ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ ຮັງ​ກາຣີ ​ກີດກັນ ບໍ່ໃຫ້​ອົບ​ພະຍົບ ຫຼາຍ​ຮ້ອຍ​ຄົນ ເດີນທາງຕໍ່


Europe Migrants
please wait
Embed

No media source currently available

0:00 0:00:59 0:00

ບັນດາ​ເຈົ້າ​ໜ້າ​ທີ່ ຮັງ​ກາຣີ ​ໄດ້​ປິດ​ສະຖານີ​ລົດ​ໄຟຫຼັກ ໃນນະຄອນ
ຫຼວງ Budapest ​ເຮັດ​ໃຫ້​ພວກ​ອົບ​ພະຍົບຫຼາຍ​ຮ້ອຍ​ຄົນ ຕິດ​ຄ້າງ
​ຢູ່​ທີ່​ນັ້ນ ຊຶ່ງ​ສ່ວນ​ໃຫຍ່​ມາຈາກບັນດາປະເທດທີ່ ເກີດ​ຄວາມ​ຮຸນ
​ແຮງ​ໃນພາກຕາ​ເວັນ​ອອກ​ກາງ ທີ່​ພວມ​ພະຍາຍາມ​ເດີນທາງ​ໄປ
​ຍັງ Austria ​ແລະ​ເຢຍຣະມັນ.

ການ​ປະກາດ​ທາງ​ທໍລະ​ໂຄ່ງທີ່ດັງໆ ​ໃນສະຖານີ​ລົດ​ໄຟ​ສາຍຕາ​ເວັນ​ອອກ​ໃນ​ວັນ​ອັງຄານ​ມື້​ນີ້​ເວົ້າວ່າ ຈະ​ບໍ່​ມີລົດ​ໄຟ​ເຂົ້າອອກ​ແຕ່​ຢ່າງ​ໃດ ຈົນ​ກວ່າ​ວ່າ ​ໄດ້​ຮັບ​ຄຳ​ສັ່ງແລະ​ຮຽກຮ້ອງ​ໃຫ້​ພວກ​ຜູ້​ໂດຍ ສານ​ທັງ​ໝົດຕ້ອງ​ອອກ​ຈາກ​ສະຖານ​ທີ່.

ພວກອົບພະຍົບ ປະເຊີນກັບຕຳຫຼວດຮັງກາຣີ ໃນສະຖານີລົດໄຟ ທີ່ Budapest, ຮັງກາຣີ 1 ສິງຫາ 2015.
ພວກອົບພະຍົບ ປະເຊີນກັບຕຳຫຼວດຮັງກາຣີ ໃນສະຖານີລົດໄຟ ທີ່ Budapest, ຮັງກາຣີ 1 ສິງຫາ 2015.

​ຕຳຫຼວດ​ຈຳນວນ​ຫຼາຍ​ຮ້ອຍຄົນ ​ໄດ້​ຄຸ້ມ​ກັນ​ພວກ​ອົບ​ພະຍົບ​ເຫຼົ່າ​ນີ້ ​ອອກໄປຈາກສະຖານ​ນີດັ່ງກ່າວ​ແລະ​ສະ​ກັດກັ້ນບໍ່ໃຫ້ເຂົາເຈົ້າ​ກັບ​ຄືນ​ເຂົ້າປະ​ເທດນຳ. ຍັງ​ບໍ່​ທັນ​ມີ​ລາຍ​ງານ​ເຖິງ​ການ​ປະທະກັນ ​ແຕ່ຢ່າງ​ໃດ​ເທື່ອ ຊຶ່ງ​ຕ່າງ​ໄປ​ຈາກ​ເ​ຊົ້າຂອງ​ມື້​ນີ້ ບ່ອນ​ທີ່​ມີ​ຜູ້​ຄົນ​ຫຼາຍ​ຮ້ອຍ​ຄົນພະຍາຍາມເດີນທາງໄປຍັງ​ນະຄອນ​ວຽນ​ນາ ແຕ່​ວ່າ ​ຖືກ​ກີດ​ກັນ​ໂດຍຕຳ​ຫຼວດ.

​ເຈົ້າ​ໜ້າ​ທີ່ Austria ກ່າວ​ວ່າ ມີ​ອົບ​ພະຍົບຈຳນວນ 3 ພັນ 650 ຄົນ ຊຶ່ງ​ເປັນ​ຈຳນວນຫຼາຍ​ທີ່​ສຸດພາຍໃນ​ມື້ນຶ່ງ​ຂອງ​ປີ​ນີ້ ​ໄດ້​ໄປ​ຮອດນະຄອນວຽນ​ນາ​ໃນ​ວັນ​ຈັນ​ວານ​ນີ້.

ນີ້​ແມ່ນຄື້ນຟອງ​ຫຼ້າ​ສຸດຂອງພວກ​ຜູ້​ຄົນ ທີ່ພວມຫາທາງຢ່າງ​ຮີບ​ຮ້ອນເພື່ອຊອກຫາຊ່ອງທາງ ເຂົ້າ​ໄປ​ລີ້ໄພໃນບັນດາປະເທດ​ສະພາບຢູ​ໂຣບ.

XS
SM
MD
LG