ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີການພົບເຫັນ 141 ສົບ ໃນອຸບັດເຫດ ເຮືອບິນທະຫານຕົກ ຢູ່ ອິນໂດເນເຊຍ


ຮູບພາບບ່ອນເຮືອບິນທະຫານ ອິນໂດເນເຊຍຕົກ ທີ່ເກາະ Sumatra ປະເທດອິນໂດເນເຊຍ.
ຮູບພາບບ່ອນເຮືອບິນທະຫານ ອິນໂດເນເຊຍຕົກ ທີ່ເກາະ Sumatra ປະເທດອິນໂດເນເຊຍ.

​ບັນດາ​ເຈົ້າ​ໜ້າ​ທີ່ ອິນ​ໂດ​ເນ​ເຊຍ ກ່າວ​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ
​ຍ້ອນເຮືອບິນ​ຂົນ​ສົ່ງທະຫານຕົກ ​ໄດ້​ເພີ້​ມຂື້ນ​ຢ່າງຫຼວງຫຼາຍ
ເປັນ 141 ຄົນ ​ໃນ​ຂະນະ​ທີ່​ໜ່ວຍ​ກູ້​ໄພ​ກຳລັງ​ຊອກ​ຫາຢູ່​ຊາກ
​ເພພັງ ​ໃນຄຸ້ມທີ່ປະຊາຊົນອາໄສຢູ່ແຫ່ງນຶ່ງ ​ທີ່​ເກາະ Sumatra.

​ເຮືອບິນ Hecules C-130 ​ໄດ້ຕົກລົງ​ໃສ່​ເຮືອນ​ສອງ​ຫລັງ ​
ແລະ​ໂຮ​ງແຮມ​ນຶ່ງ​ຫລັງ​ ໃນ​ວັນ​ອັງຄານ​ວານ​ນີ້ ບໍ່​ເທົ່າໃດ​ນາ​ທີ
ລຸນ​ຫລັງ​ທີ່​ໄດ້​ບິນຂື້ນ​ຈາກຖານ​ທັບ​ອາກາດ Medan ​ເມືອງ
​ໃຫຍ່​ອັນດັບ​ສາມ​ຂອງອິນ​ໂດ​ເນ​ເຊຍ. ບໍ່ຜູ້​ໃດລອດ​ຊີ ວິດ.

ນັກ​ບິນ​ໄດ້​ລາຍງານ​ຕໍ່​ຫໍຄວບຄຸມ​ການບິນ ກ່ອນ​ເຮຶຶອບິນ​ຕົກ
ວ່າ ລາວ​ຕ້ອງການ​ບິນກັບ​ຄືນ​ເພາະວ່າ​ເຄື່ອງ​ຈັກ​ມີ​ບັນຫາ ​ອິງ​ຕາມຜູ້ບັນຊາການກອງທັບ​ອາກາດ ພົນອາກາດ Agus Supriatna.

ບັນດາ​ເຈົ້າ​ໜ້າ​ທີ່​ຢືນຢັດ​ວ່າ ​ເຮືອບິນ​ທີ່​ມີ​ອາຍຸ 51 ປີ ​ສີ່​ໝາກ​ປິ່ນທີ່ຂັບດັນດ້ວຍ ຈັກອາຍ
ພົ່ນ ​ແມ່ນຢູ່​ໃນ​ສະພາບດີ.

ອຸບັດ​ເຫດນີ້ ​ໄດ້ກໍ່ໃຫ້ເກີດ​ຄວາມ​ເປັນ​ຫ່ວງຂື້ນ​ມາໃໝ່ ກ່ຽວ​ກັບ​ມາດຕະຖານ​ດ້ານການບິນ
​ທະຫານຂອງ​ປະ​ເທດ. ມັນ​ເປັນເຫດເຮືອບິນຕົກຮ້າຍ​ແຮງ​ເທື່ອທີ​ຫົກ ພົວພັນ​ກັບ​ກອງທັບ
​ອາ​ກາດອິນ​ໂດ​ເນ​ເຊຍ​ ໃນຮອບ​ສິບ​ປີ​ທີ່​ຜ່ານ​ມາ ​ອີງ​ຕາມຕາໜ່າງຄວາມ​ປອດ​ໄພ​ດ້ານ
ການບິນ.

ປະທານ​າທິບ​ດີອິນ​ໂດ​ເນ​ເຊຍ ທ່ານ Joko Widodo ​ໃນ​ວັນ​ພຸດ​ມື້​ນີ້ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ
ຍາ ຈະທຳການ​ສຶບສວນ​ຢ່າງ​ເຕັມທີ່ ​ແລະ​ທົບ​ທວນ​ເບິ່ງອຸບປະກອນ​ໃນ ດ້ນາປ້ອງ​ກັນ
ປະເທດ. ທ່ານ​ກ່າວ​ຜ່ານທາງ twitter ວ່າ “ຕ້ອງໄດ້​ມີ​ການ​ຊັ່ງ​ຊາ​ເບິ່ງອາ​ຍຸເຮືອບິນ ແລະ
ລະບົບປ້ອງກັນປະເທດ.”

​ໄດ້​ມີ​ການ​ສັບສົນ​ກ່ຽວ​ກັບ​ວ່າ ມີ​ຈັກ​ຄົນແທ້​ຢູ່​ໃນ​ເຮືອບິນ. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວໃນ​ວັນ​ພຸດ​
ມື້​ນີ້​ວ່າ ມີ 122 ຄົນ ສ່ວນ​ໃຫຍ່​ແມ່ນ​ທະຫານ ​ແລະ​ຄອບຄົວ​ເຂົາ​ເຈົ້າ ຢູ່​ໃນ​ເຮືອບິນ. ກາ
​ຄາດ​ຄະ​ເນໃນຂັ້ນຕົ້ນ ແມ່ນປະມານ 12 ຄົນ. ບັນຊີ​ຜູ້​ໂດ​ຍ ສານ​ທີ່​ເປັນ​ທາງ​ການ​ມີ​ຢູ່ 50
ຄົນ.

Indonesia Plane Crash
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG