ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄື້ນຟອງຄວາມຮ້ອນ ສັງຫານ ເກືອບ 300 ຄົນ ໃນແຂວງ Sindh ຂອງປາກິສຖານ

A man cools off from a public tap after filling bottles during intense hot weather in Karachi, Pakistan, June 23, 2015.
A man cools off from a public tap after filling bottles during intense hot weather in Karachi, Pakistan, June 23, 2015.

ເກືອບຮອດ 300 ຄົນ ​ໄດ້​ເສຍ​ຊີວິດຢູ່ໃນ​ແຂວງ Sindh ທາງ​
ພາກໃຕ້ ຂອງປາ​ກິ​ສຖານ ​ໃນ​ໄລຍະ​ເວລາ 3 ມື້​ຜ່ານ​ມາ ຍ້ອນ
ຄື້ນຟອງ​ອາກາດ ທີ່​ຮ້ອນຈັດ.

​ອຸນຫະພູມ​ໃນ​ວັນ​ເສົາທີ່​ຜ່ານ​ມາ ​ໄດ້​ພຸ່ງສູງ​ຂຶ້ນ ​ເຖິງ 44 ອົງສາ
Celsius. ​ສ່ວນ​ໃນ​ວັນ​ອາທິດ ອຸນຫະພູມ ຫລຸດ​ລົງ​ພຽງ​ໜ້ອຍ
​ດຽວ ​ຢູ່ທີ່ 43 ອົງສາ Celsius.

ປາ​ກິ​ສຖານ ພວມ​ສະຫລອງ ເດືອນ​ສັກສິດ Ramadan ​ເຊິ່ງ
​ເປັນ​ເວລາ ​ທີ່​ຊາວ​ມຸສລິ​ມໃນທົ່ວ​ໂລກ ອົດ​ອາຫານ ຕັ້ງ​ແຕ່
​ຕາ​ເວັນ​ຂຶ້ນ ຈົນ​ເຖິງ​ຕາ​ເວັນ​ຕົກ.

ອັນນີ້​ໝາຍ​ຄວາມ​ວ່າ ​ໃນ​ຂະນະທີ່​ອົດທົນ ​ຕໍ່​ສູ້ກັບອຸນຫະພູມ ​ທີ່​ຮ້ອນ​ຈັດ ແລ້ວ
ຊາວ​ປາ​ກິ​ສຖາ​ນ ຍັງ​ຕ້ອງໄດ້ງົດກິນອາຫານ ​ແລະ​ນ້ຳ ນຳດ້ວຍ.

ພີ່ນ້ອງຄົນນຶ່ງ (ຂວາ) ລໍຖ້າຂະນະທີ ບັນດາອາສາສະໝັກ ຊອກຫາສົບ ໃນກອງສົບ ຂອງຜູ້ທີ່ເສຍຊີວິດ ຍ້ອນຄື້້ນຟອງອາກາດຮ້ອນແຮງຈັດ ຢູ່ທີ່ ມູນນິທິ Edhi ຊຶ່ງເປັນໂຮງເກັບສົບ ໃນນະຄອນ Karachi ປະເທດປາກິສຖານ, ວັນທີ 21 ມິຖຸນາ 2015.

ບັນດາເຈົ້າໜ້າ​ທີ່​ໃນ​ຂົງ​ເຂດ​ດັ່ງກ່າວ ​ໄດ້​ຖືກ​ກົດ​ດັນ​ໃຫ້​ປະກາດ​ພາວະ​ສຸກ​ເສີນ ຫຼັງຈາກ​
ຕາໜ່າງການສົ່ງໄຟຟ້າໄດ້​ເປ່​ເພ ​ເຮັດ​ໃຫ້​ບໍ່​ມີໄຟຟ້າ​ໃຊ້ ​ໃນຂອບເຂດ ທີ່ກວ້າງຂວາງ
ຢູ່ໃນໃຈ​ກາງ​ຄຸ້ມການ​ເງິນ ຂອງ​ນະຄອນ Karachi ​ແລະ​ເຮືອ​ຊານ​ຂອງປະຊາຊົນ 20
ລ້ານ​ຄົນ.

ບັນ​ດາ​ເຈົ້າໜ້າ​ທີ່ ຍັງ​ໄດ້​ຍົກ​ເລີກ ການ​ຢຸດ​ພັກຂອງ​ນາຍ​ແພດ​ ​ແລະ ພະນັກງານ​ແພດ
ທັງ​ໝົດ ​ໃນ​ຂະນະ​ທີ່ ຫຼາຍຮ້ອຍ​ຄົນ ​ໄດ້ຖືກ​ສົ່ງ​ໄປ​ຮັກສາ​ຢູ່​ທີ່​ໂຮງໝໍ ຍ້ອນການເຈັບ​ປ່ວຍ
​ທີ່​ກ່ຽວ​ພັນ​ກັບ​ຄວາມ​ຮ້ອນ​ເອົ້າ ນັ້ນ.

ປະຊາຊົນຮັບເອົານ້ຳດື່ມ ຈາກອາສາສະໝັກ ຢູ່ທີ່ຈຸດແຈກນ້ຳ ນອກສູນການແພດສຶກສາປະລິນຍາໂທ Jinnah (JPMC) ໃນລະຫວ່າງ ອາກາດທີ່ຮ້ອນເອົ້າ ໃນນະຄອນ Karachi ປະເທດ ປາກິສຖານ, ວັນທີ 23 2015.
ປະຊາຊົນຮັບເອົານ້ຳດື່ມ ຈາກອາສາສະໝັກ ຢູ່ທີ່ຈຸດແຈກນ້ຳ ນອກສູນການແພດສຶກສາປະລິນຍາໂທ Jinnah (JPMC) ໃນລະຫວ່າງ ອາກາດທີ່ຮ້ອນເອົ້າ ໃນນະຄອນ Karachi ປະເທດ ປາກິສຖານ, ວັນທີ 23 2015.

Pakistan Heat
please wait
Embed

No media source currently available

0:00 0:01:06 0:00

XS
SM
MD
LG