ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອ່າງຕົມພິດທີ່ແຕກແຫງ ມີທ່າທາງວ່າຈະພັງ


ຕຳຫຼວດແລະທະຫານຮັງກາຣີ ຊ່ອຍໃນການຍົກຍ້າຍປະຊາຊົນ ອອກຈາກເມືອງ Kolontar
ຕຳຫຼວດແລະທະຫານຮັງກາຣີ ຊ່ອຍໃນການຍົກຍ້າຍປະຊາຊົນ ອອກຈາກເມືອງ Kolontar

ນາຍົກລັດຖະມົນຕີຮັງກາຣີກ່າວວ່າ ຄູກັ້ນອ່າງເກັບຕົມທີ່ ແຕກ ແລະພາໃຫ້ມີຕົມພິດໄຫຼຖ້ວມຫຼາຍໆຫົວເມືອງນັ້ນ ມີທ່າທາງເປັນໄປໄດ້ສູງທີ່ຈະພັງລົງ.

ທ່ານ Viktor Orban ກ່າວວ່າ ມີຮອຍແຕກທີ່ສາມາດ ມອງເຫັນໄດ້ຢູ່ໃນຄູກັ້ນອ່າງເກັບຕົມ. ທ່ານເວົ້າວ່າ ມີວັດ ຖຸສາມາດກັດໄໝ້ ປະມານ 500,000 ແມັດກ້ອນ ຈະ ໄຫຼອອກມາຖ້າຝາຄູກັ້ນຫາກພັງລົງ.

ທ່ານ Orban ໃຫ້ທັດສະນະຄວາມເຫັນດັ່ງກ່າວ ໃນວັນ ເສົາມື້ນີ້ ຫຼັງຈາກພວກເຈົ້າໜ້າທີ່ ໄດ້ຍົກຍ້າຍປະຊາຊົນ ອອກຈາກເມືອງ Kolontar ທີ່ຕັ້ງຢູ່ໃກ້ໆອ່າງເກັບຕົມ ທີ່ໄດ້ຮັບຄວາມເສຍຫາຍນັ້ນ.

ເຈົ້າໜ້າທີ່ຮັງກາຣີກ່າວວ່າ ການແຕກຂອງອ່າງເກັບ ໃນມື້ວັນຈັນຜ່ານມານີ້ ພາໃຫ້ມີຕົມພິດ ປະມານ 700,000 ແມັດກ້ອນໄຫຼອອກມາ.

ລັດຖະມົນຕີກະຊວງພາຍໃນຮັງກາຣີ ທ່ານ Sandor Pinter ກ່າວໃນມື້ວານນີ້ວ່າ ຕົມພິດ ທີ່ໄຫຼອອກມາຈາກອ່າງ ບໍ່ໄດ້ມີຜົນກະທົບຕໍ່ແຫຼ່ງນໍ້າດື່ມ ແລະບໍ່ໄດ້ເປັນໄພອັນຕະລາຍຂົ່ມຂູ່ ຕໍ່ແມ່ນໍ້າ Danube ແຕຢ່າງໃດ.

ແຕ່ແນວໃດກໍຕາມ ກຸ່ມປົກປ້ອງສະພາບແວດລ້ອມ Greenpeace ກ່າວວ່າ ການກວດ ສອບສະແດງໃຫ້ເຫັນວ່າ ມີທາດໂລຫະໜັກເຈືອປົນໃນລະດັບສູງ ຢູ່ໃນຕົມທີ່ໄຫຼອອກມາ ແລະມີສານໜູສູງເປັນສອງເທົ່າຂອງລະດັບປົກກະຕິທີ່ມີການພົບເຫັນໃນຂອງແຫຼວທີ່ປ່ອຍ ອອກມາຈາກ ໂຮງງານອາລູມີນຽມ.

XS
SM
MD
LG