ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮັງກາຣີ ລົງຄະແນນສຽງ ກ່ຽວກັບ ການປະຕິ ເສດ ໂຄຕາ ຈຳນວນອົບພະຍົບຂອງ EU


ຜູ້ຊາຍຄົນໜຶ່ງ ຖືເຈ້ຍລົງຄະແນນສຽງ ໃນຂະນະທີ່ລາວ ລົງຄະແນນຄັດຄ້ານນະໂຍບາຍຂອງນາຍົກລັດຖະມົນຕີ ຮັງກາຣີ ທ່ານ Viktor Orban ກ່ຽວກັບ ຜູ້ຍົກຍ້າຍຖິ່ນຖານ
ໃນການລົງປະຊາມະຕິ, ນະຄອນຫຼວງ Budapest, ຮັງກາຣີ. 2 ຕຸລາ, 2016.
ຜູ້ຊາຍຄົນໜຶ່ງ ຖືເຈ້ຍລົງຄະແນນສຽງ ໃນຂະນະທີ່ລາວ ລົງຄະແນນຄັດຄ້ານນະໂຍບາຍຂອງນາຍົກລັດຖະມົນຕີ ຮັງກາຣີ ທ່ານ Viktor Orban ກ່ຽວກັບ ຜູ້ຍົກຍ້າຍຖິ່ນຖານ ໃນການລົງປະຊາມະຕິ, ນະຄອນຫຼວງ Budapest, ຮັງກາຣີ. 2 ຕຸລາ, 2016.

ຊາວ Hungary ພາກັນປ່ອນບັດລົງປະຊາມະຕິໃນວັນອາທິດມື້ນີ້ ວ່າຈະຮັບເອົາ ຫຼື ຈະ ຄັດຄ້ານໂຄຕ້າການຂອງສະຫະພາບຢູໂຮບຫຼືບໍ່ ໃນການຮັບເອົາຊາວຕ່າງດ້າວເຂົ້າມາ ຕັ້ງຖິ່ນຖານໃໝ່.

ນຍ Viktor Orbanທີ່ໄດ້ກຳອຳນາດມາຕັ້ງແຕ່ປີ 2010 ຫວັງວ່າ ການຢັ່ງສຽງມະຫາຊົນ ຄັ້ງນີ້ ຈະສະໜັບສະໜູນຣັດຖະບານຂອງທ່ານ ເພື່ອຄັດຄ້ານ ແຜນການໃດໆກໍຕາມໃນ ອະນາຄົດ ທີ່ສະເໜີຂຶ້ນໂດຍອີຢູ.

ນາງ Zsusanna Tothຊາວເມືອງໃນທ້ອງຖິ່ນໄດ້ບອກອົງການຂ່າວສານ ເອພີ ວ່າ “ແນ່ ນອນ ພວກເຮົາບໍ່ເຫັນພ້ອມກັບຈຳນວນຕົວເລກໃນໂຄຕ້າດັ່ງກ່າວ ເພາະວ່າມັນຈະ ປ່ອຍໃຫ້ຜູ້ຄົນເຂົ້າມາໃນປະເທດນີ້ ໂດຍບໍ່ມີການຄວບຄຸມ ເຖິງແມ່ນພວກເຮົາຢາກຈະ ຊ່ອຍພວກອົບພະຍົບກໍຕາມ ແຕ່ມັນກໍຍັງບໍ່ຄວນໃຫ້ເປັນຄືແນວນີ້. ຂ້າພະເຈົ້າໝາຍ ຄວາມວ່າ ມັນຕ້ອງມີການຄວມຄຸມຜູ້ຄົນແບບໃດແບບນຶ່ງ ເພາະສະນັ້ນການລົງປະຊາ ມະຕິຄັ້ງນີ້ຈຶ່ງເປັນເລື່ອງສຳຄັນແທ້ໆ ບໍ່ດັ່ງນັ້ນວັດທະນະທຳຂອງປະເທດຊາດຂອງ ພວກເຮົາກໍຈະມີອັນປ່ຽນແປງ."

ທ່ານ ອໍເບິນ ໄດ້ສົ່ງກຳລັງຕຳຫຼວດລາດຕະເວນຊາຍແດນພ້ອມທັງທະຫານປະກອບອາ ວຸດໄປປະຈຳການຢູ່ທາງພາກຕາເວັນຕົກສຽງໃຕ້ຂອງ Hungary. ນອກນັ້ນທ່ານຍັງໄດ້ ຊຸກຍູ້ໃຫ້ປະຊາຊົນ Hungary

ສະແດງໃຫ້ສະຫະພາບຢູໂຣບເຫັນວ່າ ນະໂຍບາຍຄົນເຂົ້າມເມືອງຂອງຕົນມີຊ່ອງໂວ່ ທັງ ເປັນໄພຂົ່ມຂູ່ຕໍ່ປະເທດອື່ນນຳ.

ບັນດາອົງການມະນຸດສະທຳຕ່າງໆ ພາກັນຕ້ອງຕິວິທີການແຂງກະດ້າງໃນການຕ້ອນຮັບ ຊາວອົບພະຍົບຂອງ ນຍ ທ່ານນີ້.

ໃນວັນສຸກຜ່ານມານີ້ ຝູງຊົນ 1 ພັນ 5 ຮ້ອຍຄົນໄດ້ພາກັນປະທ້ວງຕໍ່ການລົງປະຊາມະຕິ ດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Hungarian Referendum Edl Version
please wait

No media source currently available

0:00 0:02:05 0:00

XS
SM
MD
LG