ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຮຸນ ເຊນ ຊີ້ແຈງ ຕໍ່ຂ່າວລືທີ່ວ່າ ລູກຊາຍທ່ານ ຈະເປັນຜູ້ນຳ ຄົນຕໍ່ໄປ ຂອງກຳປູເຈຍ


ປະທານາທິບໍດີ ຮຸນ ເຊນ ພ້ອມດ້ວຍລູກຊາຍກົກ ພົນຈັດຕະວາ ຮຸນ ມາເນດ ກຳລັງກວດແຖວທະຫານ ທີ່ພະນົມເປັນ ວັນທີ 24 ກໍລະກົດ 2019.
ປະທານາທິບໍດີ ຮຸນ ເຊນ ພ້ອມດ້ວຍລູກຊາຍກົກ ພົນຈັດຕະວາ ຮຸນ ມາເນດ ກຳລັງກວດແຖວທະຫານ ທີ່ພະນົມເປັນ ວັນທີ 24 ກໍລະກົດ 2019.

ນາຍົກລັດຖະມົນຕີກຳປູເຈຍ ທ່ານຮຸນ ເຊນ ໄດ້ກະກຽມໃຫ້ລູກຊາຍກົກຂອງທ່ານ ມີໂອກາດເປັນທາຍາດສືບທອດອຳນາດແທນ ໃນເມື່ອວ່າລູກຊາຍຄົນ ດັ່ງກ່າວ ທ່ານຮຸນ ມາເນດ ໄດ້ຮຽນຈົບຈາກສະຖາບັນການທະຫານ West Point ຂອງສະຫະລັດເກືອບ 20 ປີມາແລ້ວ ແລະມີການທໍານາຍກັນໄວ້ຢ່າງ ກວ້າງຂວາງວ່າ ພັກປະຊາຊົນກຳປູເຈຍ ຊຶ່ງເປັນພັກລັດຖະບານ ຈະຮັກສາ ອຳນາດໄວ້ໄດ້ອີກ 100 ປີ.

ບັນດານັກວິເຄາະກ່າວວ່າ ແນວໃດກໍຕາມ ການມີອຳນາດເພີ້ມຂຶ້ນ ແມ່ນຍັງບໍ່ ທັນເປັນທີ່
ແນ່ນອນເທື່ອ ສຳລັບນາຍພົນຈັດຕະວາ ຮຸນ ມາເນດ ຜູ້ທີ່ຍັງເປັນຜູ້ບັນຊາການກອງທັບ
ຈະຕ້ອງໄດ້ເຈລະຈາກັບຄະນະກົມການເມືອງຂອງພັກປະຊາຊົນກຳປູເຈຍ ຊຶ່ງມີການແບ່ງ
ແຍກເປັນພັກຝ່າຍ ຫາງສຽງທີ່ບໍ່ໝັ້ນຄົງຂອງສາທາລະນະຊົນ ແລະຈີນ ເພື່ອໃຫ້ໄດ້ຮັບ
ການສະໜັບສະໜູນຢ່າງພຽງພໍ ທີ່ຈະປົກ ຄອງປະເທດທີ່ມີແຕ່ພັກດຽວ.

ເຖິງແມ່ນວ່າ ທ່ານຮຸນ ເຊນ ຊຶ່ງເປັນຜູ້ນຳຮັບໜ້າທີ່ຢູ່ໃນຂົງເຂດທີ່ຍາວນານສຸດ ໄດ້ກ່າວຕອບໂຕ້ຕໍ່ການຄາດຄະເນຫວ່າງມໍ່ໆມານີ້ວ່າ ໜ້າທີ່ສູງສຸດແມ່ນເປັນຂອງລູກຊາຍທ່ານນັ້ນ ໂດຍກ່າວວ່າ ຍັງມີຜູ້ທີ່ມີຄວາມສາມາດອີກຫຼາຍຄົນ ຜູ້ທີ່ສາມາດແຂ່ງຂັນເປັນຜູ້ນຳໃດໆໃນອະນາຄົດໄດ້.

“ຂຶ້ນຢູ່ກັບສຽງຂອງປະຊາຊົນ. ຄວາມເປັນຫ່ວງທຳອິດກໍຄືວ່າ ພັກຈະຮັບເອົາ ທ່ານບໍ່. ທີສອງກໍຄືການເລືອກຕັ້ງທົ່ວໄປ” ທ່ານກ່າວຢູ່ໃນຄຳປາໄສ ຫຼັງຈາກ ໄດ້ມີການຄາດຄະເນກ່ຽວກັບການເປັນຜູ້ນຳເທື່ອຫລ້າສຸດ.

ທ່ານກ່າວຕື່ມວ່າ “ຂ້າພະເຈົ້າຈະໃຫ້ການສະໜັບສະໜູນ ແລະສິດສອນລາວ ເພື່ອປ່ອຍໃຫ້ໄດ້ຮັບໂອກາດຢ່າງເຕັມທີ່.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG