ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫລາຍຮ້ອຍຄົນ ຖືກຈັບຢູ່ໃນການປະທ້ວງ ທີ່ຕໍ່ເນື່ອງ ເພື່ອປົດປະທານາທິບໍດີ ໃນເບລາຣຸສ


ພວກສະໜັບສະໜຸນຝ່າຍຄ້ານເຂົ້າຮ່ວມກັນໂຮມຊຸມນຸມບໍ່ຍອມຮັບເອົາຜົນການເລືອກຕັ້ງປະທານາທິບໍດີທີ່ນະຄອນຫລວງ ມິງສ໌ ໃນເບລາຣຸສ, ວັນທີ 22 ພະຈິກ, 2020
ພວກສະໜັບສະໜຸນຝ່າຍຄ້ານເຂົ້າຮ່ວມກັນໂຮມຊຸມນຸມບໍ່ຍອມຮັບເອົາຜົນການເລືອກຕັ້ງປະທານາທິບໍດີທີ່ນະຄອນຫລວງ ມິງສ໌ ໃນເບລາຣຸສ, ວັນທີ 22 ພະຈິກ, 2020

ຫຼາຍກວ່າ 200 ຄົນໄດ້ຖືກຈັບກຸມ, ໃນຂະນະທີ່ເບລາຣຸສສືບຕໍ່ປະທ້ວງຕໍ່ຕ້ານປະທານາທິບໍດີ ອາເລັກແຊນເດີ ລູກາເຊນໂກ (Alexander Lukashenko) ຢູ່ນະຄອນຫຼວງມິງສ໌ (Minsk) ທີ່ດໍາລົງຕໍາແໜ່ງ ມາເປັນເວລາດົນນານ, ອີງຕາມກຸ່ມປົກປ້ອງສິດທິມະນຸດ ກ່າວໃນວັນອາທິດວານນີ້.

ປະຊາຊົນຫລາຍພັນຄົນພາກັນລົງໄປສູ່ຖະໜົນຫົນທາງ ເພື່ອຮຽກຮ້ອງໃຫ້ທ່ານ ລູກາເຊນໂກລາອອກຈາກຕຳແໜ່ງ. ອີງຕາມອົງການປົກປ້ອງສິດທິມະນຸດເວສນາ (Vesna)-96, ປະຊາຊົນ 205 ຄົນໄດ້ຖືກຄຸມຂັງ, ເຖິງແມ່ນວ່າພວກນັກເຄື່ອນໄຫວຈະພະຍາຍາມແຈກຢາຍການປະທ້ວງຢູ່ ໂດຍຫວັງວ່າຈະຫລົບໜີຕຳຫຼວດໄດ້.

ການໂຮມຊຸມນຸມປະຈຳອາທິດໄດ້ມີຂຶ້ນນັບຕັ້ງແຕ່ມີການເລືອກຕັ້ງປະທານາທິບໍດີທີ່ມີການຖົກຖຽງກັນໃນວັນທີ 9 ສິງຫາ ເຊິ່ງຜູ້ນຳທີ່ກໍາຕໍາແໜ່ງມາເປັນໄລຍະດົນນານ, ທ່ານລູກາເຊັນໂກ (Lukashenko) ໄດ້ຮັກສາອຳນາດໄວ້ໃນການລົງຄະແນນສຽງທີ່ນັກສັງເກດການສາກົນເຫັນວ່າບໍ່ຍຸຕິທຳ ຫລືບໍ່ໂປ່ງໃສ ແລະໃນນັ້ນຜູ້ນຳຝ່າຍຄ້ານທີ່ສຳຄັນຖືກກັກຂັງ ຫລືຖືກບັງຄັບໃຫ້ໜີອອກຈາກປະເທດໄປ. ການປະທ້ວງດັ່ງກ່າວ ໄດ້ເຮັດໃຫ້ມີການຈັບກຸມ ຫລາຍກວ່າ 7,500 ຄົນແລະມີຄວາມຮຸນແຮງຂອງຕຳຫຼວດຕໍ່ພວກປະທ້ວງ.
ການປະທ້ວງຢູ່ຕາມຖະໜົນຫົນທາງ ໄດ້ມີຄວາມເຂັ້ມແຂງຂຶ້ນມາອີກຫລັງຈາກຜູ້ປະທ້ວງຕໍ່ຕ້ານລັດຖະບານອາຍຸ 31 ປີຄົນນຶ່ງ ໄດ້ເສຍຊີວິດໄປໃນຕົ້ນເດືອນນີ້. ບັນດານັກເຄື່ອນໄຫວກ່າວວ່າ ລາວໄດ້ຖືກກອງກຳລັງຮັກສາຄວາມສະຫງົບທຸບຕີຢ່າງແຮງ ໃນເວລາໂຮມຊຸມນຸມປະທ້ວງຢູ່.

ທ່ານລູກາເຊນໂກກຳອຳນາດມາໄດ້ 26 ປີແລ້ວ ແລະປະຕິເສດຕໍ່ການຮຽກຮ້ອງໃຫ້ລົງຈາກຕຳແໜ່ງ. ທ່ານລູກາເຊນໂກກ່າວວ່າ ທ່ານໄດ້ຊະນະການເລືອກຕັ້ງຢ່າງຖ້ວມລົ້ນ - ໂດຍໄດ້ຮັບຄະແນນສຽງ 80 ເປີເຊັນ ຂອງບັດທີ່ປ່ອນທັງໝົດ - ເຖິງວ່າຈະມີການກ່າວຫາ ຢ່າງແຜ່ຫຼາຍ ຢູ່ທັງພາຍໃນ ແລະຕ່າງປະເທດວ່າ ການລົງຄະແນນສຽງ ໄດ້ຖືກສໍ້ໂກງຢ່າງໜັກເພື່ອເຮັດໃຫ້ທ່ານມີອຳນາດຕໍ່ໄປ.

ອ່ານຂ່າວນນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG