ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາຍແດນ ຮັງກາຣີ ມີອົບພະຍົບ ຢ່າງໜ້າແໜ້ນ ກ່ອນນຳ ກົດໝາຍໃໝ່ ອອກມາໃຊ້


Europe Migrants
please wait
Embed

No media source currently available

0:00 0:02:44 0:00

ບ້ານ​ຊາຍ​ແດນ​ນ້ອຍໆ​ Roszke ຂອງຮັງກາຣີ ແມ່ນເຕັມ​ໄປ
​ດ້ວຍກິດຈະ​ການ ​ໃນຄ່ຳຄືນ​ກ່ອນ​ປະ​ເທດດັ່ງກ່າວ ​ໄດ້​ໃຫ້ຄຳ
ໝັ້ນສັນຍາ ​ທີ່​ຈະ​ທັບ​ມ້າງ ການ​ຂ້າມ​ຊາຍ​ແດນ ແບບ​ຜິດ​ກົດ
ໝາຍຂອງ​ພວກ​ອົບ​ພະຍົບ. ​ໃນເວລາປະມານ 7 ໂມງເຄິ່ງຫາ
​7 ໂມງ 45 ຕອນ​ແລງ ຕາມ​ເວລາ​ທ້ອງ​ຖິ່ນ​ໃນວັນ​ຈັນ​ວານ​ນີ້
ລົດ​ໄຟ​ຄັນ​ນຶ່ງ​ທີ່ມີໜາມໝາກ​ຈັບຫຸ້ມຢູ່​ສົ້ນ​ນຶ່ງໄດ້ແລ່ນ​ໄປ​ປິດ
“ຊ່ອງ​ຫວ່າງ” ຂອງ​ຮົ້ວ​ຊາຍ​ແດນ.

ຊ່ອງ​ຫວ່າງ​ນີ້ ໄດ້​ປະໄວ້ເພື່ອໃຫ້ລົດ​ໄຟ​ແລ່ນຜ່ານ. ​ແຕ່​ມັນ​
ເປັນ​ຈຸດ ​ທີ່ພວກ​ອົບ​ພະຍົບໃຊ້ເປັນບ່ອນຂ້າມຊາຍແດນມາ
ຈົນ​ຮອດ​ວັນ​ຈັນ​ວານ​ນີ້. ອີງ​ຕາມ​ບັນດາອາສາ​ສະມັກ​ທ້ອງ​ຖິ່ນ
ທີ່​ນຳ​ເອົາ​ອາຫານແລະ​ເຄຶ່ອງຂອງ​ຕ່າງໆ​ແຈກຢາຍໃຫ້​ແກ່​ອົບພະຍົບປະມານ​ສອງຮ້ອຍ
ຄົນ​ໄດ້​ຂ້າມ​ຊາຍແດນຢູ່​ທີ່​ນັ້ນ ​ໃນຕອນ​ເຊົ້າ​ວັນ​ຈັນ​ວານ​ນີ້. ຕົກ​ມາ​ເຖິງ​ຕອນ​ແລງ​ວັນ​ຈັນ
ຜາມ​ພັກ​ເຊົາ ໄດ້​ຖືກ​ຕັ້ງ​ຂື້ນ ​ໂດຍ​ພວກ​ອາສາ​ສະມັກ ​ຢູ່ໃກ້​ກັບ​ຮົ້ວ ຊຶ່ງ​ຫວ່າງ​ສອງສາມ​ມື້ ກ່ອນນີ້ ​ໄດ້​ເຕັມ​ໄປ​ດ້ວຍອົບ​ພະຍົບ ທີ່ພາ​ກັນ​ພັກ​ຜ່ອນຂ້າມ​ຄືນ ຫຼັງ​ຈາກ​ການ​ເດີນທາງ​
ມາເປັນໄລຍະໄກ ບັດ​ນີ້​ໄດ້​ເປົ່າ​ຫວ່າງ ລົງ​ໝົດແລ້ວ.

ໝາມໝາກຈັບ ທີ່ນຳເອົາໄປລ້ອມຮົ້ວຢູ່ຕາມຊາຍແດນ
ໝາມໝາກຈັບ ທີ່ນຳເອົາໄປລ້ອມຮົ້ວຢູ່ຕາມຊາຍແດນ

ປະມານ​ນຶ່ງ​ກິ​ໂລ​ແມັດຫ່າງອອກໄປນັ້ນ ​ກໍມີດ່ານຂ້າມຊາຍແດນ​ທີ່​ຖືກຕ້ອງຕາມ ກົດໝາຍ
ຈາກ Serbia ເຂົ້າ​ໄປ​ສູ່ Hungary ຊຶ່ງຕຳຫຼວດ​ໄດ້​ຕັ້ງ​ສິ່ງ​ຂີດ​ຂວາງໃສ່ເພື່ອ​ບໍ່ໃຫ້​ພວກ​ນັກ​
ຂ່າວ ​ຫລື​ອາສາ​ສະມັກ ເຂົ້າໄປໃກ້ ​ໃນ​ຂະນະ​ທີ່​ພວກອົບ​ພະຍົບໄປ​ເຖິງ​ຊາຍ​ແດນແລ້ວ​ໄດ້​
ຖືກ​ນຳ​ຂື້ນ​ລົດບັດ ​ໄປ​ຫາສະຖານີ​ລົດ​ໄຟ Roszke.

ຢູ່​ ທີ່ສະຖາ​ນີລົດ​ໄຟ ຜູ້​ຄົນ​ໄດ້​ພາກັນ​ນັ່ງຖ້າຢູ່ຫລາ​ຍຊົ່ວ​ໂມງ​ໃນ​ລົດ​ບັດ ຫລື​ຢູ້ຂ້າງ​ທາງ​ລົດ
​ໄຟ ​ລໍຖ້າລົດ​ໄຟ​ຄັນ​ຕໍ່​ໄປມາ​ເຖິງ. ດ້ວຍ​ຄວາມອິດ​ເມື່ອຍ ​ເດັກ​ນ້ອຍບໍ່​ໄດ້​ຫລັບນອນພາກັນ
ບໍ່​ມີ ​ພວກ​ອົບ​ພະຍົບຄົນ​ໃດ ​ຕ້ອງໄດ້​ສະແດງ​ເອກ​ກະສາ​ນ ຫລື​ໃບລົງທະບຽນ​ຢູ່ທີ່​ຊາຍ
ແດນ​ຂອງ Hungary​. ຫລາຍ​ຄົນ​ບໍ່​ຮູ້​ວ່າ ​ເຂົາ​ເຈົ້າ​ກຳລັງ​ຖືກ​ນຳ​ໄປໃສ. ສ່ວນໃຫຍ່ແມ່ນ​ບໍ່​ຢາກຮ້ອງຂໍລີ້​ໄພ​ ຢູ່​ໃນປະ​ເທດ Hungary.

Hungary Border Crossing Active Before New Law Comes into Effect
please wait

No media source currently available

0:00 0:00:26 0:00

XS
SM
MD
LG