ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຜູ້ເສຍຊີວິດ 1 ຄົນ ແລະບາດເຈັບ ຫຼາຍຮ້ອຍ ໃນຄວາມຮຸນແຮງ ຢູ່ຊາຍແດນ ກາຊາ ຕິດກັບ ອິສຣາແອລ


ພວກປະທ້ວງ ຊາວປາແລສໄຕນ໌ ພວມແລ່ນ ຫາບ່ອນລີ້ ຈາກລະເບີດນ້ຳຕາ.
ພວກປະທ້ວງ ຊາວປາແລສໄຕນ໌ ພວມແລ່ນ ຫາບ່ອນລີ້ ຈາກລະເບີດນ້ຳຕາ.

ກະຊວງສາທາລະນະສຸກໃນເຂດກາຊາກ່າວວ່າ ມີຊາວປາແລສໄຕນ໌ຄົນນຶ່ງເສຍຊີວິດ
ແລະອີກ 900 ກວ່າຄົນ ໄດ້ຮັບບາດເຈັບ ໂດຍທະຫານອິສຣາແອລ ໃນວັນສຸກວານນີ້
ທີ່ໄດ້ຍິງປືນແລະລະເບີດນ້ຳຕາເຂົ້າໃສ່ ເພື່ອຂັບໄລ່ການພະຍາຍາມຫຼາຍໆເທື່ອຂອງ
ຊາວປາແລສໄຕນ໌ທີ່ຈະຂ້າມຮົ້ວຊາຍແດນ ທີ່ສ້າງຂຶ້ນເພື່ອແຍກເຂດກາຊາທີ່ປົກຄອງ ໂດຍປາແລສໄຕນ໌ ອອກຈາກອິສຣາແອລ.

ຄວາມຮຸນແຮງໄດ້ລະເບີດຂຶ້ນ ຫລັງຈາກຊາວປາແລສໄຕນ໌ ຫຼາຍໆພັນຄົນ ໂຮມຊຸມ
ນຸມປະທ້ວງຢູ່ຕາມເຂດຊາຍແດນ ຊຶ່ງເປັນການປະທ້ວງ ປະຈຳອາທິດ ຄັ້ງທີ 3 ທີ່ຈະ
ດຳເນີນຕໍ່ໄປຈົນຮອດກາງເດືອນໜ້າ. ການປະທ້ວງເຫຼົ່ານີ້ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ
ໄປແລ້ວຫຼາຍສິບຄົນ ແລະໄດ້ຮັບບາດເຈັບອີກຫຼາຍພັນຄົນ.

ພວກປະທ້ວງຊາວປາແລສໄຕນ໌ ກຳລັງພາກັນດຶງຮົ້ວຊາຍແດນ
ພວກປະທ້ວງຊາວປາແລສໄຕນ໌ ກຳລັງພາກັນດຶງຮົ້ວຊາຍແດນ

ພວກປະທ້ວງໄດ້ໄປເຕົ້າໂຮມກັນ ຢູ່ສູນທີ່ສ້າງຂຶ້ນດ້ວຍຜ້າຕັ້ງຫຼາຍໆແຫ່ງ ທີ່ຕັ້ງຢູ່ຫ່າງ
ຈາກຮົ້ວຊາຍແດນຫຼາຍຮ້ອຍແມັດ. ພວກປະທ້ວງກຸ່ມນ້ອຍໆໄດ້ພາຍ້າຍເຂົ້າໄປໃກ້ໆ
ຮົ້ວ ໂດຍພາກັນຈູດທຸງຊາດອິສຣາແອລແລະຢາງຕີນລົດ ແລ້ວກໍແກວ່ງກ້ອນຫີນເຂົ້າ
ໃສ່ ຊຶ່ງພາໃຫ້ທະຫານອິສຣາແອລ ຍິງລູູກປືນແທ້ແລະລະເບີດນ້ຳຕາມາໃສ່. ກອງທັບ
ອິສຣາແອລກ່າວວ່າ ພວກປະທ້ວງບາງຄົນທີ່ຢູ່ໃນກຸ່ມ ໄດ້ແກວ່ງລະເບີດນ້ຳມັນ ແລະ
ລະເບີດເຮັດເອງ ເຂົ້າໃສ່ທະຫານ ໃນຂະນະທີ່ອີກຈຳນວນນຶ່ງ ພະຍາຍາມທີ່ຈະຂ້າມ
ຮົ້ວ ເຂົ້າໄປໃນອິສຣາແອລ.

ກະຊວງສາທາລະນະສຸກ ຂອງເຂດກາຊາ ກ່າວ່ວາ ຜູ້ຊາຍອາຍຸ 28 ປີຄົນນຶ່ງໄດ້ຖືກ
ຍິງຕາຍ ແລະນອກນັ້ນ ຍັງມີີພວກປະທ້ວງ 900 ກວ່າຄົນໄດ້ຮັບບາດເຈັບ 223 ຄົນ ໃນຈຳນວນນີ້ ແມ່ນຖືກລູກປືນ. ມີນາງພະຍາບານ 10 ຄົນພ້ອມກັບທ່ານໝໍຮັບມືກັບ ເຫດການສຸກເສີນ​ແລະນັກຂ່າວ 2 ຄົນ ແມ່ນຮວມຢູ່ໃນ ພວກທີ່ໄດ້ຮັບບາດເຈັບ ອີງ
ຕາມກະຊວງສາທາລະນະສຸກ.

ພວກປະທ້ວງ ພາກັນຮຽກຮ້ອງໃຫ້ຍຸຕິການປິດລ້ອມເຂດກາຊາ ທີ່ມີມາເປັນເວລາ
ນຶ່ງທົດສະວັດແລ້ວນັ້ນ ແລະໃຫ້ພວກອົບພະຍົບປາແລສໄຕນ໌ ກັບຄືນບ້ານໃນອັນ
ທີ່ເປັນປະເທດອິສຣາແອລເວລານີ້ ບ່ອນທີ່ບັນພະບຸລຸດຂອງພວກເຂົາເຈົ້າ ໄດ້ອາ
ໄສຢູ່ ກ່ອນທີ່ຈະຖືກບັງຄັບໃຫ້ຫລົບໜີລຸນຫຼັງທີ່ມີການສ້າງຕັ້ງປະເທດອິສຣາແອລ
ຂຶ້ນ ໃນປີ 1948. ອິສຣາແອລໄດ້ປະຕິເສດຊ້ຳແລ້ວຊ້ຳອີກ ກ່ຽວກັບຄວາມເປັນໄປ
ໄດ້ ໃນການທີ່ຈະໃຫ້ສິດ ແກ່ຊາວປາແລສໄຕນ໌ເຫຼົ່ານີ້ ກັບຄືນໄປຍັງ ອິສຣາແອລ
ຍ້ອນຢ້ານວ່າ ຊາວຢິວຈະສູນເສຍ ການເປັນຄົນກຸ່ມໃຫຍ່ ຢູ່ໃນປະເທດດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG