ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫລາຍຮ້ອຍຄົນຖືກຈັບ ໃນການປະທ້ວງ ເພື່ອຄັດຄ້ານ ການເລື່ອນເວລາ ການເລືອກຕັ້ງໃນ ຮົງກົງ


ຕໍາຫລວດຍົກຢ້າຍເຕືອນຂຶ້ນຢູ່ຖະໜົນສາຍນຶ່ງໃນຮົງກົງ ໃນຂະນະທີ່ມີການປະທ້ວງເພື່ອຄັດຄ້ານການເລື່ອນເວລາການເລືອກຕັ້ງໄປນັ້ນໃນວັນທີ 6 ກນັຍາ, 2020
ຕໍາຫລວດຍົກຢ້າຍເຕືອນຂຶ້ນຢູ່ຖະໜົນສາຍນຶ່ງໃນຮົງກົງ ໃນຂະນະທີ່ມີການປະທ້ວງເພື່ອຄັດຄ້ານການເລື່ອນເວລາການເລືອກຕັ້ງໄປນັ້ນໃນວັນທີ 6 ກນັຍາ, 2020

ຢ່າງຫນ້ອຍ 289 ຄົນຖືກຈັບໃນ ຮົງກົງ ໃນວັນອາທິດວານນີ້ ໃນລະຫວ່າງການປະທ້ວງຕໍ່ຕ້ານການເລື່ອນເວລາການເລືອກຕັ້ງສະພານິຕິບັນຍັດ.

ການເລືອກຕັ້ງ, ທີ່ໃນເບື້ອງຕົ້ນມີກຳນົດວ່າຈະຈັດຂື້ນໃນວັນອາທິດວານນີ້, ແມ່ນເປັນການເລືອກຕັ້ງຄັ້ງນຶ່ງ ໃນຈໍານວນສອງສາມຄັ້ງທີ່ຊາວ ຮົງກົງ ໄດ້ໄປປ່ອນບັດ.

ທ່ານນາງ ແຄຣີ ແລມ (Carrie Lam) ຫົວໜ້າບໍລິຫານທີ່ຈີນເລືອກໃຫ້ເປັນຜູ້ນໍາ ຂອງຮົງກົງນັ້ນ ໄດ້ປະກາດໃນທ້າຍເດືອນກໍລະກົດວ່າ ການເລືອກຕັ້ງຂອງເມືອງ ດັ່ງກ່າວຈະຖືກເລື່ອນໄປ 1 ປີ, ຍ້ອນມີການລະບາດຢ່າງໜັກຂອງໄວຣັສໂຄ ໂຣນາ. https://www.voanews.com/east-asia-pacific/hong-kong-postpones-elections-year-citing-coronavirus

ການເຄື່ອນໄຫວດັ່ງກ່າວໄດ້ຖືກມອງເຫັນຢ່າງກວ້າງຂວາງວ່າ ສ້າງຄວາມກະທົບ ກະເທືອນຕໍ່ຄ້າຍສະໜັບສະໜຸນປະຊາທິປະໄຕ, ເຊິ່ງຄາດວ່າຈະໄດ້ຮັບຄະແນນ ສຽງດີຢູ່ໃນການເລືອກຕັ້ງນີ້. ການເລືອກຕັ້ງຄັ້ງນີ້ຈະເປັນຄັ້ງທຳອິດຢູ່ໃນ ຮົງກົງ ນັບຕັ້ງແຕ່ ປັກກິ່ງ ໄດ້ອອກກົດໝາຍຄວາມປອດໄພສະບັບໃໝ່ໃນເດືອນມິຖຸນາທີ່ຜ່ານ ມາ. ລັດຖະບານຊີ້ແຈງວ່າ ການເລື່ອນເວລາບໍ່ໄດ້ມີເຫດຜົນທາງການເມືອງ.

ຕຳຫຼວດຈະລາຈົນໄດ້ຍິງລູກປືນໝາກເຜັດໃສ່ຜູ້ປະທ້ວງໃນວັນອາທິດວານນີ້, ອີງຕາມການລາຍງານຂອງສຳນັກຂ່າວຣອຍເຕີສ໌. ຕຳຫຼວດ ຮົງກົງ ໄດ້ຂຽນລົງໃນເຟສບຸກໃນຕອນແລງວັນອາທິດວານນີ້ວ່າ 289 ຄົນໄດ້ຖືກຈັບ, ຊຶ່ງສ່ວນໃຫຍ່ແມ່ນຍ້ອນການໂຮມຊຸມນຸມທີ່ບໍ່ຖືກກົດໝາຍ. ກົມຕຳຫຼວດກ່າວຢູ່ໃນໜ້າເຟສບຸກຂອງຕົນອີກວ່າ ຜູ້ຍິງຄົນນຶ່ງຖືກຈັບ ແລະຖືກກ່າວຫາວ່າທຳການໂຈມຕີ ແລະເຜີຍ ແຜ່ນຄໍາຂວັນທີ່ສະໜັບສະໜຸນການເປັນເອກະລາດ.

ເຖິງແມ່ນວ່າຈະມີການທ້ວງຂະໜາດນ້ອຍ ແລະໜ້ອຍກ່ວາປີ 2019 ກໍຕາມ, ການປະທ້ວງເພື່ອປະຊາທິປະໄຕ ແລະຄວາມເປັນເອກະລາດຢູ່ໃນຮົງກົງ ກໍ່ຍັງສືບຕໍ່ມີ ມາ ແມ່ນກະທັງທີ່ມີຄວາມເຫັນຫ່ວງ ກ່ຽວກັບການລະບາດຢ່າງໜັກຂອງໄວຣັສ ໂຄໂຣນາກໍຕາມ, ໂດຍສະເພາະແມ່ນຫຼັງຈາກມີການອອກນິຕິກໍາໃນເດືອນມິຖຸນາ ຜ່ານມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG