ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ເສຍຊີວິດ ຍ້ອນໄຟໄໝ້ ເຮືອຂ້າມຟາກ ຂອງກຣິສ ເພີ້ມຂື້ນເປັນ 10 ຄົນ


ອີ​ຕາ​ລີກ່າວ​ວ່າ ບັນດາ​ຜູ້​ໂດ​ຍສານ​ທີ່ຕົກ​ຄ້າງຢູ່່ທັງ​ໝົດ​ນັ້ນ ​ໄດ້​
ຖືກ​ຊ່ວຍ​ອອກ​ມາ​ແລ້ວ ຈາກ​ເຮືອ​ຂ້າມ​ຟາກ​ຂົນລົດທີ່​ຖືກ​ໄຟ
​ໄໝ້​ ຢູ່​ນອກ​ຝັ່ງເກາະ Corfu ​ແຕ່​ວ່າ ຈຳນວນຜູ້ເສຍ​ຊີວິດ
ຍ້ອນໄພພິບັດຢູ່​ທະ​ເລ Adriatic ​ໄດ້ເພີ້ມ​ຂື້ນເຖິງ 10 ຄົນ
​ແລ້ວທ່າມກາງ​ຄວາມ​ຢ້ານ​ກົວ​ວ່າ ອາດຈະມີຫຼາຍ​ຄົນຕື່ມອີກ​
ຍັງ​ຫາຍ​ສາບ​ສູນ.

ຫ້າ​ສົບ​ໄດ້​ພົບ​ເຫັນ ​ໃນ​ວັນ​ຈັນ​ວານ​ນີ້ ຫລັງ​ຈາກ​ພວກ​ກູ້​ໄພ​
ໄດ້​ຊ່ວຍ​ເຫລືອ​ເອົາ​ບັນດາ​ຜູ້ທີ່​ລອດ​ຊີວິດ​ມາ​ ໄປສູ​ບ່ອນ
​ປອດ​ໄພ.

ພວກກູ້ໄພທາງອາກາດຂອງອີ​ຕາ​ລີ ​ແລະ​ກຣິສ ​ຍັງສືບຕໍ່ຊອກຄົ້ນ​ຫາ​ຢູ່​ໃນເຂດ ນ່ານ​ນໍ້າ
​ໃກ້ໆ​ກັບເຮືອ​ຂ້າມ​ຟາກ ​ໂດຍ​ທີ່ພວກ​ເຈົ້າ​ໜ້າ​ທີ່ຍັງບໍ່ແນ່ໃຈວ່າ ມີ​ຜູ້​ໂດຍ ສານ​ຈັກ​ຄົນແທ້
ຢູ່​ໃນ​ເຮືອ Norman Atlantic ທີ່ຕິດ​ທຸງອີ​ຕາ​ລີດັ່ງກ່າວ. ລາຍ​ຊື່​ບັນດາ​ຜູ້​ໂດຍສານ​ບອກ​
ວ່າ ມີ 478 ຄົນພ້ອມ​ດ້ວຍ​ລູກ​ເຮືອ ​ແລະ​ອີ​ຕາ​ລີກ່າວ ​ວ່າ 427 ຄົນ​ໄດ້​ຖືກ​ຊ່ວຍຊີວິດ
ໄວ້ແລ້ວ.

​ແຕ່ຍັງ​ບໍ່​ຊາ​ບເທື່ອ​ວ່າ ອາດມີຜູ້​ຫາຍ​ສາບ​ສູນຕື່ມອີກຫລືບໍ່ ຫລື​ບາງທີ​ອາດ​ບໍ່​ໄດ້​ຂຶ້ນເຮືອ​
ຂ້າມ​ຟາກໄປກໍເປັນໄດ້.

ກັບ​ຕັນ​ເຮືອ ທ່ານ Argilio Giacomazzi ​ໄດ້​ປະຕິບັດໜ້າ​ທີ່ໃນການເປັນກັບຕັນ ຕາມ​ປະ
​ເພນີທີ່​ເຄີຍປະຕິບັດກັນມາເປັນເວລາຫລາຍ​ຮ້ອຍ​ປີ ​ໂດຍຢູ່​ໃນ​ເຮືອ​ຂ້າມ​ຟາກ ຈົນກວ່າ
​ທຸກໆ​ຄົນ​ໄດ້​ຖືກ​ຊ່ວຍໄປສູ່ທີ່ປອດໄພແລ້ວ. ບັນດາ​ເຈົ້າ​ໜ້າ​ທີ່​ກອງທັບເຮືອ​ອີ​ຕາ​ລີ ​ໄດ້​ຕຽມ
​ແກ່​ເອົາ​ເຮືອ​ຂ້າ​ມຟາກລຳນີ້​ເຂົ້າ​ໄປສູ່​ທ່າ​ເຮືອ.

ນາຍົກລັດຖະມົນຕີ ອີ​ຕາ​ລີ ທ່ານ Matteo Renzi ​ໄດ້​ຍ້ອງຍໍ​ສັນລະ​ເສີນການ ດຳເນີນ
ຄວາມ​ພະຍາ​ຍາ​ມຂອງ​ພວກພວກ​ກູ້​ໄພ ​ໂດຍ​ກ່າວວ່າ ​ເຂົາ​ເຈົ້າ​ໄດ້​ປ້ອງ​ກັນ “ການ​ສັງຫານ
ໝູ່​ຢູ່ໃນ​ທະ​ເລ.”

ບັນດາ​ພວກ​ກູ້​ໄພ​ເທິງ​ເຮືອບິ​ນ​ເຮ​ລິ​ຄອບ​ເຕີ້ ​ໄດ້​ດຶງ​ເອົາ​ພວກທີ່​ລອດ​ຊີວິດ​ຂື້ນມາຈາກຊັ້ນ
ເທິງຂອງເຮືອ​ຂ້າມ​ຟາກແລະ​ຍົກຍ້າຍ​ເຂົາ​ເຈົ້າ​ໄປສູ່​ທີ່​ປອດ​ໄພ. ລົ​ມ​ແຮ​ງ ອາກາດ​ໜາວ​
ເຢັນ ​ແລະ​ທະ​ເລ​ທີ່ປັ່ນປ່ວນ ​ໄດ້​ລົບ​ກວນ​ການ​ປະຕິບັດ​ງານ​ກູ້​ໄພເປັນ​ເວລາ 24 ຊົ່ວ​ໂມງດັ່ງກ່າວ.

GREECE FERRY FIRE VOSOT
please wait

No media source currently available

0:00 0:01:42 0:00

XS
SM
MD
LG