຄນ ແລະ ຈຸດ​ເພັ່ງ​ເລັງ​ຂອງ​ການ​ສືບ​ສວນ​ສອບ​ສວນ​ໃນ​ການ​ໂອນ​ເງິນ​ທາງ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ຂອງ​ທ່ານນັ້ນ, ຈະ​ສາ​ລະ​ພາບ​ຜິດ​ຕໍ່​ຂໍ້​ກ່າວ​ຫາ​ຄວາມ​ຜິດ​ດ້ານ​ພາ​ສີ​ສອງ​ກະ​ທົງ ສຳ​ລັບ​ການບໍ່​ສາ​ມາດ​ທີ່​ຈະ​ຈ່າຍ​ພາ​ສີ​ທັນ​ເວ​ລາ​ຂອງ​ທ່ານ​ໃນ​ປີ 2017 ແລະ 2018 ແລະ ຕົກ​ລົງ​ຕໍ່​ການ​ຄວບ​ຄຸມ​ການ​ປະ​ພຶດ.

ນອກ​ຈາກ​ນັ້ນ, ສຳ​ນວນ​ສານ​ໄດ້​ກ່າວ​ວ່າ​ກະ​ຊວງ​ຍຸ​ຕິ​ທຳ​ຈະ​ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່​ທ່ານ ຮັນ​ເຕີ ແຕ່​ໄດ້​ຕົກ​ລົງ​ທີ່​ຈະ​ບໍ່​ລົງ​ໂທດ​ທ່ານ​ໃນ​ການ​ເຊື່ອມ​ໂຍງ​ກັບ​ການ​ຊື້​ປືນ​ສັ້ນ​ໃນ​ປີ 2018 ເວ​ລາ​ທີ່​ລາວ​ໄດ້​ເສບ​ຢາ​ເສບ​ຕິດ, ແນວ​ໃດ​ກໍ່​ຕາມ​ລາວ​ໄດ້​ອ້າງ​ໃນ​ເອ​ກະ​ສານ​ຊື້​ວ່າ ລາວບໍ່​ໄດ້​ໃຊ້​ຢາ​ເສບ​ຕິດ. ຂໍ້​ຕົກ​ລົງ​ໄດ້​ຮຽກ​ຮ້ອງ​ໃຫ້​ທ່ານ ຮັນ​ເຕີ ບໍ່​ໃຊ້​ຢາ​ເສບ​ຕິດ​ເປັນ​ເວ​ລາ​ສອງ​ປີ ແລະ ຕົກ​ລົງ​ທີ່​ຈະ​ບໍ່​ຄອບ​ຄອງ​ອາ​ວຸດ​ປືນ​ອີກ.

ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ້​ມີ​ການ​ປຶກ​ສາ​ຫາ​ລື​ເປັນ​ເວ​ລາຫຼາຍ​ປີ​ ລະ​ຫວ່າງ​ທະ​ນາຍ​ຄວາມ​ຂອງ​ທ່ານ ຮັນ​ເຕີ ໄບ​ເດັນ ແລະ ທ່ານ ເດ​ວິດ ໄວ​ສ໌, ຫົວ​ໜ້າ​ໄອ​ຍະ​ການ​ ສະ​ຫະ​ລັດ ຂອງ​ລັດ ເດ​ລາ​ແວ, ຜູ້​ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ແຕ່​ຍັງ​ຄົງ​ດຳ​ລົງ​ຕຳ​ແໜ່ງ​ຢູ່ ຫຼັງ​ຈາກ​ການ​ຜ່າຍ​ແພ້​ການ​ເລືອກ​ຕັ້ງເພື່ອ​ດຳ​ລົງ​ຕຳ​ແໜ່ງ​ອີກ​ສະ​ໄໝ​ຂອງທ່ານ ທ​ຣຳ ໃຫ້​ທ່ານ ໄບ​ເດັນ ​ທີ່​ມີ​ອາ​ຍຸ​ສູງກວ່າ​ໃນ​ປີ 2020 ເພື່ອ​ສືບ​ຕໍ່​ຮັບ​ມື​ກັບ​ຄະ​ດີ​ທີ່​ມີ​ຄວາມ​ລະ​ອຽດ​ອ່ອນ​ທາງ​ການ​ເມືອງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG