ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີໝູຕາຍ 2 ພັນກ່ວາໂຕ ຢູ່ໃນແມ່ນໍ້າສາຍສໍາຄັນ ຂອງຊຽງໄຮ້ (ວີດິໂອ)


ພວກຄົນງານຈີນ ກໍາລັງດຶງເອົາໝູຕາຍ ປະມານ 2,200 ໂຕ ອອກຈາກແມ່ນໍ້າ Huangpu ທີ່ເມືອງ Shanghai ໃນວັນທີ່ 11 ເດືອນມີນານີ້.
ພວກຄົນງານຈີນ ກໍາລັງດຶງເອົາໝູຕາຍ ປະມານ 2,200 ໂຕ ອອກຈາກແມ່ນໍ້າ Huangpu ທີ່ເມືອງ Shanghai ໃນວັນທີ່ 11 ເດືອນມີນານີ້.
ບັນດາ​ເຈົ້າ​ໜ້າ​ທີ່​ຈີນ ກ່າວ​ວ່າ ​ໄດ້​ມີ​ການ​ຊ້ວນ​ເກັບ​ເອົາໝູຕາຍ​
ຫລາຍກວ່າ​ພັນ​ໂຕ ​ອອກ​ມາ​ຈາກ​ແມ່​ນໍ້າສາຍ​ສໍາຄັນ​ຂອງນະ
ຄອນ Shanghai.

ຄະນະ​ກໍາມະການ​ກະ​ເສດ​ປະ​ຈໍາເມືອງ ກ່າວ​ໃນ​ວັນ​ເສົາ​ຜ່ານມາ
ວ່າ ​ເຂົາ​ເຈົ້າ​ບໍ່​ໄດ້​ພົບ​ເຫັນ​ຫລັກ​ຖານ​ໃດໆ ​ວ່າ ໝູຕາຍ​ເຫລົ່າ​ນີ້​
ໄດ້​ຖືກ​ໂຍນ​ຖີ້ມ ລົງ​ໃສ່​ແມ່​ນໍ້າ Huangpu ​ໃນ​ແຂວງ Zheiiang ​
ແລະ​ບໍ່ພົບ​ຫລັກ​ຖານ ກ່ຽວ​ກັບພະຍາດ​ໃດໆ. ​ເຖິງ​ຢ່າງໃດ​ກໍ​ດີ
ບາງ​ລາຍງານ​ເວົ້າ​ວ່າ ຊາກ​ໝູ​ຕາຍ​ເຫລົ່າ​ນີ້ ​ຄົງ​ຖືກ​ຖີ້ມລົງ​ຢູ່​ທາງ
​ເໜືອ​ແມ່​ນໍ້າ.

ລັດຖະບານ​ປະ​ຈໍາ​ເມືອງ​ຍັງກ່າວໃນ​ວັນ​ຈັນ​ມື້​ນີ້​ ອີກວ່າ ພວກ​ພະນັກງານຍັງ​ສືບ​ຕໍ່​ດືງ​ເອົາ​ຊາກ​ສັດ​ຕາຍ​ເຫລົ່າ​ນີ້​ອອກ​ຈາກ​ແມ່​ນໍ້າຢູ່. ບັນດາ​ເຈົ້າ​ໜ້າ​ທີ່​ກໍາລັງ​ສືບສວນ ກ່ຽວ​ກັບ​ເຫດການ​ດັ່ງກ່າວ.

ອໍານາດ​ປົກຄອງນະຄອນ Shanghai ກ່າວ​ວ່າ ຕົນ​ກໍາລັງ​ທົດ​
ສອບ​ໂຕ​ຢ່າງ​ຂອງ​ນໍ້າ ຈາກ​ແມ່​ນໍ້າ Huangpu ນັ້ນ ​ແລະ​ຍັງບໍ່ພົບ​
ເຫັນມົນ​ລະ​ພິດ​ໃດໆ​ເທື່ອ.

ນໍ້າ​ເປັນ​ພິດ ຊຶ່ງມີສາ​ເຫດ​ມາ​ຈາກ ​ເສດ​ຝຸ່ນປຸ​ຍທີ່​ໄຫລ​ມາ​ຈາກໄຮ່ນາ​ຮົ້ວ​ສວນ ​ສານເຄມີ​ທີ່ຮົ່ວ​ໄຫລອອກ​ມາ​ໂຮງ​ຈັກ​ໂຮງງານ ​ແລະນໍ້າ​ເປື້ອນ​ເປີ້ະ ທີ່​ບໍ່ມີ​ການ​ກັ່ນ​ກອງ ​ແມ່ນ​ເປັນ​ບັນຫາ​ໃຫຍ່​ຢູ່ໃນ​ປະ​ເທດ​ຈີນ


ໝູຕາຍຫລາຍພັນໂຕ ໃນແມ່ນໍາ ປະເທດຈີນ
please wait

No media source currently available

0:00 0:00:55 0:00
XS
SM
MD
LG