ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍ​ຮ້ອຍ​ຄົນຖືກ​ຈັບ ໃນ​ກາ​ນ​ປະ​ທ້ວງ ​ການ​ເລືອກ​ຕັ້ງ​ຢ​ູ່​ໃນ ກາຊັກ​ສຖານ


 ຕຳ​ຫຼວດ​ກາ​ຊ​ັກ​ສະ​ຖານ​ ຈັບ​ຜູ້​ປະ​ທ້ວງ​ຄົນ​ນຶ່ງ ລະ​ຫວ່າງ​ການ​ຕ້ານ​ລັດ​ຖະ​ບານ ໃນການ​ເລຶອກ​ຕ​ັ້ງຢູ່​ນະ​ຄອນຫຼວງ ເນີ ຊັ​ລ​ຕານ, ກາ​ຊັກ​ສ​ຖານ ​ວັນ​ທີ 9 ມິ​ຖຸ​ນາ 2019.
ຕຳ​ຫຼວດ​ກາ​ຊ​ັກ​ສະ​ຖານ​ ຈັບ​ຜູ້​ປະ​ທ້ວງ​ຄົນ​ນຶ່ງ ລະ​ຫວ່າງ​ການ​ຕ້ານ​ລັດ​ຖະ​ບານ ໃນການ​ເລຶອກ​ຕ​ັ້ງຢູ່​ນະ​ຄອນຫຼວງ ເນີ ຊັ​ລ​ຕານ, ກາ​ຊັກ​ສ​ຖານ ​ວັນ​ທີ 9 ມິ​ຖຸ​ນາ 2019.

ຕຳ​ຫຼວດ​ໃນປະເ​ທດ ​ກາ​ຊັກ​ສ​ຖານ ​ໄດ້​ຈັບ​ພວກ​ປະ​ທ້ວງ​ປະ​ມານ 500 ຄົນ ທີ່​ພາ​ກັນ
​ເດີນ​ຂະ​ບວນ​ຕໍ່ຕ້ານ ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີກ່ອນ​ກຳ​ນົດ ທີ່​ເຂົາ​ເຈົ້າ​ຮ້ອງວ່າ​ບໍ່
​ຖືກຕ້ອງ​ຕ​າມ​ກົດ​ໝາຍ ​ໃນ​ຕອນ​ເຊົ້າວັນ​ດາ​ທິດ​ວານ​ນີ້​.

ພວກ​ປະ​ທ້ວງ​ຈຳ​ນວນ​ນຶ່ງ​ໄດ້​ຮ້ອງວ່າ “ໜ້າ​ບໍ່​ອາບ ໜ້າ​ບໍ່​ອາຍ ໜ້າ​ບໍ່​ອາຍ” ໃນ​ຂະ​ນະ
​ທີ່​ເຂົາ​ເຈົ້​າຖືກ​ນຳ​ພາ​ໂຕ​ໄປ ຮຽກ​ຮ້ອງ​ຕຳ​ຫຼວດ​ບໍ່​ໃຫ້ຫົວ​ຊາ​ກັບຄຳ​ສັ່ງ​ ຈັບ​ກຸມ​ເຂົາ​ເຈົ້າ
ແລະ “ເຂົ້າ​ກັບ​ຝ່າຍ​ຂອງ​ປະ​ຊາ​ຊົນ.”

ລາຍ​ງານສະ​ບັບນຶ່ງ​ຂອງ​ລັດ​ຖະ​ບານ​ກ່າວ​ວ່າ ເຈົ້າ​ໜ້າ​ທີ່​ສາມ​ຄົນ​ໄດ້​ຮັບ​ບ​າດເຈັບ.

