ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍຮ້ອຍຄົນ ຫາຍສາບສູນ ຍ້ອນເຂື່ອນແຕກ ຢູ່ແຂວງ ອັດຕະປື


ພວກຊາວບ້ານພາກັນລີ້ໄພຢູ່ຫຼັງຄາເຮືອນ ຈາກໄພນໍ້າຖ້ວມ ເກີດຈາກເຂື່່ອນໄຟຟ້າແຕກ ຢູ່ທີ່ແຂວງອັດຕະປື ວັນທີ 24 ກໍລະກົດ 2018.
ພວກຊາວບ້ານພາກັນລີ້ໄພຢູ່ຫຼັງຄາເຮືອນ ຈາກໄພນໍ້າຖ້ວມ ເກີດຈາກເຂື່່ອນໄຟຟ້າແຕກ ຢູ່ທີ່ແຂວງອັດຕະປື ວັນທີ 24 ກໍລະກົດ 2018.

ໄພ​ນໍ້າ​ຖ້ວມ​ຂະໜາດ​ໃຫຍ່ ​ແລະ​ກະທັນຫັນ​ທີ່​ເກີດ​ມາ​ຈາກການລະບາຍນ້ຳອອກຈາກ
ເຂື່ອນໄຟຟ້າ​ພະລັງນ້ຳ​ໃນພາກໃຕ້ຂອງລາວໃນ​ຕອນ​ຄໍ່າຂອງ​ວັນ​ຈັນທີ່​ຜ່ານມານີ້ ເຮັດໃຫ້ຢ່າງໜ້ອຍ 19 ຄົນ ເສຍຊີວິດແລ້ວ ແລະຫຼາຍຮ້ອຍຄົນຍັງຫາຍສາບສູນ.

ລາຍງານຂ່າວຂອງທາງການລາວ ແຈ້ງວ່າ ເຂື່ອນເຊປຽນ-ເຊນໍ້ານ້ອຍ ໃນຄືນວັນຈັນ
ທີ 23 ກໍລະກົດ ໄດ້ປ່ອຍນ້ຳ 5 ພັນລ້ານແມັດກ້ອນລົງໃສ່ເມືອງສະໜາມໄຊໃນແຂວງ
ອັດຕະປື ທາງພາກຕາເວັນອອກສຽງໃຕ້ຂອງລາວ.

ແມ່ຍິງ​ຜູ້​ນຶ່ງ ທີ່ຂໍສະຫງວນຊື່ ​ຢູ່​ເມື​ອງປາກ​ເຊທີ່ຕິດຕາມ​ຂ່າວນີ້ຢ່າງ​ໃກ້ຊິດ​ໃນ​ຂະນະ​ທີ່
​ນາງ​ປະສານ​ງານ ກັບ​ເພື່ອນຂອງນາງຢູ່​ໃນ​ເຂດ​ດັ່ງກ່າວ ​ເພື່ອ​ດໍາ​ເນີນ​ການລະດົມເອົາ​
ການ​ຊ່ວຍ​ເຫຼືອ ໄປ​ໃຫ້​ຜູ້​ໄດ້​ຮັບ​ຜົນ​ກະທົບ​ ຈາກ​ໄພ​ນໍ້າ​ຖ້ວມ​ນັ້ນ ກ່າວວ່າ ມີປະຊາຊົນ
​ 1,300 ຄອບຄົວ ຫລື​ຫລາຍ​ກວ່າ 6 ພັນ​ຄົນ​ຢູ່​ເມືອງ​ສະໜາມ​ ໄຊ ​ຕ້ອງ​ອົບ​ພະຍົບອອກ​
ຈາກ​ບ້ານ​ເຮືອນ​ໄປດ່ວນ ​ແລະ​ຫລາຍຮ້ອຍ​ຄົນຍັງຫາຍສາບ​ສູນ​.

ພວກຊາວບ້ານພາກັນຖືສິ່ງຂອງ ໃນຂະນະທີ່ຍົກຍ້າຍຈາກໄພນໍ້າຖ້ວມ ເກີດຈາກເຂື່ອນເຊປຽນ ນໍ້ານ້ອຍ ແຕກໃນແຂວງອັດຕະປື ສປປ ລາວ ວັນທີ 24 ກໍລະກົດ 2018.
ພວກຊາວບ້ານພາກັນຖືສິ່ງຂອງ ໃນຂະນະທີ່ຍົກຍ້າຍຈາກໄພນໍ້າຖ້ວມ ເກີດຈາກເຂື່ອນເຊປຽນ ນໍ້ານ້ອຍ ແຕກໃນແຂວງອັດຕະປື ສປປ ລາວ ວັນທີ 24 ກໍລະກົດ 2018.

ນາງ​ຍັງ​ກ່າວ​ອີກ​ວ່າ ການ​ທີ່​ເຂື່ອນ​ດັ່ງກ່າວ​ຈໍາ​ເປັນ​ຕ້ອງ​ປ່ອຍ​ນໍ້າ​ອອກ​ມາ​ຢ່າງກະທັນຫັນ
ກໍ​ຍ້ອນ​ວ່າ​ຝົນ​ຕົກໜັກ ຕິດຕໍ່ກັນມາ​ ເປັນເວລາ 2-​3 ​ອາທິດ​ແລ້ວ ຊຶ່ງ​ເຮັດ​ໃຫ້​ນໍ້າລົ້ນອ່າງໂຕ່ງນໍ້າຂອງ​ເຂື່ອນ​ ​ແລ້ວ​ໄຫລ​ມາ​ຖ້ວມ ບ້ານ​ເຮືອນແລະ​ຊັບ​ສິນ​ຂອງ​ຄົນ​ຢູ່​ໃນ 7 ໝູ່ບ້ານ
​ ​ໃນ​ແຂວງ​ອັດ​ຕະປື ຢູ່ທາງ​ພາກ​ຕາ​ເວັນ​ອອກສຽງໃຕ້​ຂອງລາວ ແລະ​ມີ​ຊາຍແດນ​ຕິດ​ກັບ​ຫວຽດນາມນັ້ນ. ນາງ​ກ່າວ​ອີກ​ວ່າ ເນື່ອງ​ຈາກ​ການມີ​ຂໍ້​ຫຍຸງ​ຍາກ​ໃນ​ການ​ຕິດຕໍ່ກັບ​ພວກ
ໄດ້​ຮັບ​ເຄາະຮ້າຍ ​ແລະ​ການ​ກູ້​ໄພ​ກໍາລັງ​ດໍາ​ເນີນ​ໄປ​ຢູ່ ​ເຮັດ​ໃຫ້​ການ​ລວບ​ລວມຈໍ​ານວນ​
ຄົນ​ທີ່ຖືກ​ນໍ້າພັດ​ໄປ ​ແລະ​ເສຍ​ຊິວິດ​ໄດ້​ຍາກ​.

ພ້ອມ​ກັນນັ້ນ ທ່ານ ສຸລິ​ຈັນ ພອນ​ແກ້ວ ຫົວໜ້າພະແນກແຜນການແລະການລົງທຶນ ກໍ​
ໃຫ້​ລາຍ​ລະອຽດວ່າ:

"ທັງ​ເມືອງ​ສະໜາມ​ໄຊ​ຂອງ​ພວກ​ເຮົາ ​ໄດ້​ຮັບ​ຜົນ​ກະທົບ​ຈາກນໍ້າ​ຖ້ວມ ຊຶ່ງ​ເກີດ​ມາ​
ຈາກ​ຫລາຍ​ສາ​ເຫດນໍ້. ​ເປັນ​ນໍ້າ​ຖ້ວມຂະໜາດ​ໃຫຍ່ ມີ 7 ໝູ່ບ້ານ​ໄດ້​ຮັບ​ຜົນ​ກະທົບ
​ແລະ​ກໍ​ມີ 1,300 ຄອບຄົວ ປະມານ 6 ພັນ​ກວ່າ​ຄົນ ຕອນ​ນີ້​ເໝືອນດັ່ງ ທະ​ເລ​ສາບ​
ເລີຍ. ​ໃນ​ຈໍານວນ 6 ບ້ານນີ້ ​ເກືອບ​ຢູ່​ໃຕ້​ນໍ້າ ໝົດທຸກ​ຫລັງ​ເນາະ. ການ​ຊ່ວຍ​ຂອງ​ຜູ້
​ກູ້​ໄພ, ພວກ​ເຮົາ​ມາ​ຊ່ວຍ​ກູ້​ໄພຜູ້​ຖືກ​ກະທົບໜີ້ ມີ​ຄວາມ​ຫຍຸ້ງຍາກຫລາຍ. ຕ້ງການ​
ການ​ຊ່ວຍ​ເຫລືອຈໍານວນ​ຫລວງຫລາຍ​ຂອງ ປະຊາຊົນ​ນີ້​ໄຫລ​ໄປ​ຕາມ​ນໍ້າ, ຄ້າງ​ຢູ່
ຕາມ​ຕົ້ນ​ໄມ້​ກໍ​ມີແລະ​ຍັງ​ບໍ່ທັນ​ເຫັນ​ກັນ​ກໍ​ມີ​ຫລາຍ.”

ພວກຊາວບ້ານທີ່ເຫັນພາກັນມາຢູ່ບ່ອນພັກເຊົາຊົ່ວຄາວ ພ້ອມດ້ວຍເຄື່ອງຂອງ ຂອງເຂົາເຈົ້າ ຫຼັງຈາກເຂື່ອນໄຟຟ້າເຊປຽນ ນໍ້ານ້ອຍແຕກ ໃນແຂວງອັດຕະປິ ປະເທດລາວ ວັນທີ 24 ກໍລະກົດ 2018.
ພວກຊາວບ້ານທີ່ເຫັນພາກັນມາຢູ່ບ່ອນພັກເຊົາຊົ່ວຄາວ ພ້ອມດ້ວຍເຄື່ອງຂອງ ຂອງເຂົາເຈົ້າ ຫຼັງຈາກເຂື່ອນໄຟຟ້າເຊປຽນ ນໍ້ານ້ອຍແຕກ ໃນແຂວງອັດຕະປິ ປະເທດລາວ ວັນທີ 24 ກໍລະກົດ 2018.

ເຂື່ອນ​ເຊ​ປ່ຽນ-​ເຊ​ນໍ້າ​ນ້ອຍ​ເປັນ​ເຂື່ອນ​ທີ່​ມີ​ການ​ລົງທຶນ​ຮ່ວມລະຫວ່າງບໍລິສັດ SK ວິສະ
ວະກຳແລະກໍ່ສ້າງຂອງເອກກະຊົນເກົາຫຼີໃຕ້ ກັບລັດວິສາຫະກິດຖືຮຸ້ນລາວ (Lao
Holding), ​ບໍລິສັດແວັສ​ເທີ​ນພາວ​ເວີ້ (Western Power) ຂອງ​ເກົາ ຫລີ​ໃຕ້ ​ແລະ​
ກຸ່ມບໍລິສັດໄຟຟ້າຣາຊບຸລີ​ຈໍາກັດ (ມະຫາຊົນ) ຂອງ​ໄທ ​ຊຶ່ງ​ມີມູນຄ່າການລົງທຶນທັງໝົດ
1,020 ລ້ານໂດລາ ຊຶ່ງ​ໄດ້​ເລີ້ມກໍ່ສ້າງມາ​ແຕ່​ປີ 2013 ​ແລະ​ຄາດ​ວ່າ​ຈະ​ສ້າງ​ສໍາ​ເລັດ​ໃນ
ຕົ້ນປີ 2019 ນີ້, ອີງ​ຕາມ​ຂໍ້ຄວາມ​ຂຽນຢູ່​ໃນ​ໜ້າ​ເວັບ​ໄຊ​ຂອງຫ້ອງການ​ປົກຄອງ​ແຂວງ​
ອັດ​ຕະປື.

XS
SM
MD
LG