ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ​ ຮັ້​ນ​ເຕີ ໄບ​ເດັນ ປ້ອງ​ກັນ ການ​ເຮັດ​ທຸ​ລະ​ກິດ ຂອງ​ທ່ານ ໃນ ຢູ​ເຄ​ຣນ ແລະ ຈີນ


ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ແລະ ລູກ​ຊາຍ​ຂອງ​ທ່ານ, ທ່ານ ຮັ້​ນ​ເຕີ ໄບ​ເດັນ ເບິ່ງ​ການ​ແຂ່ງ​ຂັນ​ກິ​ລາ ບາ​ສ​ແກັດ​ບອ​ລ ລະ​ດັບ​ມະ​ຫາ​ວິ​ທະ​ຍາ​ໄລ ລະ​ຫວ່າງ ມະ​ຫາ​ວິ​ທະ​ຍາ​ໄລ ຈອ​ຈ໌​ທາວ ກັບ ມະ​ຫາ​ວິທະ​ຍາ​ໄລ ດູກ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 30 ມັງ​ກອນ, 2010.
ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ແລະ ລູກ​ຊາຍ​ຂອງ​ທ່ານ, ທ່ານ ຮັ້​ນ​ເຕີ ໄບ​ເດັນ ເບິ່ງ​ການ​ແຂ່ງ​ຂັນ​ກິ​ລາ ບາ​ສ​ແກັດ​ບອ​ລ ລະ​ດັບ​ມະ​ຫາ​ວິ​ທະ​ຍາ​ໄລ ລະ​ຫວ່າງ ມະ​ຫາ​ວິ​ທະ​ຍາ​ໄລ ຈອ​ຈ໌​ທາວ ກັບ ມະ​ຫາ​ວິທະ​ຍາ​ໄລ ດູກ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 30 ມັງ​ກອນ, 2010.

ທ່ານ ຮັ້ນ​ເຕີ ໄບ​ເດັນ, ລູກ​ຊາຍ​ຂອງ​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ
ໄບ​ເດັນ, ໃນ​ວັນ​ອາ​ທິດ​ວານນີ້​ໄດ້​ກ່າວ​ປ້ອງ​ກັນ​ວຽກ​ຂອງ​ລາວ​ໃນ ຢູ​ເຄ​ຣນ ແລະ ຈີນ
ຫຼັງ​ຈາກ​ການ​ຮຽກ​ຮ້ອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃຫ້​ສອງ​ປະ​ເທດ​ດັ່ງ​ກ່າວ​
ສືບ​ສວນ​ທຸ​ລະ​ກິດ​ທີ່​ລາວ​ກຳ​ລັງ​ເຮັດ​ຢູ່, ເຊິ່ງ​ເປັນ​ການ​ຂໍ​ຮ້ອງ​ທີ່​ໄດ້​ເຮັດ​ໃຫ້​ທ່ານ ທ​ຣຳ
ຖືກຄອບ​ງຳ​ໄປ​ດ້ວຍ​ການ​ສືບ​ສວນ​ເພື່ອ​ການ​ຟ້ອງ​ຮ້ອງ.

ທ່ານ ຮັ້ນ​ເຕີ, ເຊິ່ງ​ພໍ່​ຂອງ​ລາວ​ແມ່ນ​ນຶ່ງ​ໃນ​ຜູ້​ລົງແຂ່ງ​ຂັນ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທີ່​ມີ​
ຄະ​ແນນ​ນຳ​ໜ້າ ໃນ​ການ​ພະ​ຍາ​ຍາມ​ທີ່​ຈະ​ໄປ​ແຂ່ງ​ກັບ​ທ່ານ​ ທ​ຣຳ ໃນ​ການ​ເລືອກ​ຕັ້ງ​
ປະ​ທາ​ນາ​ທິ​ບໍ​ດີ ປີ 2020 ນັ້ນ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ທີ່​ປະ​ກາດ​ໂດຍ​ທະ​
ນາຍ​ຄວາມ​ຂອງ​ລາວ​ວ່າ ເຖິງ​ແມ່ນ​ຈະ​ມີ​ການ​ກ່າວ​ຫາ​ຂອງ​ທ່ານ ທ​ຣຳ ກ່ຽວ​ກັບ ຄວາມ
ບໍ່​ເໝາະ​ສົມ ໃນ​ເວ​ລາ​ທີ່​ລາວ​ເປັນ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ຄົນ​ນຶ່ງ​ຂອ​ງ​ບໍ​ລິ​ສັດ​ພະ​
ລັງ​ງານ ບູ​ຣິ​ສ​ມາ ໃນ​ປະ​ເທດ ຢູ​ເຄ​ຣນ ເປັນ​ເວ​ລາ​ຫ້າ​ປີ​ກໍ​ຕາມ​ນັ້ນ, ມັນ​ກໍບໍ່​ໄດ້ມີ​ອົງ​ການ​
ບັງ​ຄັບ​ໃຊ້​ກົດ​ໝາຍ​ຕ່າ​ງ​ປະ​ເທດ ຫຼື ພາຍ​ໃນ​ປະ​ເທດ​ອົງ​ການ​ໃດ ໄດ້​ກ່າວ​ຫາ​ລາວ ກ່ຽວ​
ກັບ ການ​ກະ​ທຳ​ຜິດ​ໃດໆ.

ທ່ານ ຮັ້ນ​ເຕີ ໄບ​ເດັນ ໄດ້​ອອກ​ຈາກ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ສັດ ບູ​ຣິ​ສ​ມາ ໃນ​ເດືອນ​ເມ​
ສາ​ທີ່​ຜ່ານ​ມາ ແລະ​ໄດ້​ກ່າວ​ໂດຍບໍ່​ໄດ້​ໃຫ້​ຄຳ​ອະ​ທິ​ບາຍ​ວ່າ, ທ່ານ​ຈະ​ອ​ອກ​ຈາກ​ຄະ​ນະ​
ກຳ​ມະ​ການ​ບໍ​ລິ​ສັດບໍ​ລິ​ຫານທຶນ​ການ​ລົງ​ທຶນ BHR ຂອງ ຈີນ ໃນ​ທ້າຍ​ເດືອນ​ຕຸ​ລາ​ນີ້.

ລາຍ​ງານ​ການ​ເງິນ​ໄດ້​ກ່າວ​ວ່າ ທ່ານ​ໄດ້​ຖືກ​ຈ້າງຫຼາຍ​ເຖິງ 50,000 ໂດ​ລາ​ຕໍ່​ເດືອນ​ເພື່ອ
​ເຮັດ​ວຽກ​ໃຫ້​ຄະ​ນະ​ກຳ​ມະ​ການ ບູ​ຣິ​ສ​ມາ, ເຖິງ​ແມ່ນ​ວ່າຖະ​ແຫຼງ​ການ​ຂອງ​ທ່ານ​ເມື່ອ​ວັນ​
ເສົາ​ທີ່​ຜ່ານ ​ມາບໍ່​ໄດ້​ເວົ້າ​ເຖິງ​ເງິນ​ເດືອນ​ທີ່​ທ່ານ​ໄດ້​ຮັບ​ກໍ​ຕາມ. ທະ​ນາຍ​ຄວາມ​ຂອງ​ລູກ​
ຊາຍ​ທ່ານ ໄບ​ເດັນ, ທ່ານ ຈ​ອ​ຈ໌ ມີ​ຊາຍ​ເຣັ​ສ໌ ໄດ້​ກ່າວ​ວ່າ ຕຳ​ແໜ່ງ​ຂອງ​ທ່ານ​ໃນ​ບໍ​ລິ​ສັດ​
ລົງ​ທຶນ ຈີນ ແມ່ນບໍ່​ໄດ້​ຖືກ​ຈ້າງ, ແຕ່​ເມື່ອ​ສອງ​ປີ​ທີ່​ຜ່ານ​ມາ ທ່ານ ຮັ້​ນ​ເຕີ ໄບ​ເດັນ ໄດ້​ລົງ​
ທຶນ 420,000 ໂດ​ລາ ສຳ​ລັບ 10 ເປີ​ເຊັນ​ຂອງ​ທຸ​ລະ​ກິດ​ໃນ​ບໍ​ລິ​ສັດ​ນັ້ນ, ເຊິ່ງ​ທ່ານ​ຍັງ​ຄົງ​
ເປັນ​ເຈົ້າ​ຂອງ​ຢູ່, ເຖິງ​ແມ່ນ​ວ່າ​ທ່ານ​ຈະ​ບໍ່​ໄດ້​ຮັບ​ຜົນກຳ​ໄລ​ຈາກ​ການ​ລົງ​ທຶນ​ຂອງ​ທ່ານ​ກໍ​
ຕາມ.

ທ່ານ ມີ​ຊາຍ​ເຣັ​ສ໌ ໄດ້​ກ່າວ​ວ່າ “ທ່ານ ຮັ້ນ​ເຕີ ຄວບ​ຄຸມ​ກິດ​ຈະ​ກຳ​ທຸ​ລະ​ກິດ​ທີ່​ວ່ານີ້​ຢ່າງ​
ເປັນ​ອິ​ດ​ສະຫຼະ. ທ່ານບໍ່​ໄດ້​ເຊື່ອ​ວ່າ​ມັນ​ເໝາະ​ສົມ​ທີ່​ຈະ​ປຶກ​ສາ ກ່ຽວ​ກັບ ມັນ​ກັບ​ພໍ່​ຂອງ
​ທ່ານ, ພໍ່​ທ່ານ​ເອງ​ກໍ​ເຊັ່ນ​ກັນ.”

ແຕ່​ທ່ານ ທ​ຣຳ ໃນ​ທ້າຍ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ​ ໄດ້ໂທ​ຫາ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ
ທ່ານ ໂວ​ໂລ​ດິ​ເມຍ ເຊ​ເລັນ​ສ​ກີ ເພື່ອ​ຂໍ​ໃຫ້ ຢູ​ເຄ​ຣນ ຊ່ວຍສືບ​ສວນ​ສອບ​ສວນ​ກິດ​ຈະ​ກຳ
ທາງ​ທຸ​ລະ​ກິດ​ຂອງ​ລູກ​ຊາຍ​ທ່ານ ໄບ​ເດັນ ຢູ່​ທີ່​ນັ້ນ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ
ໂຈ ໄບ​ເດັນ ໃນ​ເວ​ລາ​ທີ່​ທ່ານ​ເປັນ​ຮອງ​ຂອງ ປະ​ທາ​ນາ​ທາ​ນາ​ທິ​ບໍ​ດີ ບາ​ຣັກ​ ໂອ​ບາ​ມາ
ເພື່ອ​ໃຫ້​ໄອ​ຍະ​ການ ຢູ​ເຄ​ຣນ ຍົກ​ເລີກ, ເປັນ​ການ​ຮຽກ​ຮ້ອງ​ທີ່ຫຼາຍ​ຢ່າງ ​ແມ່ນບໍ່​ກ່ຽວ​
ຂ້ອງ​ກັບ​ກິດ​ຈະ​ກຳ​ຂອງ​ບໍ​ລິ​ສັດ ບູ​ຣິ​ສ​ມາ ແລະ ໃນ​ເວ​ລາ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ
​ໂດຍ​ປະ​ເທດ​ຕາ​ເວັນ​ຕົກ​ອື່ນໆ. ຕໍ່​ມາທ່ານ ທ​ຣຳ ກໍໄດ້​ຂໍ​ໃຫ້ ຈີນ ສືບ​ສວນ​ລູກ​ຊາຍ​ຂອງ
​ທ່ານ ໄບ​ເດັນ.

ດ້ວຍ​ການ​ເປີດ​ເຜີຍ​ ກ່ຽວ​ກັບ ການ​ຮຽກ​ຮ້ອງ​ຂອງ​ທ່ານ ທ​ຣຳ ໂດຍ​ຜູ້​ປະ​ກາດ​ຄວາມ​ບໍ່​
ຖືກ​ຕ້ອງ​ຂອງ​ປະ​ຊາ​ຄົມ​ສືບ​ລັບ ສະ​ຫະ​ລັດ ແລະ ການ​ເປີດ​ເຜີຍ​ຂອງ ທຳ​ນຽ​ບ​ຂາວ ກ່ຽວ​
ກັບ ການ​ກ່າວໂດຍ​ທົ່ວ​ໄປ ກ່ຽວ​ກັບ​ການ​ລົມ​ໂທ​ລະ​ສັບ​ລະ​ຫວ່າງ​ທ່ານ ທ​ຣຳ ກັບ​ທ່ານ
ເຊ​ເລັນ​ສ​ກີ ທີ່​ຢືນ​ຢັນ​ເຖິງ​ການ​ຮຽກ​ຮ້ອງ​ຂອງ​ຜູ້​ນຳ ສະ​ຫະ​ລັດ ເພື່ອ​ໃຫ້​ ຢູ​ເຄ​ຣນ ທຳ​
ການ​ສືບ​ສວນ​ສອບ​ສວນ​ນັ້ນ, ພັກ​ເດ​ໂມ​ແຄ​ຣັດ ໃນ​ສະ​ພາ​ຕ່ຳ ກໍ​ໄດ້​ເປີດ​ການ​ສືບ​ສວນ
​ເພື່ອ​ການ​ຟ້ອງ​ຮ້ອງ​ຕໍ່​ທ່ານ ທ​ຣຳ. ທ່ານ ໂຈ ໄບ​ເດັນ ໄດ້​ກ່າວ​ວ່າ ທ່ານ ທ​ຣຳ “ໄດ້​ຕັດ​
ສິນ​ວ່າ​ກະ​ທຳ​ຜິດ​ໂດຍ​ທ່ານ​ເອງ” ແລະ “ຄວນ​ຖືກ​ຟ້ອງ​ຮ້ອງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG