ຊາວຮົງກົງຢ່າງໜ້ອຍ 100,000 ຄົນ ໄດ້ເຂົ້າຮ່ວມການເດີນຂະ
ບວນປະທ້ວງ ປະຈໍາປີ ເພື່ອຮຽກຮ້ອງໃຫ້ມີປະຊາທິປະໄຕຢ່າງ
ເຕັມສ່ວນ ໃນວັນຄົບຮອບ 16 ປີ ທີ່ອະດີດດິນແດນຂອງອັງກິດ
ແຫ່ງນີ້ ໄດ້ຖືກໂອນກັບຄືນໃຫ້ໄປຢູ່ພາຍໃຕ້ອະທິປະໄຕຂອງຈີນ
ຫລາຍໆຄົນທີ່ເຂົ້າຮ່ວມປະທ້ວງໃນວັນຈັນວານນີ້ ໄດ້ຮຽກຮ້ອງ
ໃຫ້ຜູ້ນໍາຂອງຮົງ ກົງ ທີ່ບໍ່ໄດ້ຜ່ານການເລືອກຕັ້ງ ທ່ານ Leung
Chun-ying ນັ້ນລາອອກ ແລະໃຫ້ລັດລະຖະບານຄໍ້າປະກັນ
ການເລືອກຕັ້ງຢ່າງເສຣີ ເອົາຕໍາແໜ່ງ ຫົວໜ້າບໍລິຫານຮົງກົງ
ໃນປີ 2017.
ພວກປະທ້ວງໄດ້ເຮັດໃຫ້ຖະໜົນຫົນທາງ ກາຍເປັນທະເລທີ່ເຕັມໄປດ້ວຍຄັນຮົ່ມ ໃນຂະນະທີ່ເຂົາເຈົ້າພາກັນແຂ່ງຝົນທີ່ຕົກລົງມາຢ່າງໜັກຍ້ອນລົມພາຍຸເຂດຮ້ອນ ເພື່ອເຂົ້າຮ່ວມການໂຮມຊຸມນຸມເດີນຂະບວນຕາມປະເພນີ ໃນວັນທີ 1 ເດືອນກໍ ລະກົດ ແຕ່ບໍລິເວນສວນສາທາລະນະ Victoria ໃນຮົງກົງໄປຫາເຂດຍ່ານການຄ້າ.
ທ່ານນາງ Ho ຜູ້ເປັນແມ່ຄົນນຶ່ງ ທີ່ໄປຮ່ວມການເດີນຂະບວນປະທ້ວງພ້ອມກັບລູກຊາຍນ້ອຍຂອງລາວ ໄດ້ກ່າວຕໍ່ວີໂອເອວ່າ ອາກາດບໍ່ດີເຮັດໃຫ້ການປະທ້ວງ ມີຄວາມປະທັບໃຈຂື້ນອີກ. ທ່ານນາງກ່າວວ່າ.
“ໃນເມື່ອວ່າ ມີຫລາຍໆຄົນພາກັນອອກມາຕໍ່ສູ້ກັບລົມພາຍຸຝົນ ລັດຖະບານຈຶ່ງ ຄວນຟັງພວກເຮົາ.”
ບັນດາຜູ້ຈັດການໂຮມຊຸມນຸມອ້າງວ່າ ມີຜູ້ຄົນເຂົ້າຮ່ວມ 430,000 ພັນຄົນ ເປັນຈຳ
ນວນຫລາຍ ລື່ນທີ່ຕໍາຫລວດໄດ້ກະປະມານວ່າ ມີ 66,000 ພັນຄົນ. ບັນດານັກຄົ້ນ
ຄວ້າຈາກມະຫາວິທະຍາໄລຮົງກົງ ຊຶ່ງເປັນຜູ້ສັງເກດການເບິ່ງການເດີນຂະບວນໃນຄັ້ງນີ້ ກະປະມານວ່າ ມີຜູ້ເຂົ້າຮ່ວມ 103,000 ຄົນ ຊຶ່ງເພີ້ມຂຶ້ນປະ ມານ 20,000 ຄົນ ຈາກໂຕເລກພວກເຂົ້າຮ່ວມການປະທ້ວງ ໃນປີກາຍນີ້