ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ເສຍຊີວິດ ຍ້ອນໄຟໄໝ້ ເຮືອຂ້າມຟາກຂອງກຣິສ ເພີ້ມຂຶ້ນ ເປັນ 13 ຄົນ


ຈຳນວນ​ຜູ້​ເສຍ​ຊີວິດ ຢູ່​ໃນ​ເຮືອ​ຂ້າມ​ຟາກ​ຂອງ​ກຣິສ ທີ່​ຖືກ​ໄຟ​ໄໝ້
​ໃນ​ທະ​ເລ Adriatic ​ເພີ້​ມຂຶ້ນ ​ເປັນ 13 ຄົນ​ ໃນ​ວັນ​ອັງຄານ​ວານ​ນີ້
ພ້ອມ​ກັບ​ການ​ຢ້ານ​ກົວ​ ຂອງ​ບັນດາ​ເຈົ້າໜ້າ​ທີ່​ວ່າ ຍັງ​ມີ​ຊາກ​ສົບ​
ໃນ​ເຮືອອີກຫຼາຍຢູ່​.

​ໄອ​ຍະ​ການ​ອີ​ຕາ​ລີ ທ່ານ Giuseppe Volpe ຜູ້​ທີ່​ນຳພາ ການ​
ສືບສວນ​ສອບ​ສວນ​ທາງ​ອາຍາ ຕໍ່​ໂສກ​ນາດຕະກຳ​ນີ້ ​ກ່າວ​ວ່າ
ຢ່າງ​ນ້ອຍ​ມີ 3 ຫ້ອງຫລົບລີ້​ຢູ່​ທາງ​ໃນ​ເຮືອ​ ທີ່​ມີ​ຜູ້​ລອດ​ຊີວິດມາໄດ້.
ທ່ານ​ກ່າວ​ວ່າ ອັນ​ນັ້ນ​ແມ່ນຫລັກ​ຖານ​ທີ່ “ຖຽງ​ບໍ່​ໄດ້” ​ເລີຍ​ວ່າມີ​
ການ​ກະທຳ​ຜິດ ​ໃນ​ການຊຸກ​ເຊື່ອງ​ພວກແຮງ​ງານ​ ທີ່ຜິດກົດໝາຍ
​ຢູ່​ໃນ​ເຮືອ.

ແຜນທີ່ ສະແດງໃຫ້ເຫັນເຖິງຈຸດ ເຮືອຂ້າມຟາກຂອງກຣິສ ເກີດໄຟໄໝ້
ແຜນທີ່ ສະແດງໃຫ້ເຫັນເຖິງຈຸດ ເຮືອຂ້າມຟາກຂອງກຣິສ ເກີດໄຟໄໝ້

ເຮືອ​ຂ້າມ​ຟາກ Norman Atlantic ​ແມ່ນ​ໄດ້​ແລ່ນອອກ​ຈາກທ່າ​ເຮືອ Patras ຂອງ​ກຣິສ ​ໄປຍັງ​ Ancona ຂອງ​ອີ​ຕາ​ລີ ເມື່ອ​ວັນ​ອາທິດ​ຜ່ານ​ມາ ​ໃນເວ​ລາ ​ໄຟເລີ້ມ​ໄໝ້ຂຶ້ນຢູ່​ເທິງ​ພື້ນ​ເຮືອ​ບ່ອນ​ທີ່ ​ລົດທັງຫຼາຍຈອດ​ຢູ່​ນັ້ນ ​ໃກ້ໆ​ກັບ​ເກາະ​ Corfu. ບັນດາ​ຜູ້ລອດ​ຊີວິດ ກ່າວ​ວ່າ ​ໄຟ​ຮ້ອນຫຼາຍພໍ​ທີ່​ຈະ​ເຮັດ​ໃຫ້​ພື້ນ​ເກີບ​ຂອງ​ພວກ​ເຂົາ​ເຈົ້າ​ເປື່ອຍ​ອອກ ​ໃນ​ຂະນະ​ທີ່​ພວກ​ເຂົາເຈົ້າຢືນ​ຖ້າການ​ຊ່ວຍ​ເຫຼືອ ຢູ່​ຊັ້ນເທິງ​ຂອງ​ເຮືອ. ພວກ​ເຂົາ​ເຈົ້າ ກ່າວ​ອີກ​ວ່າ ພວກ​ລູກ​ເຮືອ​ປາກົດ​ວ່າ ບໍ່​ຮູ້​ວ່າ​ຈະເຮັດ​ແນວ​ໃດເລີຍ.

GREECE FERRY FIRE VOSOT
please wait

No media source currently available

0:00 0:01:42 0:00

XS
SM
MD
LG