ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອິນເດຍ 300 ຄົນ ຖືກຈັບ ​ຖານ​ມີ​ການ​ພົວພັນ​ ກັບ ການ​ລັກ​ກ່າຍຂໍ້​ສອບ


ຄົນອິນເດຍຈຳນວນນຶ່ງ ປີນຝາ ອາຄານແຫ່ງນຶ່ງ ເພື່ອຊ່ອຍເອົາຄຳຕອບຂໍ້ສອບ ໄປໃຫ້ພວກນັກສຶກສາ ທີ່ກຳລັງສອບເສັງ ຢູ່ທີ່ເມືອງ Hajipur ໃນລັດ Bihar ຂອງອິນເດຍ, ວັນທີ 18 ມີນາ 2015.
ຄົນອິນເດຍຈຳນວນນຶ່ງ ປີນຝາ ອາຄານແຫ່ງນຶ່ງ ເພື່ອຊ່ອຍເອົາຄຳຕອບຂໍ້ສອບ ໄປໃຫ້ພວກນັກສຶກສາ ທີ່ກຳລັງສອບເສັງ ຢູ່ທີ່ເມືອງ Hajipur ໃນລັດ Bihar ຂອງອິນເດຍ, ວັນທີ 18 ມີນາ 2015.

ບັນດາ​ເຈົ້າໜ້າ​ທີ່​ໃນ​ອິນ​ເດຍ ​ໄດ້​ຈັບ​ກຸມ​ເກືອບ 300 ຄົນ​ ໃນ​ວັນ
​ເສົາ​ວານ​ນີ້ ​ໃນ​ຖານ​ມີ​ການ​ພົວພັນ​ກັບ ການ​ລັກ​ກ່າຍຂໍ້​ສອບຢ່າງ​
ໃຫຍ່ ​ໃນ​ອາທິດ​ນີ້ ຢູ່​ທີ່​ລັດ Bihar ທາງ​ພາກ​ຕາ​ເວັນ​ອອກສຽງ
​ເໜືອ ​ຂອງ​ປະ​ເທດ.

ຄວາມ​ຜິດທີ່​ຖື​ກກ່າວ​ຫາ​ນັ້ນ ກ່ຽວ​ພັນ​ກັບ​ການ​ສອບ​ເສັງ​ທີ່​ສຳຄັນ
ທີ່​ນັກ​ສຶກສາມັດ​ທະຍົມ ຊັ້ນ​ທີ 10 ຫຼາຍກວ່ານຶ່ງ​ລ້ານ​ຄົນ ​ໃນ​ທົ່ວ​
ປະ​ເທດ ​ທີ່​ກຳລັງ​ທຳ​ການ​ສອບ​ເສັງ​ຢູ່ເວລາ​ນີ້. ​ກ່າວ​ກັນ​ວ່າ ຜົນ​
ຂອງ​ການ​ສອບ​ເສັງດັ່ງກ່າວ​ນີ້ ​ໂດຍ​ສ່ວນ​ໃຫຍ່ແລ້ວ ແມ່ນຈະ​ກຳ
ນົດທາງ​ເລືອກດ້ານ​ການ​ສຶກສາຕ່າງໆ ​ໃນອະນາຄົດ ​ແລະ ສະຖາ
ນະສະພາບທາງສັງຄົມ​ເສດຖະກິດ ຂອງບຸກ​ຄົນ​ໃດ​ນຶ່ງ​.

ການ​ປາບ​ປາມ​ມີ​ຂຶ້ນ ຫຼັງຈາກ​ມີການ​ເຜີຍ​ແຜ່​ຮູບ​ພາບ​ ​ ​ແລະພາບ​ວີ​ດີ​ໂອຕ່າງໆ ທີ່​ສະ​ແດງ​
ໃຫ້​ເຫັນ​ ພວກ​ຜູ້​ປົກຄອງ ຍາດຕິ​ພີ່ນ້ອງ ​ແລະໝູ່​ເພື່ອນ ພາກັນປີນ ຂຶ້ນ​ໄປ​ຕາມຝາທາງ​ນອກ ​ຂອງ​ສູນ​ສອບ​ເສັງ​ແຫ່ງ​ໜຶ່ງ​ໃນ​ລັດ Bihar ​ເພື່ອ​ເອົາເຈ້ຍຄຳ​ຕອບ​ຂໍ້​ສອບ ​ໄປ​ສົ່ງໃຫ້​ແກ່​ ພວກ​ນັກຮຽນທີ່​ກຳລັງ​ສອບ​ເສັງ​ຢູ່​ນັ້ນ.

ອົງການ​ຂ່າວ Reuters ລາຍງານ​ວ່າ ​ເຈ້ຍ​ຄຳ​ຕອບຈຳນວນ​ໜຶຶ່ງ​ ໄດ້​ຖືກ​ພັບ​ໃຫ້​ເປັນ​ຄືເຮື​ອບິນ​ ​ແລະ ​ແກ່ວ​ງເຂົ້າ​ໄປ​ໃນ​ຫ້ອງ​ສອບ​ເສັງ.

XS
SM
MD
LG