ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງກໍາລັງທະຫານສັດຫະລັດຫຼາຍຮ້ອຍຄົນ ສິ້ນສຸດພາລະກິດຢູ່ບໍລິເວນຊາຍແດນ ສະຫະລັດ-ເມັກຊິໂກ


ແຟ້ມຮູບ-ພາຍໃຕ້ການຕິດຕາມເບິ່ງແຍງຂອງກອງທັບສະຫະລັດ ບັນດາຜູ້ອົບພະຍົບ ຍ່າງເຂົ້າມາສະຫະລັດ ໃນບໍລິເວນຊາຍແດນເມືອງ ເອລ ພາໂຊ, ລັດເທັກຊັສ, ເມືອງ ຊີວດາດ ຈົວເຣສ, ເມັກຊິໂກ, ວັນທີ 10 ພຶດສະພາ 2023.
ແຟ້ມຮູບ-ພາຍໃຕ້ການຕິດຕາມເບິ່ງແຍງຂອງກອງທັບສະຫະລັດ ບັນດາຜູ້ອົບພະຍົບ ຍ່າງເຂົ້າມາສະຫະລັດ ໃນບໍລິເວນຊາຍແດນເມືອງ ເອລ ພາໂຊ, ລັດເທັກຊັສ, ເມືອງ ຊີວດາດ ຈົວເຣສ, ເມັກຊິໂກ, ວັນທີ 10 ພຶດສະພາ 2023.

ພວກທະຫານຫຼາຍຮ້ອຍຄົນທີ່ຖືກສົ່ງໄປປະຕິບັດໜ້າທີ່ ຢູ່ຊາຍແດນສະຫະລັດ-ເມັກຊິໂກ ໃນຊ່ວງຕົ້ນປີນີ້ ເນື່ອງຈາກລັດຖະບານໄດ້ສິ້ນສຸດຂໍ້ຈໍາກັດການຂໍລີ້ໄພ ທີ່ພົວພັນກັບການລະບາດໃຫຍ່ຂອງພະຍາດ, ປັດຈຸບັນນີ້ ແມ່ນກໍາລັງເດີນທາງກັບຄືນເມື່ອບ້ານຂອງພວກເຂົາເຈົ້າແລ້ວ.

ໂຄສົກຂອງກະຊວງປ້ອງກັນປະເທດຂອງສະຫະລັດ ທ່ານພັນໂທ ເດວິນ ໂຣບິນສັນ (Lt. Col. Devin Robinson) ກ່າວຕໍ່ VOA ໃນມື້ວັນພຸດວານນີ້ວ່າ ບັນດາທະຫານທີ່ເຂົ້າປະຈໍາການຈໍານວນ 1,100 ຄົນ ໄດ້ພາກັນເລີ້ມຕົ້ນເດີນທາງອອກໄປແລ້ວ ລຸນຫຼັງໄດ້ໃຫ້ການຊ່ວຍເຫຼືອແກ່ເຈົ້າໜ້າທີ່ດ່ານພາສີ ແລະເຈົ້າໜ້າທີ່ລາດຕະເວນປະຈໍາຊາຍແດນ ເປັນເວລາສາມເດືອນ ໂດຍປະຕິບັດໜ້າທີ່ໃຫ້ແກ່ລັດຖະບານເຊັ່ນ ການປ້ອນຂໍ້ມູນ, ໜ້າທີ່ຕ່າງໆກ່ຽວກັບສາງເກັບເຄື່ອງ ພ້ອມທັງການສະໜັບສະໜຸນການຕິດຕາມ ແລະ ກວດກາຕ່າງໆ.

ໃນເດືອນພຶດສະພາ, ລັດຖະມົນຕີປ້ອງກັນປະເທດຂອງສະຫະລັດ ທ່ານລອຍ ອອສຕິນ ມີຄໍາສັ່ງໃຫ້ສົ່ງກອງກໍາລັງທະຫານອອກໄປປະຕິບັດໜ້າທີ່ ຢູ່ບໍລິເວນຊາຍແດນຈໍານວນ 1,500 ຄົນ ສໍາລັບພາລະກິດ 90 ມື້, ເພື່ອຊ່ວຍເຫຼືອໜ່ວຍລາດຕະເວນປະຈໍາຊາຍແດນ. ລັດຖະບານໄດ້ຄາດການໄວ້ວ່າ ມີການຂ້າມຊາຍແດນເພີ້ມຂຶ້ນ, ແລະເປົ້າໝາຍຂອງກອງທັບ ອີງຕາມເຈົ້າໜ້າທີ່ສະຫະລັດ ແມ່ນເພື່ອໃຫ້ອິດສະຫຼະແກ່ເຈົ້າໜ້າທີ່ພາສີ ແລະເຈົ້າໜ້າທີ່ຮັກສາຂົງເຂດຊາຍແດນ, ສະນັ້ນ ພວກເຂົາຈຶ່ງສາມາດປະຕິບັດໜ້າທີ່ໃນພາກສະໜາມໄດ້.

ໃນຊ່ວງເວລາດຽວກັນ, ການຂ້າມຊາຍແດນທີ່ຜິດກົດໝາຍ ໄດ້ເພີ້ມຂຶ້ນຢ່າງໄວວາ, ແລະເຈົ້າໜ້າທີ່ກໍມີຄວາມກັງວົນວ່າ ການຂ້າມຊາຍແດນ ອາດເພີ້ມຂຶ້ນຕື່ມໃນອະນາຄົດ ໂດຍຫົວຂໍ້ 42 ໄດ້ໝົດກໍານົດໄປແລ້ວໃນວັນທີ 23 ເດືອນພຶດສະພາ, ເຊິ່ງເປັນຫົວຂໍ້ສໍາລັບຂັດຂວາງຜູ້ອົບພະຍົບ ເຊິ່ງລວມມີຜູ້ຂໍລີ້ໄພ ຈາກການເຂົ້າມາໃນສະຫະລັດ ເນື່ອງຈາກບັນຫາພະຍາດ COVID-19.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG