ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ຍິງແລະເດັກຍິງຫລາຍຮ້ອຍຄົນ ຖືກທະຫານກະທໍາຕໍ່ແບບທາລຸນ ໃນສົງຄາມ ຂົງເຂດທິເກຣ ຂອງເອທິໂອເປຍ


Hundreds of Women, Girls Brutalized by Soldiers in Tigray War
please wait

No media source currently available

0:00 0:03:33 0:00

ແມ່ຍິງຫລາຍຮ້ອຍຄົນລາຍງານວ່າ ພວກເຂົາເຈົ້າຖືກທະຫານຂົ່ມຂືນ ໃນສົງຄາມຢູ່ຂົງເຂດທິເກຣ ຂອງເອທິໂອເປຍ.

ທະຫານໄດ້ໄປຮອດເຮືອນຂອງພວກເຂົາເຈົ້າແລະຮຽກຮ້ອງໃຫ້ບອກບ່ອນຢູ່ຂອງຜົວ, ພໍ່ຫຼືອ້າຍນ້ອງຂອງພວກເຂົາເຈົ້າ, ໂດຍຮຽກຮ້ອງໃຫ້ພວກຜູ້ຊາຍໄປເປັນນັກລົບເພື່ອສູ້ກັບກຳລັງທະຫານທິເກຣ ໃນການເຮັດສົງຄາມກັບລັດຖະບານເອທິໂອເປຍ.

ເມື່ອບໍ່ເຫັນວ່າມີພວກຜູ້ຊາຍແລ້ວທະຫານກໍໄດ້ໂຈມຕີເມຍ, ລູກສາວແລະເອື້ອຍນ້ອງຂອງເຂົາເຈົ້າ.

ຜູ້ລອດຊີວິດທີ່ຖືກຂົ່ມຂືນອາຍຸ 16 ປີ ຄົນນຶ່ງຢູ່ສູນຊຸມຊົນທີ່ຫວ່າງເປົ່າ ແລະຖືກປຸ້ນສະດົມຢູ່ໃນເມືອງເມເກລີ, ເມືອງເອກຂອງຂົງເຂດທິເກຣ ກ່າວວ່າ "ພວກເຂົາເອົາປືນຈີ້ໃສ່ຂ້ອຍ ແລະຮ້ອງຂຶ້ນວ່າ, "ພວກເຮົາຮູ້ວ່າພໍ່ຂອງມຶງເປັນນັກລົບ. ເອົາປືນຂອງລາວມາໃຫ້ພວກເຮົາ!'"

ແມ່ຍິງອາຍຸ 33 ປີກ່າວຕື່ມວ່າ “ຂ້ອຍບອກພວກເຂົາວ່າ ຂ້ອຍບໍ່ຮູ້ວ່າຜົວຂອງຂ້ອຍໄປໃສ. ນາງໄດ້ສືບຕໍ່ເລົ່າເລື່ອງການຂົ່ມຂືນຂອງນາງເຊິ່ງບໍ່ໄດ້ແຕກຕ່າງກັນກັບແມ່ຍິງຄົນທີສາມ, ເຊິ່ງລູກຂອງລາວກໍ່ຢູ່ໃນຫ້ອງຫັ້ນນໍາໃນຂະນະທີ່ລາວຖືກໂຈມຕີ.

ຜູ້ລອດຊີວິດອາຍຸ 22 ປີກ່າວວ່າ "ພວກເຂົາໂຍນລູກສາວນ້ອຍຂອງຂ້ອຍໄປຢູ່ສາດ ແລະສາມຄົນໃນພວກເຂົາກໍປ່ຽນກັນຂົ່ມຂືນຂ້ອຍ." "ລູກຂອງຂ້ອຍຮ້ອງ ໄຫ້ຢູ່ຕະຫຼອດໃນຕອນນັ້ນ."

ແມ່ຍິງອີກຫລາຍຮ້ອຍຄົນໄດ້ລາຍງານວ່າ ຖືກໂຈມຕີທີ່ຄ້າຍຄືກັນນີ້ ຢູ່ໃນກຳມືຂອງພວກທະຫານໃນສົງຄາມທິເກຣ, ແລະຜູ້ເຄາະຮ້າຍທີ່ອອກມາບອກໃຫ້ຄົນຮູ້ເວົ້າວ່າພວກເຂົາເປັນຕົວແທນພຽງແຕ່ອັດຕາສ່ວນໜ້ອຍຂອງແມ່ຍິງ ແລະເດັກຍິງທີ່ໄດ້ຖືກກະທໍາແບບໂຫດຮ້າຍ.

"ຜູ້ລອດຊີວິດຄົນນຶ່ງກ່າວວ່າ "ມີຜູ້ລອດຊີວິດຫຼາຍກວ່າ 20 ຄົນ ໄດ້ຖືກຂົ່ມຂືນໃນເວລານັ້ນ, ແຕ່ພວກເຂົາບໍ່ສາມາດມາທີ່ນີ້ໄດ້", ນັ້ນຄືຄໍາອະທິບາຍຂອງທ່ານ ມິຮີຣາ ຣີແດ (Mihira Redae), ຜູ້ຊີ້ນຳສູນປິ່ນປົວຜູ້ຖືກເຄາະຮ້າຍຈາກການລ່ວງລະເມີດທາງເພດຢູ່ໂຮງໝໍ ອາຍເດີ ເຣີເຟີຣອລ (Ayder Referral) ໃນເມືອງເມເກລີ (Mekelle). ທ່ານກ່າວຕໍ່ໄປວ່າ "ຜູ້ລອດຊີວິດຂອງພວກເຮົາທັງ ໝົດ ບອກວ່າພວກເຂົາເຈົ້າຖືກທະຫານຂົ່ມຂືນ, ສະນັ້ນ ພວກເຂົາເຈົ້າຢ້ານຫລາຍ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG