ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກລັດຖະມົນຕີ Orban ແຫ່ງຮັງກາຣີ ຖືກເລືອກຕັ້ງ ໃຫ້ດຳລົງຕຳແໜ່ງ ອີກສະໄໝນຶ່ງ (ວີດີໂອ)


Hungaryelection7april14
please wait

No media source currently available

0:00 0:01:01 0:00

ເບິ່ງວີດີໂອ ເລື້ອງນີ້

ທ່ານ Viktor Orban ​ໄດ້​ຖືກເລືອກ​ເປັນນາຍົກ​ລັດຖະມົນ
ຕີຮັງ​ກາຣີ ​ອີກ​ສະ​ໄໝ​ນຶ່ງ​ເປັນ​ເວລາ 4 ປີ ຫຼັງ​ຈາກ​ການ​
ເລືອກ​ຕັ້ງ​ສະພາ ໃນ​ວັນ​ອາທິດ​ວານ​ນີ້ ທີ່​ໄດ້​ເຫັນຝ່າຍ​ນິຍົມ​
ຂວາ​ຈັດ​ ​ໄດ້​ຮັບ​ບ່ອນ​ນັ່ງ​ຫຼາຍ​ຂຶ້ນ​ເຊັ່ນ​ກັນ.

ດ້ວຍ​ບັດ​ຄະ​ແນນ​ສຽງ​ທີ່​ຖືກ​ນັບເກືອບ​ໝົດ​ແລ້ວ ພັກ
Fidesz ຂອງ​ທ່ານ Orban ​ແລະ​ພັກ​ປະຊາທິປັດ​ຄຣິສ
ຕຽນ ທີ່​ເປັນ​ພັນທະ​ມິດ​ນັ້ນ ​ເບິ່ງ​ຄື​ວ່າ​ຈະ​ໄດ້​ຮັບ​ບ່ອນ​ນັ່ງ
​133 ບ່ອນ ຢູ່​ໃນ​ສະພາ​ແຫ່ງ​ຊາດ​ ​ທີ່​ມີ​ບ່ອນ​ນັ່ງ​ທັງ​ໝົດ
199 ບ່ອນ​ນັ້ນ.

ນາຍົກລັດຖະມົນຕີທີ່ມີ​ຄວາມ​ດີ​ອົກດີ​ໃຈ ​ໄດ້​ອ້າງ​ເອົາ​ໄຊຊະນະ ​ໂດຍ​ກ່າວ​ວ່າ ອີກ​ຄັ້ງ
​ນຶ່ງ ຮັງ​ກາຣີ​ເປັນ​ບ່ອນ​ທີ່​ກຸ້ມ​ຄ່າ ສຳລັບການ​ດຳລົງ​ຊີວິດ​ ​ແລະ​ລ້ຽງຄອບຄົວ​.

ພັກ Jobbik ທີ່ນິຍົມ​ຂວາ ຄາດ​ວ່າ ​ຈະ​ຄວບ​ຄຸມ​ຢ່າງ​ໜ້ອຍ 23 ບ່ອນ​ນັ່ງ ຊຶ່ງ​ແມ່ນ
​ເພີ້​ມຂຶ້ນ​ຈາກ ສະພາຊຸດກ່ອນ.

ພວກ​ທີ່​ຕຳ​ໜິຕິຕຽນ​ໃນ​ທົ່ວ​ຢູ​ໂຣບ ​ໄດ້​ກ່າວ​ຫາ​ພັກ Jobbik ວ່າ​ຕໍ່ຕ້ານ​ຊາວ​ຢິວ​ ແລະ​
ຍຸຍົງ​ໃຫ້​ມີ​ການ​ກໍ່​ຄວາມຮຸນ​ແຮງ ຕ້ານ​ຊາວ​ຮັງ​ກາຣີ​ໂຣມາ ​ນັ້ນ.

ປະຊາຊົນຮັງ​ກາຣີ​ຜູ້​ມີ​ສິດປ່ອນ​ບັດ​ ​ໄດ້​ກ່າວ​ຍ້ອງຍໍ​ນາຍົກລັດຖະມົນຕີ Orban ວ່າ
​ໄດ້ຟື້ນ​ຟູ​ເສດຖະກິດ​ທີ່ບໍ່​ມີ​ການ​ເຕີບ​ໂຕ​ນັ້ນ​ໃຫ້​ດີ​ຂຶ້ນ ຕະຫຼອດ​ທັງຕັດ​ອັດຕາ​ຄົນ
​ຫວ່າງ​ງານ​ລົງ ​ແລະ​ລົດ​ຄ່າ​ພະລັງງານ​ລົງ​.

​ແຕ່​ພວກ​ຝ່າຍ​ຄ້ານ ກ່າວ​ຫາ​ທ່ານ​ວ່າ ​ເຮັດ​ໃຫ້​ພວກ​ນັກ​ລົງທຶນ​ມີ​ຄວາມ​ຢ້ານ​ກົວ
​ແລະ​ປາບ​ປາມ​ພວກ​ນັກ​ຂ່າວ ​ທີ່​ບໍ່​ໃຫ້ການ​ສະໜັບສະໜຸນນະ​ໂຍບາຍ​ຂອງ​ທ່ານ
​ຢ່າງ​ເຕັມ​ສ່ວນ.
XS
SM
MD
LG