ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປະຊາຊົນ ຮັງກາຣີ ປະຕິເສດຢ່າງຖ້ວມລົ້ນ ໂຄຕ້າຈຳນວນຜູ້ຍົກຍ້າຍ ຖິ່ນຖານຂອງ EU


ບັນດາຜູ້ລົງຄະແນນສຽງລ່ວງໜ້າໃນວັນອາທິດວານນີ້ ໄດ້ຫຼັ່ງໄຫຼໄປສະຖານທີ່ຢັ່ງຫາງສຽງແຫ່ງຕ່າງໆໃກ້ກັບເຂດຊາຍແດນຕິດກັບ ເຊີເບຍ ຂອງ ຮັງກາຣີ, ເມືອງ Morahalm, ຮັງກາຣີ, 2 ຕຸລາ, 2016. (H. Murdock/VOA)
ບັນດາຜູ້ລົງຄະແນນສຽງລ່ວງໜ້າໃນວັນອາທິດວານນີ້ ໄດ້ຫຼັ່ງໄຫຼໄປສະຖານທີ່ຢັ່ງຫາງສຽງແຫ່ງຕ່າງໆໃກ້ກັບເຂດຊາຍແດນຕິດກັບ ເຊີເບຍ ຂອງ ຮັງກາຣີ, ເມືອງ Morahalm, ຮັງກາຣີ, 2 ຕຸລາ, 2016. (H. Murdock/VOA)

ປະຊາຊົນຊາວ ຮັງກາຣີ ໄດ້ປະຕິເສດໂຄຕ້າຈຳນວນຜູ້ຍົກຍ້າຍຖິ່ນຖານຂອງ ສະຫະພາບ ຢູໂຣບ ຫຼື EU ສຳລັບປະເທດຂອງພວກເຂົາເຈົ້າຢ່າງຖ້ວມລົ້ນ ໃນການລົງປະຊາມະຕິໃນ ວັນອາທິດວານນີ້ ເຊິ່ງຖືກຮຽກຮ້ອງໃຫ້ມີຂຶ້ນໂດຍລັດຖະບານຂອງນາຍົກລັດຖະມົນຕີ ທ່ານ Viktor Orban.

ອີງຕາມຂໍ້ມູນທີ່ຖືກເປີດເຜີຍໃນເວັບໄຊທ໌ ຂອງຫ້ອງການການເລືອກຕັ້ງແຫ່ງຊາດຂອງ ຮັງກາຣີ, ດ້ວຍຄະແນນສຽງທີ່ໄດ້ຖືກນັບເກືອບ 95 ເປີເຊັນນັ້ນ, ປະຊາຊົນຫຼາຍກວ່າ 98 ເປີເຊັນໄດ້ປ່ອນບັດລົງຄະແນນສຽງຂອງພວກເຂົາເຈົ້າຕໍ່ຕ້ານໂຄຕາຂອງ EU ດ່ັງກ່າວ.

ແນວໃດກໍຕາມ, ການລົງຄະແນນສຽງນັ້ນ ແມ່ນຄາດວ່າຈະໃຊ້ຜົນບໍ່ໄດ້ ໃນຂະນະທີ່ຜົນທີ່ ອອກມາມີຈຳນວນຕ່ຳກວ່າ 50 ເປີເຊັນ ບວກກັບ 1 ຄະແນນສຽງເຊິ່ງຖືກກຳນົດໄວ້ໃນ ຕອນເລີ່ມຕົ້ນນັ້ນ.

ຫ້ອງການການເລືອກຕັ້ງແຫ່ງຊາດກ່າວວ່າ ຕອນ 17 ໂມງ 30 ຜົນທີ່ອອກມາແມ່ນມີພຽງ ແຕ່ 40 ເປີເຊັນເທົ່ານັ້ນ. ອີງຕາມຕົວເລກດັ່ງກ່າວ, ບັນດານັກວິເຄາະທີ່ສະຖາບັນການ ຄົ້ນຄວ້າ ແລະ ທີ່ປຶກສານະໂຍບາຍການເມືອງໄດ້ຄາດເດົາວ່າຜົນທີ່ອອກມາບັ້ນປາຍຈະ ບໍ່ກາຍ 46 ເປີເຊັນ. ແຕ່ວ່າມັນຈະມີຜົນບັງຄັບໃຊ້ໄດ້ຫຼືບໍ່ນັ້ນ, ຜົນຂອງການຢັ່ງຫາງສຽງ ແມ່ນຈະບໍ່ມີຂໍ້ຜູກມັດຢ່າງຖືກຕ້ອງຕາມກົດໝາຍໃນ ຮັງກາຣີ ຫຼື ໃນສະຫະພາບ ຢູໂຣບ.

Hungary Referendum
please wait
Embed

No media source currently available

0:00 0:01:26 0:00

Hungarians overwhelmingly rejected the European Union migrant quotas for their country at a referendum Sunday called by Prime Minister Viktor Orban's government.

According to the data posted on the website of Hungary's National Election Office, with almost 95 percent of votes counted, over 98 percent cast their ballots against EU quotas.

However, the vote was expected to be invalid as the turnout was less than the 50 percent plus-one-vote threshold required.

Turnout had reached only about 40 percent by 5:30 p.m. (1530 GMT), the National Election Office said. Based on that figure, analysts at the Political Capital research and consultancy institute projected a final turnout of not higher than 46 percent. But whether valid or not, the poll results will not be legally binding in Hungary or in the European Union.

XS
SM
MD
LG