ພວກສະໜັບສະໜຸນຫຼາຍຮ້ອຍຄົນ ຕໍ່ທ່ານພິທາ ລິ້ມຈະເຣີນຣັດ ຜູ້ສະໝັກເປັນນາຍົກລັດຖະມົນຕີທີ່ມຄະແນນນຳໜ້າຂອງໄທ ໄດ້ໂຮມຊຸມນຸມກັນທີ່ບາງກອກໃນວັນອາທິດວານນີ້ ກ່ອນໜ້າການລົງຄະແນນສຽງຂອງສະພາເພື່ອເລືອກເອົານາຍົກລັດຖະມົນຕີໃນທ້າຍອາທິດນີ້ ອີງຕາມລາຍງານອົງການຂ່າວຣອຍເຕີ້.
ທ່ານພິທາ ຜູ້ນຳຂອງພັກກ້າວໄກ ປະເຊີນກັບ ເສັ້ນທາງແຫ່ງຄວາມບໍ່ແນ່ນອນໃນການເຂົ້າຮັບຕຳແໜ່ງເປັນນາຍົກລັດຖະມົນຕີ ທັງໆທີ່ໄດ້ຮັບໄຊຊະນະຢ່າງບໍ່ໜ້າເຊື່ອໃນການເລືອກຕັ້ງເມື່ອເດືອນພຶດສະພາຜ່ານມາທີ່ໄດ້ເຫັນປະຊາຊົນຊາວປະຕິເສດຕໍ່ການປົກຄອງຂອງລັດຖະບານທີ່ໄດ້ຮັບການໜຸນຫຼັງຈາກທະຫານມາເປັນເວລາເກືອບ 9 ປີ.
ເວລານີ້ ທ່ານຈຳເປັນຕ້ອງໄດ້ຮັບຄະແນນສຽງສະໜັບສະໜຸນຈາກສະພາສູງທີ່ບໍ່ໄດ້ຜ່ານການເລືອກຕັ້ງ ເພື່ອຈະໄດ້ເປັນນາຍົກລັດຖະມົນຕີ ແທນທ່ານປຣະຢຸດ ຈັນໂອຊາ ໃນການລົງຄະແນນສຽງທີ່ກຳນົດໃສ່ວັນທີ 13 ກໍລະກົດຈະມານີ້.
ພັນທະມິດທີ່ປະກອບດ້ວຍ 8 ພັກການເມືອງຂອງທ່ານ ແມ່ນມີບ່ອນນັ່ງຢູ່ໃນສະພາທັງໝົດ 312 ບ່ອນ ແຕ່ທ່ານຕ້ອງການ ຄະແນນສະໜັບສະໜຸນ 376 ສຽງ ຈາກທັງສອງສະພາ ທີ່ຮວມທັງສະພາສູງ ທີ່ມີບ່ອນນັ່ງ 250 ບ່ອນ ທີ່ຖືກແຕ່ງຕັ້ງໂດຍພວກຜູ້ນຳທະຫານ.
ທ່ານພິທາກ່າວວ່າ ມີການເຈລະຈາຫາລືກັບບັນດາສະມາຊິກສະພາສູງ ທີ່ພວກເຂົາເຈົ້າບໍ່ຄວນລົງຄະແນນສຽງຄັດຄ້ານຕໍ່ຄວາມປາຖະໜາຂອງປະຊາຊົນ.
ທ່ານພິທາກ່າວຕໍ່ພວກສະໜັບສະໜຸນໃນວັນອາທິດວານນີ້ວ່າ “ພວກເຮົາໄດ້ຮ້ອງຂໍໃຫ້ເຂົາເຈົ້າລົງຄະແນນສຽງເພື່ອປະຊາທິປະໄຕ ເພື່ອສຽງສ່ວນຫຼາຍແລະເພື່ອກັບຄືນສູ່ຄວາມເປັນປົກກະຕິຂອງການເມືອງໄທ ເພື່ອໃຫ້ພວກເຮົາສາມາດກ້າວໄປຂ້າງໜ້າໃນທີ່ສຸດ.”
ຜູ້ສະໜັບສະໜຸນ ຈະຕຸຣົງ ສ້ອຍສຣີ ອາຍຸ 28 ປີ ກ່າວກ່ຽວກັບວັນລົງຄະແນນສຽງວ່າ “ຈະຕັດສິນຊີ້ຂາດວ່າອະນາຄົດຈະນຳພາໄປໃສ. ພວກເຮົາຕ້ອງໄດ້ປຸມລຸມສາມັກຄີກັນ.”