ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວບຣາຊີລ ເດີນຂະບວນປະທ້ວງຕໍ່ຕ້ານ ການຍິງສັງຫານ ນັກການເມືອງ ຜິວດຳ ແລະນັກເຄື່ອນໄຫວ ເພື່ອສິດທິມະນຸດ


ຫຼາຍພັນຄົນ ໄດ້ເຕົ້າໂຮມກັນ ຢູ່ດ້ານໜ້າ ຂອງໂຮງມະຫໍລະສົບ ເທດສະບານ ໃນໃຈກາງນະຄອນ ຣີໂອ ດີ ເຈເນໂຣ, ໃນລະ
ຫວ່າງການເດີນຂະບວນປະທ້ວງ ຕໍ່ຕ້ານ ການສັງຫານ ສະມາ
ຊິກສະພາ ທ່ານນາງ ມາຣີແອລ ແຟຣງໂກ (Marielle Franco) ຜູ້ທີ່ຖືກຍິງເສຍຊີວິດ ໃນມື້ຄືນກ່ອນ ໂດຍຜູ້
ຮ້າຍບໍ່ຊາບຊື່ ສອງຄົນ ໃນນະຄອນ ຣີໂອ ດີ ເຈແນໂຣ ຂອງບຣາຊີລ, ວັນທີ 15 ມີນາ 2018.
ຫຼາຍພັນຄົນ ໄດ້ເຕົ້າໂຮມກັນ ຢູ່ດ້ານໜ້າ ຂອງໂຮງມະຫໍລະສົບ ເທດສະບານ ໃນໃຈກາງນະຄອນ ຣີໂອ ດີ ເຈເນໂຣ, ໃນລະ ຫວ່າງການເດີນຂະບວນປະທ້ວງ ຕໍ່ຕ້ານ ການສັງຫານ ສະມາ ຊິກສະພາ ທ່ານນາງ ມາຣີແອລ ແຟຣງໂກ (Marielle Franco) ຜູ້ທີ່ຖືກຍິງເສຍຊີວິດ ໃນມື້ຄືນກ່ອນ ໂດຍຜູ້ ຮ້າຍບໍ່ຊາບຊື່ ສອງຄົນ ໃນນະຄອນ ຣີໂອ ດີ ເຈແນໂຣ ຂອງບຣາຊີລ, ວັນທີ 15 ມີນາ 2018.

ປະຊາຊົນຫຼາຍກວ່ານຶ່ງພັນຄົນ ໄດ້ເດີນຂະບວນຈາກເມືອງທຸກຍາກໄປຫາ
ຕົວເມືອງໃນນະຄອນຫຼວງ ຣີໂອ ດີ ຈາເນໂຣ ໃນວັນອາທິດ ວານນີ້ ເພື່ອ
ປະທ້ວງຕໍ່ສິ່ງທີ່ປາກົດວ່າ ເປັນການລອບສັງຫານທະນາຍ ຄວາມຄົນຜິວດຳ
ແລະ ນັກເຄື່ອນໄຫວເພື່ອສິດທິມະນຸດ ທ່ານນາງ ມາຣີແອລ ແຟຣກໂກ
(Marielle Franco).

ບັນດາຜູ້ຈັດການເດີນຂະບວນ ໄດ້ໃຊ້ໂທລະໂຄ່ງເພື່ອຮ້ອງຄຳວ່າ “ສຽງຂອງ ລາວຈະບໍ່ໄດ້ປິດງຽບໄວ້,” ໃນຂະນະທີ່ການປະທ້ວງໄດ້ເຄື່ອນທີ່ ລົງໄປໃນ
ຖະໜົນທີ່ສຳຄັນຂອງຕົວເມືອງ.

ບັນດານັກການເມືອງບາງຄົນ ຜູ້ທີ່ໄດ້ເຂົ້າຮ່ວມໃນການເດີນຂະບວນໄດ້
ເວົ້າວ່າ ຖ້າການສັງຫານທ່ານນາງ ແຟຣກໂກ ມີຈຸດປະສົງທີ່ຈະເຮັດໃຫ້ຄົນ
ບໍ່ກ້າອອກມາເວົ້າຫຍັງນັ້ນ, ສິ່ງກົງກັນຂ້າມແມ່ນຈະເກີດຂຶ້ນ, ແລະ
“ຄວາມກ້າຫານກໍຈະຖືກແຜ່ອອກໄປທົ່ວປະເທດ ບຣາຊິລ.”

ທ່ານນາງ ແຟຣກໂກ ແລະ ຄົນຂັບລົດຂອງລາວໄດ້ຖືກຍິງຈົນເສຍຊີວິດ ໃນ
ວັນພຸດ ທີ່ຜ່ານມາ ໃນຂະນະທີ່ເຂົາເຈົ້າໄດ້ເດີນທາງອອກຈາກງານແຫ່ງນຶ່ງ
ທີ່ຖືກຈັດຂຶ້ນເພື່ອສະໜັບສະໜູນ ພວກແມ່ຍິງຜິວດຳ.

ທ່ານນາງ ແຟຣກໂກ ແມ່ນສະມາຊິກຂອງສະພາເມືອງ ຣີໂອ ແລະ ເປັນຜູ້ທີ່
ອອກໜ້າອອກຕາ ສະໜັບສະໜູນສິດທິຄົນກຸ່ມນ້ອຍ, ເຊິ່ງມັກ ຈະອອກ
ມາເວົ້າຕໍ່ຕ້ານສິ່ງທີ່ຖືກກ່າວຫາວ່າ ເປັນການກະທຳທີ່ໂຫດຮ້າຍ ຂອງ
ຕຳຫຼວດ ໃນເຂດທຸກຍາກຂອງຕົວເມືອງ.

ປະທານາທິບໍດີ ບຣາຊິລ ທ່ານ ມິດໂຈລ ເທມເມີຣ ໄດ້ຈັດໃຫ້ທະຫານບົກ
ເປັນຜູ້ຮັບຜິດຊອບ ໃນການຮັກສາຄວາມປອດໄພ ໃນນະຄອນຫຼວງ ຣີໂອ
ຍ້ອນມີຄຳຕຳໜິຢ່າງຫຼວງຫຼາຍ ໂດຍກຸ່ມສິດທິມະນຸດ ກ່ຽວກັບ ຄວາມຮຸນ
ແຮງ ທີ່ເກີນຂອບເຂດຂອງຕຳຫຼວດ ແລະ ບາງຄັ້ງກໍເຖິງແກ່ ຊີວິດ.

ບັນດານັກວິຈານເວົ້າວ່າ ການມີໜ້າຂອງທະຫານ ປາກົດວ່າມີປະສິດທິຜົນ
ແຕ່ພຽງເລັກນ້ອຍ.

Brazil Protest
please wait
Embed

No media source currently available

0:00 0:01:32 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG