ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຫຼາຍຮ້ອຍຄົນ ໃນນະຄອນຫຼວງກາບູລ ປະທ້ວງ ການປົກຄອງ ຂອງກຸ່ມຕາລິບານ


ພວກແມ່ຍິງ ຮ້ອງຄຳຂວັນ ແລະໂບກທຸງຊາດອັຟການິສຖານ ໃນລະຫວ່າງການປະທ້ວງ ຕໍ່ຕ້ານປາກິສຖານ ເມື່ອວັນທີ 7 ກັນຍາ 2021.
ພວກແມ່ຍິງ ຮ້ອງຄຳຂວັນ ແລະໂບກທຸງຊາດອັຟການິສຖານ ໃນລະຫວ່າງການປະທ້ວງ ຕໍ່ຕ້ານປາກິສຖານ ເມື່ອວັນທີ 7 ກັນຍາ 2021.

ຜູ້ປະທ້ວງຫລາຍຮ້ອຍຄົນ ລວມເຖິງພວກແມ່ຍິງຫລາຍສິບຄົນ ໄດ້ພາກັນອອກໄປເຕົ້າໂຮມຢູ່ເທິງຖະໜົນໃນມື້ວັນອັງຄານວານນີ້ຢູ່ນະຄອນຫລວງກາບູລ, ໂດຍພາກັນຮ້ອງຄໍາຂັວນຕໍ່ຕ້ານກຸ່ມຕາລິບານ, ໃນຂະນະທີ່ພວກເຂົາເຈົ້າໂຮມຊຸມນຸມປະທ້ວງການປົກຄອງຂອງກຸ່ມຕາລິບານ ຢູ່ໃນປະເທດດັ່ງກ່າວ ແລະສິ່ງທີ່ພວກເຂົາເຈົ້າເອີ້ນວ່າ ການມີສ່ວນຮ່ວມຂອງປາກິສຖານ.

ກຸ່ມຕາລິບານໄດ້ອະນຸຍາດໃຫ້ບາງກຸ່ມຍ່າງໄປຕາມຖະໜົນ, ແຕ່ພວກເຂົາໄດ້ຍິງປືນຂຶ້ນຟ້າ ເພື່ອທໍາການຂົ່ມຂູ່ຢ່າງນ້ອຍຢູ່ສອງແຫ່ງ, ອີງຕາມການລາຍງານຂອງສື່ມວນຊົນທ້ອງຖິ່ນ ແລະຮູບພາບວີດີໂອທີ່ຖ່າຍໄດ້ຈາກໂທລະສັບມືຖືທີ່ນຳເຜີຍແຜ່ ຢູ່ໃນສື່ສັງຄົມອອນລາຍ.

ບັນດາພວກຜູ້ຊາຍທີ່ໃສ່ຊຸດສີເຂັ້ມ ພາກັນຍິງປືນເພື່ອສະຫລາຍພວກປະທ້ວງ ທີ່ ຮວມໂຕຢູ່ຂ້າງນອກ ສະຖານທູດຂອງປາກິສຖານ ໃນນະຄອນຫລວງກາບູລ. ໃນເຫດການນຶ່ງ, ສຽງປືນນັ້ນດັງຍາວນານ ແລະຕໍ່ເນື່ອງກັນ ຈົນຟັງຄືສຽງຍິງດອກໄມ້ໄຟ. ໂທລະພາບຂອງອັຟການິສຖານ ໄດ້ອອກຂ່າວໃຫ້ເຫັນພາບຂອງຜູ້ຄົນພາກັນແລ່ນຫາບ່ອນຫລົບລີ້.

https://twitter.com/TOLOnews/status/1435175428285677570

“ສະມາຊິກຂອງກຸ່ມຕາລິບານທີ່ຢູ່ໃນລົດຕໍາຫລວດ ໃນເບື້ອງຕົ້ນໄດ້ຂັບຄຽງຂ້າງໄປນໍາກຸ່ມພວກປະທ້ວງ, ບໍ່ໄດ້ກີດກັນພວກເຂົາເຈົ້າ ໃນການທໍາການປະທ້ວງ,” ອີງຕາມການລາຍງານຂອງນັກຂ່າວ BBC, ເຊີກັນເດີ ເຄີມານີ (Secunder Kirmani) ຜູ້ຢູ່ໃນເຫດການການປະທ້ວງດັ່ງກ່າວ.https://www.bbc.com/news/world-asia-58472978

ຕໍ່ມາພວກເຂົາໄດ້ຍິງປືນຂູ່ ແລະຢຸດທີມງານນັກຂ່າວ BBC ແລະບັນດານັກຂ່າວທີມອື່ນໆທີ່ກໍາລັງບັນທຶກພາບຕ່າງໆຢູ່ໃນທີ່ເກີດເຫດ.

ສື່ມວນຊົນທ້ອງຖິ່ນລາຍງານວ່າ ກຸ່ມຕາລິບານໄດ້ທໍາການຈັບກຸ່ມນັກຂ່າວ 14 ຄົນ ເປັນເວລາຫລາຍຊົ່ວໂມງ, ລວມເຖິງທ້າວວາຮີດ ອະມາດີ (Wahid Ahmadi) ເຄືອຂ່າຍຂ່າວທ້ອງຖິ່ນຕາໂລ (Talo), ເຊິ່ງຫລັງຈາກນັ້ນໄດ້ຮັບການປ່ອຍໂຕ ແລະອຸປະກອນຕ່າງໆຂອງພວກເຂົາເຈົ້າ ກໍ່ຖືກສົ່ງຄືນທັງໝົດ.

https://twitter.com/TOLOnews/status/1435194062114631686

ອີງຕາມການລາຍງານຂອງຊອ່ງໂທລະພາບກາບູລນິວສ໌ (Kabul News TV), ຊ່າງພາບຄົນນຶ່ງຂອງພວກເຂົາເຈົ້າ ທ້າວນາຈິມ ຊູລທານີ (Najim Sultani) ໄດ້ຮັບບາດເຈັບ, ແລະນັກຂ່າວຂອງພວກເຂົາເຈົ້າທ້າວເອັມຣານ ຟາຊິລີ (Emran Fazili) ໄດ້ຖືກກຸ່ມຕາລິບານທຸບຕີ.

https://twitter.com/kabulnewstv/status/1435185154063020042

ໃນການຖະແຫລງຂ່າວເມື່ອວັນອັງຄານວານນີ້, ໂຄສົກຂອງກຸ່ມຕາລິບານ ທ້າວຊາບິອຸລລາ ມູຈາຮີດ (Zabiullah Mujahid) ໄດ້ຮ້ອງການປະທ້ວງນີ້ວ່າ ຜິດກົດໝາຍ ແລະກ່າວວ່າ ພວກປະທ້ວງຈໍາເປັນຈະຕ້ອງໄດ້ຮັບອະນຸຍາດ ແລະແຈ້ງໃຫ້ລັດຖະບານຕາລິບານຮູ້ເຖິງເວລາ, ສະຖານທີ່ ແລະເຈດຈໍານົງ ຂອງການປະທ້ວງຕ່າງໆ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG