ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫລາຍຮ້ອຍຄົນ ຖືກຍົກຍ້າຍ ອອກຈາກເກາະ ຫລັງຈາກພູໄຟລະເບີດ (ວີດີໂອ)


Indo
please wait
Embed

No media source currently available

0:00 0:00:32 0:00

ເບິ່ງວີດິໂອ ກ່ຽວກັບ ຊາວບ້ານອິນໂດເນເຊຍ ທີ່ຖືກຍົກຍ້າຍ.

ບັນດາ​ເຈົ້າ​ໜ້າທີ່ຮັບ​ມື​ກັບ​ໄພ​ສຸກ​ເສີນ​ຂອງອິນ​ໂດ​ເນ​ເຊຍ ກ່າວ
​ວ່າ ​ເຂົາ​ເຈົ້າ​ໄດ້​ຍົກ​ຍ້າຍຊາວບ້ານຫລາຍ​ກວ່າ 500 ຄົນ​ ອອກ
ຈາກ​ເກາະນ້ອຍ ບ່ອນ​ທີ່ພູ​ເຂົາໄຟ​ໄດ້​ລະ​ເບີດຂຶ້ນ ​ເຮັດ​ໃຫ້​ມີ​ຜູ້​
ເສຍ​ຊີວິ​ດຢ່າງ​ໜ້ອຍຫ້າ​ຄົນ ຮວມ​ທັງ​ເດັກນ້ອຍ​ສອງ​ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວໃນວັນ​ຈັນ​ມື້​ນີ້ ວ່າ ພວກ 500 ຄົນທີ່ຖືກ
​ຍົກຍ້າຍ ​ອອກຈາກ​ເກາະ Palue ​ໄດ້ຖືກພາ​ໄປ​ຢູ່​ເກາະ Flores
ທີ່ຢູ່ໃກ້ໆກັນ ຫລັງ​ຈາກ ພູ​ໄຟ Rokatenda ໄດ້ລະ​ເບີດຂຶ້ນ
ຢ່າງ​ຮ້າຍ​ແຮງ​ໃນມື້​ວັນ​ເສົາ​. ​ຍັງ​ມີອີກ​ ​ພັນ​ກວ່າຄົນ​ ກໍາລັງ​ລໍຖ້າ​
ການ​ຍົກ​ຍ້າຍ.

ພູ Rokatenda ​ໄດ້​ສະ​ແດງ​ໃຫ້​ເຫັນ​ຮ່ອງ​ຮອຍຂອງ​ການ​ເໜັງ​ຕີງເພີ້​ມ ຂຶ້ນ ມາ​ຕັ້ງແຕ່​ເດືອນຕຸລາ​ ປີ​ກາຍ​ນີ້.

ຊາ​ວ​ເກາະ Palue ຫລາຍ​ພັນ​ຄົນ​ໄດ້ຖືກ​ຍົກຍ້າຍ​ໄປ​ຢູ່ ​ເກາະ Flores ກ່ອນການ​ລະ​ເບີດ​ຂື້ນເທື່ອ​ຫລ້າ​ສຸດນີ້​ແລ້ວ.

ອິນ​ໂດ​ເນ​ເຊຍ ມີ​ພູ​ເຂົາ​ໄຟຫລາຍ​ສິບໜ່ວຍ ທີ່​ຍັງ​ບໍ່​ຕາຍ ແລະ​ຕັ້ງ​ຢູ່​ເສັ້ນ​ບ່ອນແຜ່ນດິນໃຕ້​ທະ​ເລມັກ​ແຍກ​ອອກ​ຈາກ​ກັນ​ ທີ່ເອີ້ນ​ວ່າ “ວົງແຫວນ​ໄຟ” ລະຫວ່າງ ມະຫາ​ສະ​ມຸດ​ປາຊິ​ຟິກ ກັບ ມະຫາ​ສະມຸດ​ອິນ​ເດຍ.


XS
SM
MD
LG