ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກລັດຖະມົນຕີ ຂອງຮັງກາຣີ ທີ່ສະໜັບສະໜຸນ ປູຕິນ ທ່ານວິກເຕີ້ ​ອໍ​ບານ ກ່າວ​ອ້າງວ່າ ທ່ານຊະນະການລົງຄະແນນສຽງເລືອກຕັ້ງແຫ່ງຊາດ 


ນາຍົກລັດຖະມົນຕີຂອງຮັງກາຣີ ທ່ານວິກເຕີ້ ອໍບານ ກ່າວ​ຄຳປາໄສ ຕໍ່ຜູ້ສະໜັບສະໜຸນ ໃນລະຫວ່າງການໂຮມຊຸມນຸມ ໃນເລືອກຕັ້ງຕອນຄໍ່າ ໃນນະຄອນຫຼວງບູດາແປັສທ໌, ເມື່ອວັນທີ 3 ເມສາ 2022.
ນາຍົກລັດຖະມົນຕີຂອງຮັງກາຣີ ທ່ານວິກເຕີ້ ອໍບານ ກ່າວ​ຄຳປາໄສ ຕໍ່ຜູ້ສະໜັບສະໜຸນ ໃນລະຫວ່າງການໂຮມຊຸມນຸມ ໃນເລືອກຕັ້ງຕອນຄໍ່າ ໃນນະຄອນຫຼວງບູດາແປັສທ໌, ເມື່ອວັນທີ 3 ເມສາ 2022.

ນາຍົກລັດຖະມົນຕີຂອງປະເທດຮັງກາຣີ ທ່ານວິກເຕີ້ ອໍບານ ((Viktor Orban) ໄດ້ປະກາດໄຊຊະນະໃນການເລືອກຕັ້ງແຫ່ງຊາດເມື່ອມື້ວັນອາທິດວານນີ້, ໂດຍ​ກ່າວອ້າງວ່າ ໄດ້ຮັບມອບສິດອຳນາດ ເປັນສະໄໝທີ 4 ​ໃນການນັບຄະແນນບາງສ່ວນມີການຄາດວ່າ ພັກຝ່າຍຂວາຂອງທ່ານ ຈະເປັນພັກ​ທີ່​ມີ​ຄະ
ແນນ​ນຳ​ໜ້າ​ຢ່າງເຂັ້ມແຂງ, ອີງຕາມລາຍງານຂອງອົງການຂ່າວ AP.

ໃນການກ່າວຄໍາປາ​ໄສ 10 ນາທີ ຕໍ່ເຈົ້າໜ້າທີ່ຂອງພັກຟີເດສ (Fidesz) ແລະຜູ້ທີ່ສະໜັບສະໜຸນໃນການເລືອກຕັ້ງ ​ເມື່ອຕອນຄໍ່າຢູ່ນະຄອນຫຼວງບູດາແປັສທ໌, ທ່ານອໍບານໄດ້ກ່າວເຖິງຝູງຊົນທີ່ພາກັນຮ້ອງຊື່ນຊົມວ່າ “ວິກເຕີ້!” ແລະປະກາດວ່າ ມັນເປັນໄຊຊະນະອັນຍິ່ງໃຫຍ່ ຂອງພັກການເມືອງຂອງທ່ານ.

ທ່ານ ອໍບານ ກ່າວວ່າ “ພວກເຮົາໄດ້ຮັບໄຊຊະນະອັນຍິ່ງໃຫຍ່ ທີ່ພວກເຈົ້າສາມາດແນມເຫັນໄດ້ຈາກດວງເດືອນ, ແລະແນ່ນອນ ພວກເຈົ້າສາມາດແນມເຫັນໄດ້ຈາກນະຄອນຫຼວງ ບຣັສເຊີລສ໌,”ທ່ານ ອໍບານ ຜູ້ທີ່ເຄີຍຖືກຕ້ອງຕິໂດຍສະຫະພາບຢູໂຣບຢູ່ເລື້ອຍໆ ເນື່ອງຈາກການຊຸດໂຊມໃນການປົກຄອງຂອງລະບອບປະຊາທິປະໄຕ ແລະຖືກກ່າວຫາວ່າສໍ້ລາດບັງຫຼວງ.

ທ່ານອໍບານ ກ່າວວ່າ “ທົ່ວໂລກໄດ້ເຫັນນະຄອນຫຼວງບູດາແປັສທ໌ ໃນຄໍ່າຄືນນີ້ວ່າ ການເມືອງແຫ່ງປະຊາທິປະໄຕແບບຄຣິສຕຽນ, ການເມືອງຂອງ​ພົນ​ລະ​ເຮືອນແບບຫົວອະນຸລັກນິຍົມ ແລະມີໃຈຮັກຊາດນັ້ນ ໄດ້ຮັບໄຊຊະນະ. ພວກເຮົາກໍາລັງບອກໃຫ້ຢູໂຣບຮູ້ວ່າ ນີ້ບໍ່ແມ່ນອະດີດ, ແຕ່ນີ້ ແມ່ນອະນາຄົດ.”

ພວກແມ່ຍິງຮັງກາຣີ ພາກັນໃສ່ຊຸດພື້ນເມືອງ ໂດຍເຮັດທ່າທີ “ຄືວ່າກໍາລັງລົງຄະແນນສຽງເລືອກຕັ້ງ” ຢູ່ທີ່ໜ່ວຍເລືອກຕັ້ງ ໃນລະຫວ່າງການເລືອກຕັ້ງສະພາລະດັບຊາດ ໃນເມືອງ ເວເຮສກີຮາສ (Veresegyhaz), ປະເທດ ຮັງກາຣີ, ວັນທີ 3 ເມສາ 2022.
ພວກແມ່ຍິງຮັງກາຣີ ພາກັນໃສ່ຊຸດພື້ນເມືອງ ໂດຍເຮັດທ່າທີ “ຄືວ່າກໍາລັງລົງຄະແນນສຽງເລືອກຕັ້ງ” ຢູ່ທີ່ໜ່ວຍເລືອກຕັ້ງ ໃນລະຫວ່າງການເລືອກຕັ້ງສະພາລະດັບຊາດ ໃນເມືອງ ເວເຮສກີຮາສ (Veresegyhaz), ປະເທດ ຮັງກາຣີ, ວັນທີ 3 ເມສາ 2022.

ອີງຕາມລາຍງານຂອງອົງການເລືອກຕັ້ງແຫ່ງຊາດ ແຈ້ງໃຫ້ຮູ້ວ່າ ດ້ວຍຄະແນນສຽງ 75 ເປີເຊັນ​ທີ່​ນັບ​ໄປ​ແລ້ວ, ລັດຖະບານປະ​ສົມທີ່ນໍາໂດຍ ພັກຟີເດສ ຂອງທ່ານອໍບານໄດ້ຊະນະດ້ວຍຄະແນນ 54.5 ເປີເຊັນ, ໃນຂະ​ນະ​ທີ່​ແນວ​ໂຮມຝ່າຍຄ້ານນິ​ຍົມຢູໂຣບ ພັກເອກ​ກະ​ພາບເພື່ອຮັງກາຣີ (United For Hungary), ໄດ້​ຮັບຄະແນນ​ເກືອບ 34 ເປີເຊັນ.

ມັນສະແດງໃຫ້ເຫັນ ເຖິງຄວາມເປັນໄປໄດ້ວ່າ ພັກຟີເດສ ອາດຈະໄດ້​ຮັບ​ຄະ​ແນນ​ສຽງ​ສ່ວນ​ຫຼາຍຕາມລັດຖະທໍາມະນູນ, ຊຶ່ງ​ຈະ​ອຳ​ນວຍໃຫ້​ພັກ​ດັ່ງ​ກ່າວ​ສາ​ມາດ​ທຳ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ ຢູ່ໃນປະ​ເທດ ​ທີ່​ຕັ້ງ​ຢູ່​ໃຈກາງຢູໂຣບແຫ່ງນີ້.

ໃນຂະນະທີ່ເຈົ້າໜ້າທີ່ຂອງພັກຟີເດສ ລວມໂຕກັນທີ່​ເພື່ອ​ສະ​ຫຼອງ​ການເລືອກຕັ້ງໃນຕອນຄໍ່າ ທີ່ແຄມແມ່ນໍ້າດານູບ (Danube) ໃນນະຄອນຫຼວງບູດາແປັສທ໌ ນັ້ນ, ລັດຖະມົນຕີກະຊວງການຕ່າງປະເທດ ທ່ານໂຊລຕານ ໂຄວັກສ໌ (Zoltan Kovacs) ໄດ້ຊີ້ໃຫ້ເຫັນເຖິງການມີສ່ວນຮ່ວມຂອງຫຼາຍພັກໃນການເລືອກຕັ້ງ ທີ່ເປັນເຄື່ອງພິສູດເຖິງຄວາມເຂັ້ມແຂງຂອງລະບອບປະຊາທິປະໄຕໃນປະເທດ ຮັງກາຣີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG