ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຮັນເຕີ ໄບເດັນ ຂັດ​ຂືນຄຳສັ່ງ ຂອງສະພາຕ່ຳ ​ເພື່ອໄປໃຫ້ການ ກ່ຽວກັບກິດຈະກຳທາງທຸລະກິດ


ທ່ານຮັນເຕີ ໄບເດັນ,​ລູກຊາຍຂອງປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ, ກ່າວກັບນັກຂ່າວ ຢູ່ວໍຊິງຕັນ ໃນວັນທີ 13 ທັນວາ 2023. ທ່ານຮັນເຕີ ໄບເດັນ ໄດ້ຕຳນິບັນດາສະມາຊິກສະພາຂອງພັກຣີພັບບລີກັນ ທີ່ຂຸດຄົ້ນການຕິດຕໍ່ທາງທຸລະກິດຂອງທ່ານ, ໂດຍຢືນຢັນວ່າ ທ່ານຈະໃຫ້ການຕໍ່ໜ້າຄະນະລັດຖະສະພາ ໃນສາທາລະນະເທົ່ານັ້ນ.
ທ່ານຮັນເຕີ ໄບເດັນ,​ລູກຊາຍຂອງປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ, ກ່າວກັບນັກຂ່າວ ຢູ່ວໍຊິງຕັນ ໃນວັນທີ 13 ທັນວາ 2023. ທ່ານຮັນເຕີ ໄບເດັນ ໄດ້ຕຳນິບັນດາສະມາຊິກສະພາຂອງພັກຣີພັບບລີກັນ ທີ່ຂຸດຄົ້ນການຕິດຕໍ່ທາງທຸລະກິດຂອງທ່ານ, ໂດຍຢືນຢັນວ່າ ທ່ານຈະໃຫ້ການຕໍ່ໜ້າຄະນະລັດຖະສະພາ ໃນສາທາລະນະເທົ່ານັ້ນ.

ທ່ານ ຮັນເຕີ ໄບເດັນ, ລູກຊາຍຂອງປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ, ໃນວັນພຸດວານນີ້ ໄດ້ຂັດ​ຂືນຄຳສັ່ງຂອງລັດຖະສະພາ ​ເພື່ອ​ໄປໃຫ້ການແບບປິດລັບ ກ່ຽວກັບການດຳເນີນທຸລະກິດຢູ່ຕ່າງປະເທດ ທີ່ເຮັດໃຫ້ທ່ານມີລາຍໄດ້ຫຼາຍລ້ານໂດລາ, ພ້ອມກັບປະກາດວ່າ ພໍ່ຂອງທ່ານ ບໍ່ມີສ່ວນກ່ຽວຂ້ອງກັບເລື່ອງການເງິນຂອງທ່ານ.

ຂະນະ​ທີ່​ສະພາຕໍ່າ​ທີ່​ຄວບ​ຄຸມ​ໂດຍ​ພັກຣີພັບ​ບລິ​ກັນ​ ໄດ້ເດີນໜ້າ​ລົງ​ຄະ​ແນນ​ສຽງ​ເພື່ອ​ເປີດ​ການສອບ​ສວນ​ການ​ຟ້ອງ​ຮ້ອງ​ຜູ້ນຳ​ສະຫະລັດ​ຢ່າງ​ເປັນ​ທາງ​ການ, ລູກ​ຊາຍ​ອາຍຸ 53 ປີ​ຂອງ​ທ່ານ ​ໄດ້​ກ່າວ​ຕໍ່​ກອງ​ປະຊຸມນັກ​ຂ່າວ ​ຢູ່​ນອກ​ຫໍ​ສະພາ​ສະ ຫະລັດ​ວ່າ, “ບໍ່​ມີ​ຫຼັກ​ຖານສະໜັບສະໜູນ​ການ​ກ່າວ​ຫາທີ່ວ່າ ພໍ່ຂອງຂ້າພະເຈົ້າ ມີສ່ວນກ່ຽວຂ້ອງທາງດ້ານການເງິນໃນທຸລະກິດຂອງຂ້າພະເຈົ້າ, ເພາະວ່າມັນບໍ່ໄດ້ເກີດຂຶ້ນ."

ທ່ານໄບເດັນ ​ຜູ້​ເປັນ​ລູກ​ຊາຍ ໄດ້​ຖືກ​ສານ​ຮຽກໂຕ ​ໃຫ້​ໄປໃຫ້ການ​ແບບປິດລັບ ​ໃນ​ວັນ​ພຸດ​ວານ​ນີ້ ​ຕໍ່​ໜ້າ​ຄະນະ​ກຳມະການ​ກວດກາ​ຂອງ​ສະພາ​ຕ່ຳ, ​ເພື່ອ​ປະ​ເຊີນ​ໜ້າ​ກັບ​ຄຳ​ຖາມ​ຈາກ​ບັນດາ​ສະມາຊິກ​ສະພາ​ຂອງ​ພັກຣີພັບ​ບລິ​ກັນ ​ທີ່​ກ່າວ​ຫາ​ວ່າ ທ່ານ​ໄດ້ໂອນ​ເງິນ​ຈຳນວນ 20 ລ້ານ​ໂດ​ລາ​ ທີ່​ທ່ານ​ຖືກ​ກ່າວ​ຫາ​ວ່າ ​ໄດ້​ຮັບເງິນຈາກ​ການ​ຮ່ວມລົງທຶນທາງທຸລະກິດ​ໃນ​ຢູ​ເຄຣນ ​ແລະ​ຈີນ ​ໃນຊ່ວງ​ຫຼາຍ​ປີ​ທີ່​ຜ່ານ​ມາ ໄປໃຫ້ພໍ່ ແລະສະມາຊິກຂອງຄອບຄົວ ໄບເດັນ ຄົນອື່ນໆ.

ຄະ​ນະ​ກຳ​ມະ​ການ​ໄດ້​ນາບ​ຂູ່​ວ່າຈະ​ຈັບ​ທ່ານ ຮັນເຕີ ໄບເດັນ ໃນຂໍ້ຫາດູມິ່ນ​ລັດ​ຖະ​ສະ​ພາ ຖ້າ​ຫາກ​ທ່ານ​ບໍ່​ປະກົດຕົວ. ​ແຕ່​ທ່ານ​ໄດ້​ທ້າທາຍ​ຕໍ່​ໝາຍສານ​ດັ່ງກ່າວ, ​ໂດຍ​ຢືນຢັນວ່າ​ພັກຣີພັບ​ບລິ​ກັນ​ທີ່​ຊອກ​ຫາ​ທາງ​ຂັດຂວາງ​ການຫາສຽງໃນການລົງ​ແຂ່ງຂັນ​ເລືອກ​ຕັ້ງ​ປະທານາທິບໍດີ ​ຄືນ​ໃໝ່​ປີ 2024 ຂອງ​ພໍ່ຂອງທ່ານ ຈະເປັນການ “ເລືອກປະຕິບັດ” ໃນການໃຫ້ການຂອງທ່ານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG