ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທີກີ ຈັດການຊຸມນຸມ ຄັ້ງຍິ່ງໃຫຍ່ ເພື່ອສະໜັບ ສະໜູນ ທ່ານ Erdogan


Turkey Rally
please wait
Embed

No media source currently available

0:00 0:02:14 0:00

ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ໄດ້ປະຕິຍານ ໃນວັນອາທິດວານ ນີ້ວ່າ ຈະສືບຕໍ່ການຕໍ່ສູ້ກັບຜູ້ໃດກໍຕາມ ຫຼື ອຳນາດໃດ ທີ່ຫາທາງທຳລາຍລັດຖະບານຂອງ ທ່ານ. ໃນການກ່າວຄຳປາໄສຕໍ່ຫຼາຍລ້ານຄົນ ຢູ່ທີ່ການຊຸມນຸມໃຫຍ່ ໃນນະຄອນ Istanbul ທ່ານ Erdogan ໄດ້ປະຕິຍານວ່າ ຈະຖອນຮາກພວກທີ່ກ່ຽວຂ້ອງ ໃນການກໍ່ ລັດຖະປະຫານ ເມື່ອເດືອນແລ້ວນີ້ ທີ່ລົ້ມແຫຼວນັ້ນ “ພ້ອມກັນກັບ ພວກອຳນາດທີ່ໜູນ ຫລັງພວກເຂົາເຈົ້າ.”

ທ່ານ Erdogan ໄດ້ກ່າວຖະແຫລງ ຈາກເວທີ ສູງ 60 ແມັດ ທີ່ປະດັບດ້ວຍທຸງຊາດອັນ ໃຫຍ່ໂຕ ແລະຮູບພາບຕ່າງໆ ຂອງພໍ່ຜູ້ກໍ່ຕັ້ງປະເທດ ທ່ານ Mustafa Kemal Ataturk.

ທ່ານ Erdogan ໄດ້ກ່າວວ່າ “ພວກເຮົາຈະເດີນໄປຕາມເສັ້ນທາງຂອງພວກເຮົາ ດ້ວຍ ຄວາມສາມັກຄີກັນ. ພວກເຮົາ ຈະຮັກຫອມຊຶ່ງກັນແລະ ກັນ ບໍ່ແມ່ນເພື່ອຍົດຊັ້ນ ຫຼື ຕຳ ແໜ່ງ ແຕ່ເພື່ອ Allah.” ຕໍ່ຈາກນັ້ນ ທ່ານໄດ້ບອກພວກຜູ້ຊົມທີ່ໂບກທຸງຢູ່ນັ້ນ ວ່າ ທ່ານຈະ ລົງນາມຜ່ານກົດໝາຍໃດໆ ໂດຍສະພາທີ່ນຳເອົາໂທດປະຫານຊີວິດກັບຄືນມາ ຊຶ່ງໄດ້ ຖືກລົບລ້າງໄປ ໃນປີ 2004 ຂະນະທີ່ເທີກີ ໄດ້ພະຍາຍາມເຂົ້າເປັນສະມາຊິກ ກຸ່ມ 28 ປະ ເທດ ຄື ສະຫະພາບຢູໂຣບ ນັ້ນ.

ທ່ານປະທານາທິບໍດີ ຢືນຄຽງຂ້າງຜູ້ນຳພັກຝ່າຍຄ້ານທີ່ສຳຄັນ ສອງທ່ານ. ທ່ານບໍ່ໄດ້ເຊື້ອ ເຊີນ ຫົວໜ້າຂອງພັກປະຊາຊົນ ເພື່ອປະຊາທິປະໄຕ ທີ່ນິຍົມຊາວເຄີດ ຫຼື HDP.

ປະທານ ພັກຣີພັບບລີກັນ ເພື່ອປະຊາຊົນ ທ່ານ Kemal Kilicdaroglu ໄດ້ກ່າວວ່າ “ວັນ ທີ 15 ກໍລະກົດ ໄດ້ເປີດປະຕູ ໃຫ້ມີການປະນີປະນອມກັນ ຖ້າພວກເຮົາສາມາດປະ ສານອຳນາດນີ້ ອອກໄປ...ພວກເຮົາໝົດທຸກຄົນ ຈະສາມາດ ປະໄວ້ປະເທດເທີກີທີ່ ຍິ່ງໃຫຍ່ ໃຫ້ແກ່ພວກລູກຫຼານຂອງພວກເຮົາ.”

ທ່ານ Bilali Yildirim ນາຍົກລັດຖະມົນຕີ ໄດ້ຖືກຫ້າມບໍ່ໃຫ້ວາງສະແດງ ຄຳຂວັນຕ່າງໆ ໃນວັນອາທິດວານນີ້ ໃນຄວາມພະຍາຍາມ ເພື່ອຈະສົ່ງເສີມຄວາມສາມັກຄີ. ທ່ານໄດ້ກ່າວ ວ່າ “ນ້ຳໃຈຂອງປະເທດດຽວ ທຸງດຽວ ບ້ານເກີດເມືອງນອນດຽວ ແລະ ລັດດຽວ ຈະຊະ ນະໄປທົ່ວການຊຸມນຸມ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG