ພວກປະທ້ວງຫຼາຍພັນຄົນໄດ້ເດີນຂະບວນໃນນະຄອນຫຼວງ Budapest ຂອງ ຮັງກາຣີ ໃນວັນອາທິດວານນີ້, ສົ່ງສຽງຮ້ອງ ແລະ ຖືປ້າຍປະທ້ວງກ່ຽວກັບ ການປິດຢ່າງກະທັນຫັນ ຂອງໜັງສືພິມພັກການເມືອງຝ່າຍກົງກັນຂ້າມທີ່ໃຫຍ່ທີ່ສຸດຂອງປະເທດ.
ພວກປະທ້ວງໄດ້ແນເປົ້າໝາຍໃສ່ນາຍົກລັດຖະມົນຕີທ່ານ Vicktor Orban ຜູ້ທີ່ໄດ້ຖືກ ກ່າວຫາທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບ ການຍັບຢັ້ງເສລີພາບດ້ານຂ່າວສານ ແລະ ແຍກສື່ມວນຊົນເອກະຊົນທີ່ຄັດຄ້ານການຢືນຢັດ ຕໍ່ຕ້ານຜູ້ຍົກຍ້າຍຖິ່ນຖານທີ່ເປັນ ບັນຫານັ້ນ.
ການເດີນຂະບວນປະທ້ວງໄດ້ເກີດຂຶ້ນຫຼັງຈາກການປິດຢ່າງກະທັນຫັນໜັງສືພິມ Nepszabadsag, ເຊິ່ງຖືກປິດລົງໃນວັນທີ 8 ຕຸລາທີ່ຜ່ານມາ ໂດຍບໍ່ມີການເຕືອນ ແມ່ນ ກະທັ້ງຕໍ່ສາທາລະນະ ຫຼື ພະນັກງານຂອງໜັງສືພິມ.
ຄະນະຜູ້ບໍລິຫານ ໄດ້ກ່າວຫາການປິດໃສ່ຄວາມລົ້ມແຫຼວໃນການໝູນວຽນ ແລະ ສູນເສຍ ດ້ານການເງິນໃນທົດສະວັດທີ່ຜ່ານມາ. ນອກນັ້ນຜູ້ຕີພິມວຽກງານສື່ມວນຊົນ ກໍໄດ້ເຊື່ອມ ໂຍງການປິດກິດຈະການໃສ່ລາຍໄດ້ທີ່ຫຼຸດໜ້ອຍລົງ.
ແຕ່ບັນດານັກວິຈານ ກ່ຽວກັບ ການປິດໜັງສືພິມນີ້ວ່າເປັນຍ້ອນການຕີພິມຂ່າວໃນຕົ້ນ ເດືອນນີ້ ກ່ຽວກັບ ການລາຍງານເຖິງການສໍ້ລາດບັງຫຼວງໃນພັກ Fidesz ທີ່ກຳລັງປົກ ຄອງປະເທດຢູ່ຂອງທ່ານ Orban, ລວມທັງບັນດາພັນທະມິດທີ່ໄກ້ຊິດຂອງທ່ານນາຍົກ ລັດຖະມົນຕີນຳ.