ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍຮ້ອຍຄົນ ບາດເຈັບ ໃນອຸບັດເຫດ ໄຟລະເບີດຂຶ້ນ ຢູ່ສວນຫຼິ້ນນ້ຳ ໃນໄຕ້ຫວັນ


ບັນດາຜູ້ໄດ້ຮັບບາດເຈັບ ນອນ​ຢູ່
​ເທິງ​ພວກຂອງ​ຫລີ້ນລອຍນ້ຳ ​ທີ່​ຖືກ​ສູບ​ລົມ​ໃສ່ ໃນລະຫວ່າງ ການສະແດງຄອນເສີຕ ຢູ່ Formosa Water Park ໃນນະຄອນ New Taipei City, ປະເທດ Taiwan, ວັນທີ 27 ມິຖຸນາ 2015.
ບັນດາຜູ້ໄດ້ຮັບບາດເຈັບ ນອນ​ຢູ່ ​ເທິງ​ພວກຂອງ​ຫລີ້ນລອຍນ້ຳ ​ທີ່​ຖືກ​ສູບ​ລົມ​ໃສ່ ໃນລະຫວ່າງ ການສະແດງຄອນເສີຕ ຢູ່ Formosa Water Park ໃນນະຄອນ New Taipei City, ປະເທດ Taiwan, ວັນທີ 27 ມິຖຸນາ 2015.

ທີ່ໄຕ້​ຫວັນ ມີຫຼາຍກວ່າ 5​00 ຄົນ ​ໄດ້​ຮັບ​ບາດ​ເຈັບ ​ແລະ ​ເກືອບ
200 ຄົນ ບາດ​ເຈັບ​ສາ​ຫັດ ເວລາ​ເກີດ​ໄຟ​ໄໝ້​ຢູ່​ສວນ​ຫລິ້ນ​ນ້ຳ​
Formosa Water Park ນອກ​ນະຄະຫຼວງໄທ​ເປ​.

ໄດ້​ເກີດໄຟໄໝ້ຂຶ້ນ ​ໂດຍ​ອຸບັດ​ເຫດ ​ເວລາພວກ​ສະ​ແດງ​ຄອນ​ເສີຕ
ຢູ່​ເທິງ​ເວທີ ​ໂຍນຜົງ​ສີ​ທີ່​ໃຊ້​ໃນ​ການ​ສະ​ແດງ ​ເຂົ້າ​ໃສ່​ກຸ່ມຊາວ​ຫນຸ່ມ
ປະມານ 1,000 ຄົນ ທີ່​ກຳລັງ​ເຕັ້ນ​ລຳ ​ແລະ ມ່ວນ​ຊື່ນ​ກັບ​ສຽງ​ເພງ​
ຢູ່​ນັ້ນ ​ແລະ​ຜົງ​ສີ​ດັ່ງກ່າວ​ໄດ້ຕິດ​ໄຟ ລຸກ​ໄໝ້​ຂຶ້ນ.

ບັນດາ​ຜູ້​ເຄາະ​ຮ້າຍ​ມີ​ອາການມຶນ​ງົງ ​ໄດ້​ຖືກ​ຫາມ​ອອກ​ໄປ​ ຈາກ
ສວນ​ຫລິ້ນນ້ຳ ດ້ວຍບ້ວງ​ຢາງ​ຫລິ້ນ​ນ້ຳ. ສ່ວນ​ຄົນ​ອື່ນໆ ນອນ​ຢູ່
​ເທິງ​ພວກຂອງ​ຫລິ້ນລອຍນ້ຳ ​ທີ່​ຖືກ​ສູບ​ລົມ​ໃສ່ ຂະນະ​ທີ່ພວກຜູ້​ຄົນຢືນ​ເບິ່ງ​ ຢູ່​ໃນ​ເຫດການ
​ພາກັນເທ​ນ້ຳ​ໃສ່​ພວກ​ເຂົາ​ເຈົ້າ.

ຮູບຈາກໂທລະພາບ ສະແດງໃຫ້ເຫັນເຖິງ ບັນດາຜູ້ເຂົ້າຊົມຄອນເສີຕ ທີ່ໄດ້ຮັບບາດເຈັບ ກຳລັງຖືກຫາມ ອອກໄປຈາກ ບ່ອນເກີດໄຟໄໝ້ ຢູ່ສວນຫລິ້ນນ້ຳ Formosa Water Park ໃນ New Taipei City ປະເທດໄຕ້ຫວັນ, ວັນທີ 27 ມິຖຸນາ 2015.
ຮູບຈາກໂທລະພາບ ສະແດງໃຫ້ເຫັນເຖິງ ບັນດາຜູ້ເຂົ້າຊົມຄອນເສີຕ ທີ່ໄດ້ຮັບບາດເຈັບ ກຳລັງຖືກຫາມ ອອກໄປຈາກ ບ່ອນເກີດໄຟໄໝ້ ຢູ່ສວນຫລິ້ນນ້ຳ Formosa Water Park ໃນ New Taipei City ປະເທດໄຕ້ຫວັນ, ວັນທີ 27 ມິຖຸນາ 2015.

Taiwan Fire
please wait
Embed

No media source currently available

0:00 0:00:32 0:00

XS
SM
MD
LG