ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫຼາຍຮ້ອຍຄົນ ຖືກຊ່ອຍຊີວິດ ອອກຈາກ ເຮືອຂ້າມຟາກ ຂອງກຣີສ


greeceferryfire29december14
please wait

No media source currently available

0:00 0:00:40 0:00

ກຳ​ປັ່ນ​ບັນທຸກ​ສິນຄ້າ​ລຳ​ນຶ່ງ​ທີ່​ບັນທຸ​ພວກ​ຄົນ​ໂດຍສານ​ປະມານ
50 ຄົນ ທີ່​ຖືກ​ຊ່ອຍ​ຊີວິດ​ອອກ​ມາ​ຈາກ​ເຮືອ​ຂ້າມ​ຟາກ​ຂອງ
Greece ລຳ​ທີ່​ຖືກ​ໄຟ​ໄໝ້​ຢູ່​ໃນ​ທະ​ເລ Adriatic ໄດ້​ໄປຮອດ
​ທ່າ​ກຳ​ປັ່ນ Bari ຂອງ​ອີ​ຕາ​ລີ​ໃນ​ວັນ​ຈັນ​ມື້​ນີ້. ພວກຄົນ​ໂດຍສານ
​ທີ່​ຖືກ​ຊ່ອຍ​ຊີວິດ​ໄວ້ຈຸ​ນີ້ ​ເປັນພວກ​ເຄາະ​ຮ້າຍ​ຈຸ​ທຳ​ອິດ​ ທີ່​ໄດ້​
ເດີນທາງ​ມາ​ຮອດ​ຝັ່ງ.

ພວກ​ຊ່ອຍ​ກູ້​ໄພ​ຍັງ​ສືບ​ຕໍ່ເຮັດ​ວຽກ ​ເພື່ອ​ຊ່ອຍ​ຊີວິດ​ພວກ​ຄົນ​ໂດຍ
ສານ​ ຈຳນວນ​ຫຼາຍ​ສິບຄົນ ທີ່​ຍັງ​ຕົກ​ຄ້າງ​ຢູ່​ໃນ​ເຮືອ ທີ່​ໄຟ​ຍັງໄໝ້
​ຢູ່ນອກ​ຝັ່ງ​ເກາະ Corfu ນັ້ນ.

ກອງທັບ​ເຮືອ​ອີ​ຕາ​ລີ ກ່າວ​ວ່າ ​ຫຼາຍ​ກວ່າ 300 ​ໃນ​ຈຳນວນ​ພວກ​ຄົນ​ໂດຍສານ​ແລະ​ລູກ​ເຮືອທັງ​ໝົດ 478 ຄົນນັ້ນ​ ໄດ້​ຖືກ​ຊ່ອຍ​ຊີວິດໄວ້​ໄດ້​ແລ້ວ​ມາ​ຮອດ​ປັດຈຸບັນ. ຄວັນ​ໄຟກຸ້ມ
ທີ່​ໜາ​ແໜ້ນ​ຍັງ​ສືບ​ຕໍ່​ປົກ​ຄຸມ​ເຮືອ​ຂ້າມ​ຟາກ​ລຳ​ນີ້​ຢູ່ ​ເຖິງ​ແມ່ນ​ໄຟ​ໄດ້​ຖືກ​ຄວບຄຸມ​ໄວ້​ໄດ້
​ແລ້ວ​ກໍ​ຕາມ.

​ເຮືອ​ຂ້າມ​ຟາກ Norman Atlantic ທີ່​ຕິດ​ທຸງ​ອີ​ຕາ​ລີ ກຳລັງ​ບັນທຸກ​ລົດ​ແລະ​ຄົນ​ໂດຍສານ
​ຂ້າມ​ທະ​ເລ Adriatic ຈາກ​ທ່າ​ເຮືອ Patras ຂອງ Greece ​ໄປ​ຍັງ​ທ່າ​ເຮືອ Ancona ຂອງ​ອີ​ຕາ​ລີ ​ເວລາເກີດ​ໄຟ​ໄໝ້​ຂຶ້ນ​ ຢູ່​ຊັ້ນ​ລຸ່ມ​ຂອງ​ເຮືອບ່ອນ​ຈອດ​ລົດ ໃນ​ເຊົ້າ​ວັນ​ອາທິດ​ວານ​ນີ້ ​ຫ່າງ​ຈາກ​ເກາະ Corfu ​ໄປ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ​ປະມານ 80 ຫລັກ​ກີ​ໂລ​ແມັດ.

ໜ່ວຍ​ຍາມ​ຝັ່ງ​ອີ​ຕາ​ລີ ກ່າວ​ວ່າ ມີຢ່າງ​ໜ້ອຍ​ຄົນ​ໜຶ່ງ ​ເສຍ​ຊີວິດ.

ພວກ​ຊ່ອຍ​ກູ້​ໄພ ​ໄດ້​ຈອດ​ເຮືອ​ລາກລຳ​ໜຶ່ງ ​ຕິດ​ໄວ້​ກັບ​ເຮືອ​ຂ້າມ​ຟາກ ​ເພື່ອ​ຊ່ອຍ​ໃຫ້​ເຮືອ
ຢູ່​ໃນ​ສະພາບ​ທຸ່ນ​ທ່ຽງ ຫຼັງ​ຈາກ​ມັນ​ເລີ້ມ​ຫງ່ຽງ​ໄປທາງ​ຂ້າງ​ນຶ່ງ ຊຶ່ງ​ຈະ​ເຮັດ​ໃຫ້​ເຮືອ​ຕົກ​ຢູ່​ໃນ​ອັນຕະລາຍ​ທີ່​ຈະ​ຈົມລົງ​ນ້ຳ​ໄດ້​ນັ້ນ.

ອຸນຫະພູມ​ຂອງ​ອາກາດ​ທີ່​ໜາວ​ເຢັນ ລົມ​ພັດ​ແຮງ​ແລະ​ຄື້ນຟອງ​ສູງ ​ໄດ້​ເຮັດ​ໃຫ້ການ​ຊ່ອຍ​
ກູ້​ໄພ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ພວກ​ເຮືອບິນ​ເຮ​ລີຄອບ​ເຕີ​ຂອງ​ອີ​ຕາ​ລີ ສາມາດ​ຊ່ອຍ​ພວກ​ຜູ້​ຄົນຫຼາຍ​ຄົນ​ອອກ​ຈາກ​ເຮືອ​ໄດ້.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຮືອ​ຂ້າມ​ຟາກ​ລຳ​ນີ້​ໄດ້​ຮັບ​ການ​ກວດກາ​ເບິ່ງ ຄວາມ​ປອດ​ໄພ ​ເມື່ອວັນ​ທີ 19 ທັນວາ​ ຜ່ານ​ມານີ້​ທີ່​ເມືອງ Patras ​ແລະ​ໄດ້​ມີ​ການກວດ​ແກ້ບັນຫາ​ເລັກ
​ນ້ອຍ ຮວມທັງ​ບັນຫາ​ນຳ​ປະຕູທາງອອກ ​ເວລາ​ເກີດ​ໄຟ​ໄໝ້.

XS
SM
MD
LG