ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ປະ​ທ້ວງ ຮົງ​ກົງ ຫຼາຍ​ແສນ​ຄົນ ຊຸມ​ນຸມ​ປະ​ທ້ວງ ໃນ​ຖະ​ໜົນ


ຜູ້​ປະ​ທ້ວງ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິປະ​ໄຕ ເຂົ້າ​ຮ່ວມ​ໃນ​ການ​ເດີນ​ຂະ​ບວນໃນ ຮົງ​ກົງ. 8 ທັນ​ວາ, 2019.
ຜູ້​ປະ​ທ້ວງ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິປະ​ໄຕ ເຂົ້າ​ຮ່ວມ​ໃນ​ການ​ເດີນ​ຂະ​ບວນໃນ ຮົງ​ກົງ. 8 ທັນ​ວາ, 2019.

ຜູ້​ປະ​ທ້ວງຫຼາຍ​ຮ້ອຍ​ພັນ​ຄົນ​ໄດ້​ລວມ​ຕົວ​ກັນ​ໃນ​ຖະ​ໜົນ​ຕ່າງໆ​ຂອງ ຮົງ​ກົງ ໃນ​ວັນ​ອາ​ທິດ​ວານນີ້ ເພື່ອ​ລະ​ນຶກ​ເຖິງວັນ​ຄົບ​ຮອບຫົກ​ເດືອນ​ຂອງ​ການ​ເຄື່ອນ​ໄຫວ​ຕໍ່​ຕ້ານ​ລັດ​ຖະ​ບານ​ຢ່າງ​ຖ້ວມ​ລົ້ນ ແລະ ບໍ່​ເຄີຍ​ມີ​ມາ​ກ່ອນ ໃນ​ເມືອງ​ທີ່​ຖືກ​ຄວບ​ຄຸ​ມ​ໂດຍ ຈີນ ແລະ ເຄິ່ງປົກ​ຄອງ​ຕົນ​ເອງນີ້.

ການ​ເດີນ​ຂະ​ບວນທີ່​ຖືກ​ຫ້າມ​ໂດຍ​ຕຳຫຼວດ ​ໃນ​ວັນ​ອາ​ທິດ​ວ່ານີ້ ເຊິ່ງ​ໄດ້​ເລີ່ມຂຶ້ນ​ຕອນບ່າຍ 3 ໂມງ​ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ ​ສ່ວນ​ໃຫຍ່ແມ່ນ​ມີ​ຄວາມ​ສະ​ຫງົບ ແຕ່​ຄວາມ​ເຄັ່ງ​ຕຶງ​ໄດ້​ຮຸນ​ແຮງ​ຂຶ້ນ​ໃນ​ຕອນ​ແລງ, ເມື່ອ​ຕຳຫຼວດ​ປາບ​ປາມ​ຈະ​ລາ​ຈົນ​ໄດ້​ຖືກ​ປິດ​ລ້ອມ​ເຂົ້າ​ໃນ​ການ​ປະ​ເຊີນ​ໜ້າ​ກັບ​ກຸ່ມ​ປະ​ທ້ວງທີ່​ໃສ່​ຊຸດ​ສີ​ດຳ​ກຸ່ມ​ໃຫຍ່ ຜູ້​ທີ່​ໄດ້​ແຍກ​ອອກ​ມາ​ຈາກ​ການ​ຊຸ​ມ​ນຸມ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ ເພື່ອ​ຄວບ​ຄຸມ​ທາງ​ສັນ​ຈອນ​ທີ່​ສຳ​ຄັນ​ໃນ​ເຂດ​ທຸ​ລະ​ກິດ Central, ເຊິ່ງ​ແມ່ນ​ຈຸດ​ປາຍ​ຂອງ​ເສັ້ນ​ທາງ​ການ​ປະ​ທ້ວງ.

ຜູ້​ປະ​ທ້ວງ​ໄດ້​ຕັ້ງ​ສິ່ງ​ກີດ​ຂວາງ​ທີ່​ເຮັດ​ຂຶ້ນ​ມາ​ເອງ ດ້ວຍ​ເຄື່ອງ​ກີດ​ກັ້ນ​ແຄມ​ທາງ​ທີ່​ເປັນ​ຢາງ, ແຜ່ນ​ເຫຼັກ, ເສົາ​ໄມ້​ໄຜ່ ແລະ ວັດ​ຖຸ​ອື່ນໆ​ຢູ່​ທາງ​ສັນ​ຈອນ ແລະ ກ່ອງ​ທີ່​ໝາຍ​ດ້ວຍ​ຂໍ້​ຄວາມ​ທີ່ຂຽນ​ວ່າ “ຫ້າມ​ເຕະ, ມັນ​ອາດ​ລະ​ເບີດ” ຖືກ​ຕັ້ງ​ຢູ່​ຫົນ​ທາງ.

ເຈົ້າ​ໜ້າ​ທີ່​ປາບ​ປາມ​ຈະ​ລາ​ຈົນ​ບາງ​ຄົນ ​ໄດ້​ຈີ້​ປືນ​ທີ່ບໍ່​ເປັນ​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ​ໃສ່​ປະ​ຊາ​ຊົນ ແລະ ນັກ​ຂ່າວ​ທີ່​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ນັ້ນ ແລະ ສັ່ງ​ໃຫ້​ເຂົາ​ເຈົ້າ​ໜີ​ອອກ​ໄປ. ລົດ​ປາບ​ປາມ​ຈະ​ລາ​ຈົນ​ທີ່​ຕິດ​ຕັ້ງ​ປືນ​ສີດ​ນ້ຳ​ໃສ່​ຂອງ​ຕຳຫຼວດ ກໍ​ໄດ້​ຈອດ​ຢູ່​ໃກ້​ຄຽງ​ເຊັ່ນ​ກັນ.

ລັດ​ຖະ​ບານ ຮົງ​ກົງ ໄດ້​ກ່າວ​ວ່າ ການ​ປະ​ທ້ວງ “ໂດຍ​ທົ່ວ​ໄປ​ແລ້ວ​ມີ​ຄວາມ​ສະ​ຫງົບ​ ແລະ ເປັນ​ລະ​ບຽບ” ແຕ່​ໄດ້​ກ່າວ​ປະ​ນາມ “ຄວາມ​ຮຸນ​ແຮງ ແລະ ການ​ກະ​ທຳ​ທີ່​ຜິດ​ກົດ​ໝາຍ.” ຕຳຫຼວດ ຮົງ​ກົງ ໄດ້​ກ່າວ​ວ່າ ຜູ້​ປະ​ທ້ວງ​ໄດ້​ແກວ່ງ​ລະ​ເບີດ​ນ້ຳ​ມັນ​ເຊື້ອ​ໄຟ​ຢູ່ນອກ​ສານ​ສູງ ແລະ ສານ​ອຸ​ທອນ​ຂັ້ນ​ສຸດ​ທ້າຍ ແລະ ໄດ້​ສີດ​ສະ​ເປ​ສີ​ໃສ່​ກຳ​ແພງ​ຢູ່ນອ​ກ​ຕຶກ​ຂອງ​ສານ​ສູງ.

ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຂອງ​ລັດ​ຖະ​ບານ ​ທີ່​ໄດ້​ປະ​ກາດ​ໃນ​ຄືນ​ວານນີ້​ໄດ້​ກ່າວ​ວ່າ “ລັດ​ຖະ​ບານ ຮົງ​ກົງ ຫວັງ​ທີ່​ຈະ​ເຮັດ​ວຽກັບ​ຊຸມ​ຊົນ​ທັງ​ໝົດ ເພື່ອ​ຢຸດ​ຄວາມ​ຮຸນ​ແຮງ, ໃຊ້​ລະ​ບຽບ​ກົດ​ໝາຍ, ນຳ​ເອົາ​ຄວາມ​ເປັນ​ລະ​ບຽບຂອງ​ສັງ​ຄົມ​ກັບ​ຄືນ​ມາ ແລະ ຫາ​ທາງ​ອອກ​ສຳ​ລັບ​ບັນ​ຫາ​ທີ່​ຝັງ​ເລິກ​ຂອງ ຮົງ​ກົງ ຜ່ານ​ການ​ສົນ​ທະ​ນາ​ກັນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG