ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ປາກິສຖານ ຫຼາຍຮ້ອຍ ເສຍຊີວິດ ຍ້ອນຄື້ນ ຄວາມຮ້ອນ


ຊາຍຄົນໜຶ່ງ ກຳລັງເຮັດໃຫ້ຕົນເອງເຢັນລົງ ດ້ວຍນ້ຳຈາກກັອກນ້ຳສາທາລະນະ ຫຼັງຈາກຕື່ມນ້ຳ ໃສ່ກະຕຸກນ້ຳແລ້ວ ຖ່າມກາງອາກາດຮ້ອນຈັດ ໃນເມືອງ Karachi ປະເທດ Pakistan. 23 ມິຖຸນາ 2015
ຊາຍຄົນໜຶ່ງ ກຳລັງເຮັດໃຫ້ຕົນເອງເຢັນລົງ ດ້ວຍນ້ຳຈາກກັອກນ້ຳສາທາລະນະ ຫຼັງຈາກຕື່ມນ້ຳ ໃສ່ກະຕຸກນ້ຳແລ້ວ ຖ່າມກາງອາກາດຮ້ອນຈັດ ໃນເມືອງ Karachi ປະເທດ Pakistan. 23 ມິຖຸນາ 2015

ອຸນຫະ​ພູມ​ສູງເປັນປະຫວັດການ ​ໄດ້​ເຮັດ​ໃຫ້​ມີ​ຜູ້ເສຍ​ຊີວິດຫລາຍ
ຮ້ອຍ ຄົນ ​ໃນ​ເມືອງທ່າ Karachi. ​ເຈົ້າ​ໜ້າ​ທີ່ ປາ​ກິສຖານ ​ກ່າວ​ວ່າ
​ມີ​ປະຊາຊົນຫຼາຍ​ກວ່າ 800 ຄົນ​ໃນ​ເມືອງ Karachi ​ໄດ້​ເສຍ​ຊີວິດ
ໃນ​ຄື້ນຄວາມ​ຮ້ອນຈັດທີ່ກຳລັງຄຸກຄາມ ຂົງເຂດດັ່ງກ່າວ. ໃນຂະນະ
ທີ່ມີການພະຍາກອນວ່າ ຈະມີ​ອາກາດ​ທີ່​ເຢັນ​ກວ່າ​ເຄື່ອນເຂົ້າມາເຊິ່ງ
​ມັນ​ກໍຊ້າ​ໂພດ​ແລ້ວສຳລັບບາງຄົນທີ່​ບໍ່​ໝັ້ນຄົງ​ທີ່​ສຸດຢູ່ໃນເມືອງ
ດັ່ງກ່າວ.

ພີ່ນ້ອງ ລໍຖ້າອາສາສະໝັກ ຄົ້ນຫາສົບຂອງຜູ້ທີ່ເສຍຊີວິດ ຈາກຄື້ນຄວາມຮ້ອນຈັດ
ພີ່ນ້ອງ ລໍຖ້າອາສາສະໝັກ ຄົ້ນຫາສົບຂອງຜູ້ທີ່ເສຍຊີວິດ ຈາກຄື້ນຄວາມຮ້ອນຈັດ

ຊາວ​ປາ​ກິ​ສຖານ ປົກກະຕິ​ຈະ​ລຶ້ງ​ເຄີຍ​ກັບ​ອຸນຫະ​ພູມ​ທີ່​ຂ່ອນຂ້າງຈະ​ສູງ​ຢູ່ແລ້ວ. ​ແຕ່​ຈັ່ງ​ໃດ​ກໍຕາມ ຄວາມ​ຮ້ອນ​ນີ້ແມ່ນ​ແຕກຕ່າງ​ຈາກສິ່ງ​ທີ່​ພວກ​ເຂົາ​ຄຸ້ນ​ເຄີຍ.

ທ່ານ Saeed Qureshi, ຜູ້ດູແລການແພດ ໃນໂຮງໝໍໃຫຍ່ເມືອງ Karachi ໄດ້ກ່າວວ່າ “ເມືອງ Karachi ເຄີຍມີອຸນຫະພູມທີ່ສູງ ມາ ກ່ອນ, ຈັ່ງໃດກໍ່ຕາມປົກກະຕິມັນຈະມີຄວາມຮ້ອນທີ່ຊຸ່ມ ພ້ອມ. ເທື່ອນີ້, ມັນເປັນອຸນຫະພູມສູງ ມີຄວາມຮ້ອນທີ່ແຫ້ງ. ແລະ ຍ້ອນແນວນີ້ ຂ້າພະເຈົ້າຄິດວ່າ ເປັນສາເຫດເຮັດໃຫ້ເປັນໄຂ້ລົມຮ້ອນສູງ.”

ປະຊາຊົນຮັບນ້ຳດື່ມ ຈາກບັນດາອາສາສະໝັກ ທີ່ຕິດຕັ້ງຢູ່ນອກ ສູນການແພດປະລິຍາໂທ ຖ່າມກາງອຸນຫະພູມ ຮ້ອນຈັດ
ປະຊາຊົນຮັບນ້ຳດື່ມ ຈາກບັນດາອາສາສະໝັກ ທີ່ຕິດຕັ້ງຢູ່ນອກ ສູນການແພດປະລິຍາໂທ ຖ່າມກາງອຸນຫະພູມ ຮ້ອນຈັດ

ສຳລັບປະຊາຊົນຂອງເມືອງ Karachi ສະຖານະການແມ່ນໄດ້ຊ້ຳເຕີມໂດຍການຂາດໄຟຟ້າ ຮຸນແຮງ. ເນື່ອງຈາກຈຳນວນຜູ້ເສຍຊີວິດ ເພິ່ມຂຶ້ນເກືອບຮອດ 900 ຄົນ, ນາຍົກລັດຖະມົນຕີ ປາກິສຖານ ໄດ້ອອກຄຳສັ່ງໃຫ້ ອົງການຄຸ້ມຄອງໄພພິບັດແຫ່ງຊາດ ເອົາມາດຕະການສຸກເສີນ ເພື່ອຄວບຄຸມສະຖານະການ.

XS
SM
MD
LG