ເບິ່ງຄືວ່າ ກຸ່ມ Boko Haram ພວມທຳການໂຈມຕີເພີ້ມຂຶ້ນ ໃນ
ພາກຕາເວັນອອກສຽງເໜືອຂອງໄນຈີເຣຍແລະໃນບາງເຂດນັ້ນ
ເຖິງກັບເອົາທຸງຂອງພວກເຂົາປັກໄວ້ ໃນໝູ່ບ້ານທີ່ພວກເຂົາບຸກ
ເຂົ້າໂຈມຕີ.
ພວກທີ່ເຫັນເຫດການແລະເຈົ້າໜ້າທີ່ກ່າວວ່າ ພວກທີ່ສົງໄສວ່າ ເປັນສະມາຊິກຂອງກຸ່ມຫົວຮຸນແຮງ Boko Haram ໄດ້ສັງຫານ
ພົນລະເຮືອນຫຼາຍສິບຄົນ ໃນການບຸກໂຈມຕີໝູ່ບ້ານຕ່າງໆໃນ
ພາກຕາເວັນອອກສຽງເໜືອຂອງປະເທດນັ້ນ.
ການບຸກໂຈມຕີເຫຼົ່ານີ້ ແມ່ນຮວມທັງການໂຈມຕີເມືອງ Gwoza ໃນລັດ Borno. ພວກທີີ່ເຫັນ ເຫດການຫຼາຍຄົນກ່າວວ່າ ມີປືນທີ່ໃສ່ເຄື່ອງແບບທະຫານ ໄດ້ລະດົມຍິງເຂົ້າໃສ່ພວກຊາວບ້ານ ແລະຈູດເຜົາບ້ານເຮືອນເຂົາເຈົ້າ. ພວກເຂົາເຈົ້າກ່າວວ່າ ໄດ້ມີຜູ້ຄົນຈຳນວນຫຼວງຫຼາຍ ຖືກສັງ ຫານ.
ກຸ່ມຫົວຮຸນແຮງອິສລາມ ຍັງຈັບພວກເດັກນ້ອຍນັກຮຽນຍິງຫຼາຍກວ່າ 200 ຄົນໄວ້ເປັນຕົວ
ປະກັນ ທີ່ຖືກລັກພາໂຕໄປຈາກໂຮງຮຽນໃນລັດ Borno ເມື່ອກາງເດືອນເມສາຜ່ານມານີ້.
ເຈົ້າໜ້າທີ່ໄນເຈີເຣຍເຊື່ອວ່າ ພວກຫົວຮຸນແຮງຈຸນີ້ ແມ່ນເປັນຜູ້ຮັບຜິດຊອບຕໍ່ການວາງລະເບີດສອງຄັ້ງຊ້ອນໃນເມືອງ Jos ທາງພາກກາງຂອງປະເທດ ເມື່ອເດືອນພຶດສະພາຜ່ານ
ມາ ທີ່ເຮັດ ໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 118 ຄົນ.
ລັດຖະບານໄນເຈີເຣຍ ໄດ້ດີ້ນຮົນຕໍ່ສູ້ເພື່ອຫາທາງຄວບຄຸມກຸ່ມດັ່ງກ່າວ ເຖິງແມ່ນໄດ້ມີການປະກາດພາວະສຸກເສີນ ໃນພາກຕາເວັນອອກສຽງເໜືອຂອງປະເທດ ພ້ອມທັງການສົ່ງທະຫານຫຼາຍພັນຄົນ ໄປຍັງເຂດດັ່ງກ່າວກໍຕາມ.
ໃນວັນພຸດວານນີ້ ເຈົ້າໜ້າທີ່ໄນເຈີເຣຍ ໄດ້ປະຕິເສດຕໍ່ລາຍງານສະບັບນຶ່ງທີ່ກ່າວວ່າ ບັນດາເຈົ້າໜ້າທີ່ 15 ຄົນ ຮວມທັງບັນດານາຍພົນ 10 ທ່ານ ໄດ້ຖືກດຳເນີນຄະດີ
ໂດຍສານທະຫານຍ້ອນ ໃຫ້ການຮ່ວມມືກັບກຸ່ມຫົວຮຸນແຮງ Boko Haram.