ລາຍງານດັດຊະນີຄວາມອຶດຫິວໃນທົ່ວໂລກ ຫຼື Global
Hunger Index ປະຈຳປີ 2010 ທີ່ໄດ້ນຳອອກເຜີຍແຜ່
ໃນວັນຈັນທີ່ຜ່ານມານີ້ ໂດຍສະຖາບັນຄົ້ນຄວ້ານະໂຍບາຍ
ດ້ານອາຫານສາກົນ ຫລື International Food Policy
Research Institute ຊຶ່ງເອີ້ນຫຍໍ້ວ່າ IFPRI ນັ້ນ ໄດ້
ໃຫ້ຂໍ້ສັງເກດວ່າ ໃນໄລຍະໝໍ່ໆມານີ້ ພວກນັກຊ່ຽວຊານ
ທັງຫລາຍໄດ້ພາກັນສະຫລູບວ່າ ການຂາດອາຫານບຳລຸງ
ໃນຊ່ວງຕັ້ງແຕ່ຕອນຢູ່ໃນທ້ອງແມ່ຈົນຮອດອາຍຸສອງຂວບ
ນັ້ນ ແມ່ນສາມາດມີຜົນກະທົບຢ່າງຮ້າຍແຮງ ແລະຍາວ
ນານ ຕໍ່ສຸຂະພາບຂອງເດັກນ້ອຍໄດ້.
ເດັກນ້ອຍທີ່ບໍ່ໄດ້ຮັບອາຫານ
ຢ່າງພຽງພໍໃນໄລຍະປະມານ
1 ພັນມື້ທໍາອິດໃນຊີວິດຂອງເດັກນັ້ນ ສາມາດມີຮ່າງກາຍລີບ
ໃຫຍ່ເທົ່າທີ່ຄວນຈະເປັນ ແລະມັກເຈັບປ່ວຍ ແລະເສຍຊີວິດ
ຫຼາຍກວ່າພວກເດັກນ້ອຍ ທີ່ໄດ້ກິນອາຫານຢ່າງພຽງພໍ.
ທ່ານນາງມາຣີ ຣູແອລ ທີ່ສະຖາບັນ IFPRI ກ່າວວ່າ
ການປ້ອງກັນບໍ່ໃຫ້ເດັກອຶດຫິວຈະຊ່ວຍໃຫ້ເດັກນ້ອຍຈະເລີນ
ເຕີບໂຕໄວ ທັງໃນດ້ານຮ່າງກາຍແລະຈິດໃຈ. ທ່ານນາງຊີ້ແຈງວ່າ:
“ເດັກນ້ອຍເຫຼົ່ານັ້ນ ມັກຈະຮຽນໜັງສືເກັ່ງ ແລະ ຈະເຂົ້າໂຮງຮຽນດົນ ບໍ່ໜີອອກກ່ອນຮຽນຈົບ. ແລະ ທາງ IFPRI ໄດ້ສະແດງໃຫ້ເຫັນວ່າ ເມື່ອໃຫຍ່ຂຶ້ນມາ ເດັກນ້ອຍທີ່ໄດ້ກິນອາຫານພຽງພໍ ມັກຈະໄດ້ເຮັດວຽກທີ່ມີເງິນເດືອນສູງກວ່າ ເດັກນ້ອຍທີ່ຂາດອາຫານບໍາລຸງ ໃນສັດສ່ວນລື່ນກັນທີ່ຂ້ອນຂ້າງສູງ ຄືສູງເຖິງ 46 ເປີຊັນ.”
ທ່ານນາງມາຣີ ຣູເເອລ ກ່າວວ່າ ທັງໝົດນີ້ແມ່ນໝາຍຄວາມວ່າ ຄວາມສາມາດຜະຫລິດ ຂອງຄົນລຸ້ນຕໍ່ໆໄປ ຫລືອານາຄົດຂອງ ຊາດນັ້ນ ສ່ວນໃຫຍ່ແມ່ນຂຶ້ນກັບໄລຍະນຶ່ງພັນມື້ ທໍາອິດຂອງຊີວິດຂອງເດັກນ້ອຍຂອງຊາດ. ທ່ານນາງກ່າວເພີ້ມເຕີມວ່າ:
“ສະນັ້ນແລ້ວ ພວກເຣົາຈຶ່ງໄດ້ພາກັນເລັງໃສ່ 1 ພັນມື້ທຳອິດຂອງຊີວິດເດັກ ເພາະວ່າຫລັງຈາກມື້ນີ້ໄປ ແລ້ວ ຜົນກະທົບຂອງການຂາດອາຫານນັ້ນ ແມ່ນຮ້າຍແຮງ ແລະ ຍາກທີ່ຈະຕ່າວປີ້ນ ຫລື ແກ້ໄຂໄດ້ໃຫ້ດີຂຶ້ນໄດ້.”
ຂໍ້ມູນທີ່ສະແດງໃຫ້ເຫັນ ການກ່ຽວພັນກັນລະຫວ່າງ ການກິນອາຫານທີ່ມີທາດບໍາລຸງ ພຽງພໍ ແລະ ຄວາມຈະເລີນເຕີບໂຕຂອງຮ່າງກາຍເດັກນ້ອຍ ແມ່ນໄດ້ຄ່ອຍໆປາກົດໃຫ້ ເຫັນເປັນເວລາຫລາຍທົດສະວັດແລ້ວ ແຕ່ທ່ານນາງ ຣູເເອລ ກ່າວວ່າ:
“ການທີ່ພວກນັກໂພຊະນາການຮູ້ແລະລົງຄວາມເຫັນວ່າ ຕ້ອງໄດ້ເຂົ້າແຊກແຊງ ແຕ່ພຽງຢ່າງດຽວນັ້ນ ແກ້ໄຂບັນຫານີ້ບໍ່ໄດ້. ມັນຈະຕ້ອງມີນັກການເມືອງໃຫ້ ຄວາມຮ່ວມມືນໍາອີກດ້ວຍ ແລະ ພວກທີ່ຈະຈັດຕັ້ງປະຕິບັດ ຄືປະຊາຊົນທີ່ເອົາ ໄປປະຕິບັດໃຫ້ເກີດຜົນອີກດ້ວຍ”
ທ່ານນາງຣູແອລ ກ່າວຕໍ່ໄປວ່າ ມີຮ່່ອງຮອຍທີ່ໃຫ້ກໍາລັງໃຈຫລາຍຢ່າງທີ່ສະແດງໃຫ້ເຫັນວ່າ ພວກນັກການເມືອງ ແລະພວກຈັດຕັ້ງປະຕິບັດກໍາລັງເລີ້ມໃຫ້ຄວາມສົນໃຈຕໍ່ເລື້ອງນີ້ແລ້ວ. ເວລານີ້ ພວກປະເທດບໍລິຈາກເງິນຊ່ວຍເຫລືອທີ່ສຳຄັນຫລາຍລາຍ ແລະ ອົງການສະຫະ ປະຊາຊາດ ກຳລັງແນເປົ້າໝາຍຂອງໂຄງການບັນເທົາຄວາມອຶດຫິວໃສ່ພວກຜູ້ຍິງຖືພາ ແລະ ເດັກທີ່ຍັງນ້ອຍໆຢູ່ ໂດຍສຸມໃສ່ການປັບປຸງດ້ານອາຫານການກິນໃຫ້ດີຂຶ້ນ ຫຼື ບໍ່ກໍໃຫ້ ອາຫານເສີມ ແລະ ຊ່ວຍໃຫ້ພວກເຂົາເຈົ້າໄດ້ຊົມໃຊ້ການບໍລິການດ້ານດູແລຮັກສາສຸຂະພາບ ກ່ອນເກີດລູກ ແລະ ສົ່ງເສີມຊຸກຍູ້ໃຫ້ແມ່ລ້ຽງລູກດ້ວຍນໍ້ານົມຕົນເອງແຕ່ພຽງຢ່າງດຽວເທົ່າ ນັ້ນໃນໄລຍະ 6 ເດືອນທຳອິດນັບຕັ້ງແຕ່ເດັກນ້ອຍອອກມາມືນຕາເບິ່ງໂລກ.
ທ່ານນາງ ຣູເເອລ ແຫ່ງສະຖາບັນ IFPRI ໄດ້ຍົກປະເທດໄທຂຶ້ນມາເປັນໂຕຢ່າງ ໂດຍໃຫ້ ຄຳເຫັນວ່າໃນຊຸມປີ 1980 ນັ້ນ ປະເທດໄທສາມາດຫລຸດຜ່ອນສະພາບການຂາດອາຫານ ໃນກຸ່ມເດັກນ້ອຍລົງໄດ້ ໂດຍການລະດົມອາສາສະມັກເປັນຈຳນວນຫລວງຫລາຍ ໃຫ້ເດີນ ທາງໄປໃຫ້ການສຶກສາແກ່ປະຊາຊົນຢູ່ຕາມເຂດຊົນນະບົດ ໃຫ້ຮູ້ກ່ຽວກັບເລື້ອງສຸຂະພາບ ແລະ ການກິນອາຫານທີ່ມີທາດບຳລຸງດີ. ທ່ານນາງຣູແອລເວົ້າວ່າ:
“ປະເທດໄທໄດ້ສົ່ງເສີມຢ່າງແຂງຂັນອີ່ຫລີ ໃຫ້ມີການກິນອາຫານທີ່ມີຄວາມຫຼາກ ຫຼາຍ ແລະ ປູກຝັງນິໃສໃນການກິນອາຫານທີ່ດີໆ. ເຂົາເຈົ້າສະໜອງອາຫານໃຫ້ ປະຊາຊົນຫລາຍຂຶ້ນ ທັງຍັງໄດ້ສິດສອນໃຫ້ປະຊາຊົນຮູ້ຈັກນຳໃຊ້ອາຫານນັ້ນ ໃຫ້ເປັນປະໂຫຍດພ້ອມທັງຝຶກອົບຮົມໃຫ້ປະຊາຊົນ ຮູ້ຈັກວິທີການທີ່ດີໃນການ ລ້ຽງລູກຂອງພວກເຂົາເຈົ້າອີກດ້ວຍ.”
ທ່ານນາງ ມາຣີ ຣູເເອລ ກ່າວເພີ້ມອີກວ່າ ປະເທດຕ່າງໆ ອາດຈະໃຊ້ວິທີການທີ່ແຕກຕ່າງ ກັນໄປ ໃນການຫລຸດຜ່ອນສະພາບຂາດອາຫານຂອງພວກເດັກນ້ອຍ ແຕ່ການແກ້ໄຂບັນ ຫາອຶດຫິວ ແລະ ສະພາບທຸກຈົນຈະບໍ່ຄືບໜ້າໄປໄດ້ ຈົນກວ່າວ່າປະເທດເຫຼົ່ານັ້ນ ຈະເລີ່ມ ເພັ່ງເລັງຄວາມສົນໃຈໄປໃສ່ ຊ່ວງນຶ່ງພັນມື້ ທໍາອິດຂອງເດັກນ້ອຍ ຊຶ່ງເປັນຊ່ວງເວລາທີ່ ສຳຄັນທີ່ສຸດໃນຊີວິດຂອງພວກເຂົາ ນັບຕັ້ງແຕ່ມື້ພວກເຂົາເກີດຂຶ້ນມານັ້ນ.