ກ​ານ​ສຳຫຼວດ​ຄວາມ​ຄິດ​ເຫັນ​ໃນ​ ກາ​ຊັກ​ສ​ຖານ ສະ​ແດງ​ໃຫ້​ເຫັນວ່າ ຜູ້​ທີ່​ປະ​ທາ​ນາ​ທິ​
ບໍ​ດີ
​ ເນີ​ຣ​ຊອ​ລ​ຕັນ ນາ​ຊາ​ຣ​ບາ​ເຢັບ ທີ່​ກຳ​ລັງອອກຈາກ​ຕຳ​ແໜ່ງ ໄດ້​ເລືອ​ກ​ເອົາ​ເພື່ອ​ສືບ​
ທອດ​ຕຳ​ແໜ່ງ ແລະ ປະ​ທາ​ນາ​ທິ​ບໍ​ດີຊົ່ວ​ຄາວ ທ່ານ​ ກາ​ສ​ຊິມ-ໂຈ​ມາ​ດ ໂຕ​ກາ​ເຢບ,
ໄດ້​ຊະ​ນະ​ດ້ວຍ​ຄະ​ແນນ​ສຽງຢ່າງໜ້ອຍ 70 ເປີ​ເຊັນ, ເອົາ​ຊະ​ນະ​ຜູ້​ລົງ​ແຂ່ງ​ຂັນ​ທີ່​ຖືກ​
ລັດ​ຖະ​ບານ​ຮັບ​ຮອງ​ເອົາ​ອີກ​ຫົກ​ຄົນ. ຜູ້​ທີ່ອອກ​ໄປປ່ອນ​ບັດແມ່ນ 77 ເປີ​ເຊັນ.

ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ​ຝ່າຍ​ຄ້ານ​ຮ້ອງ​ໃຫ້ພ້ອມ​ໃຈ​ກັນ​ຕໍ່​ຕ້ານ, ໂດຍ​ເວົ້າ​ວ່າ ການ​
ເລືອກ​ຕັ້ງໃນ​ວັນ​ອາ​ທິດວານນີ້ ແມ່ນບໍ່​ເສ​ລີ ຫຼື​ຍຸ​ຕິ​ທຳ. ເຂົາ​ເຈົ້າ​ຮ້ອງມັນ​ວ່າເປັນ​ການ
​ໂອນ​ອຳ​ນາດ​ທີ່​ຜິດ​ກົດ​ໝາຍ ແລະ ຖືກ​ກະ​ກຽມ​ໄວ້ ຈາກ​ຜູ້​ນຳ​ຜະ​ເດັດ​ການ​ຄົນ​ນຶ່ງ​ໄປ​
ຫາອີກຄົນນຶ່ງ.

ທ່ານ ​ຕາ​ກາ​ເຢັບ ໄດ້​ໃຫ້ສັນ​ຍາວ່າ​ການ​ເລືອກ​ຕັ້ງ​ຈະ “ເປີດກວ້າງ ແລະ​ ໂປ່ງ​ໃສ.”

ທ່ານ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ຫຼັງ​ຈາກການປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ຂອງ​ທ່ານ​ວ່າ
“ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ມີ​ຄ​ວາມ​ເປັນຫ່ວງ​ ກ່ຽວ​ກັບ ບັນຫາຫຼາຍ​ຢ່າງ​ ສັງ​ຄົມ ແລະ
​ເສດ​ຖະ​ກິ​ດ. ຍ້ອນ​ແນວນີ້ ​ການ​ເລືອກ​ຕັ້ງຈຶ່ງ​ເປັນ​ໂອ​ກາດ​ທີ່​ດີ ທີ່​ຈະ​ຕັດ​ສີນວ່າ​ຜູ້​ໃດ​
ຈະ​ເປັນ​ຜູ້​ນຳ​ຂອງ​ປະ​ເທດ, ວ່າ​ປະ​ເທດ​ຂອງ​ພວກ​ເຮົາ​ຈະ​ເປັນ​ແນວ​ໃດ​ໃນອະ​ນາ​ຄົດ.

ທ່ານ​ກ່າວ​ວ່າ ທ່ານ​ຈະ​ສືບ​ຕໍ່​ນະ​ໂຍ​ບາຍດ​ຽວ​ກັນ​ກັ​ບ ທ່ານ ​ນາ​ຊາ​ຣ​ບາ​ເຢັບ ຖ້າ​ຫາກ
​ຖືກ​ເລືອ​ກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG