ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຮຸນ​​ເຊນ ຖືກເລືອກ ເປັນນາຍົກ ຕື່ມອີກ ສະ​ໄໝ​ນຶ່ງ​ (ວີດີໂອ)


ນາຍົກລັດຖະມົນຕີ ທ່ານ ຮຸນ​​ເຊນ
ນາຍົກລັດຖະມົນຕີ ທ່ານ ຮຸນ​​ເຊນ
ສະພາ​ກໍາປູ​ເຈຍ ໄດ້​ໃຫ້ການ​ອະນຸມັດ ຕໍ່ການ​ເຂົ້າກໍາອໍານາດຕື່ມ
​ອີກ​ສະ​ໄໝ​ນຶ່ງ​ເປັນ​ເວລາ 5 ປີຂອງນາຍົກລັດຖະມົນຕີຮຸນເຊນ
ທີ່​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ​ດົນ​ນານ ໃນຂະນະທີ່ພັກຝ່າຍ
ຄ້ານທໍາການປະທ້ວງບໍ່​ເຂົ້າຮ່ວມ​ປະຊຸມ.

​ໃນ​ຄຳ​ປາ​ໄສ ຕໍ່ສະພາທີ່ມີສະມາຊິກ ພຽງແຕ່ເຄິ່ງນຶ່ງ​ ເຂົ້າຮ່ວມ
ໃນວັນອັງຄານມື້ນີ້ ຊຶ່ງ​ເປັນມື້ທີ 2 ທີ່ຝ່າຍຄ້ານທໍາການປະທ້ວງ
ນັ້ນ ທ່ານຮຸນເຊນ ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ ຕໍ່​ການ​ກ່າວ​ຫາ​ກ່ຽວ​ກັບ
ການ​ສໍ້​ໂກງ​ຄະ​ແນນ​ສຽງ ​ໃນ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ ​
ເມື່ອ​ວັນ​ທີ 28 ກໍລະກົດຜ່ານ​ມາ. ທ່ານຮຸນເຊນ ຍັງກ່າວອີກວ່າ
​ ລັດຖະບານຂອງທ່ານພ້ອມແລ້ວທີ່ຈະ​ເຈລະຈາກັບພັກ​ກູ້​ຊາດ
ຫຼື CNRP ຊຶ່ງ​ເປັນພັກຝ່າ​ຍຄ້ານຂອງ​ກໍາປູ​ເຈຍ ແຕ່ກໍກ່າວວ່າ ກ່ອນ​ອື່ນສະມາຊິກສະພາ
​ຕ້ອງ​ສາ ບານ​ຕົວ​ເຂົ້າຮັບ​ໜ້າ​ທີ່ເສຍກ່ອນ.

ທ່ານຮຸນເຊນ ກ່າວເພີ່ມຕື່ມອີກວ່າ ພັກຂອງທ່ານພວມພິຈາລະນາ​ເພື່ອສະເໜີຕໍາແໜ່ງທີ່​
ສຳຄັນໆ ຫລາຍ​ຕຳ​ແໜງໃຫ້​ແກ່​ພັກຝ່າຍຄ້ານ ຊຶ່ງຮ່ວມທັງຕໍາແໜ່ງຮອງປະທານສະພາ
ແຫ່ງຊາດ.

ໃນຄໍາຖະແຫຼງເປີດກອງປະຊຸມສະໄໝສາມັນຂອງ​ສະພາ​ແຫ່ງ​ຊາດ ໃນວັນຈັນວານນີ້
ກະສັດ​ນະໂຣດົມ ສີຫະ​ມຸນີ ຊົງ​ຕັດ​ວ່າ ກໍາປູ​ເຈຍ ຕ້ອງຮ່ວມ​ແຮງຮ່ວມໃຈເປັນອັນນຶ່ງອັນ
ດຽວກັນ ຍ້ອນການທີ່ມີສະມາຊິກຂອງພັກ CNRP ປະທ້ວງບອຍຄອດ​ປະຊຸມ​ນັ້ນຈຶ່ງມີ
ແຕ່ສະມາຊິກ 68 ທ່ານຈາກພັກປະຊາຊົນ​ກໍາປູ​ເຈຍຂອງທ່ານຮຸນເຊນ ​ເຂົ້າຮ່ວມ​ຮັບ​ຟັງ
​ການ​ໃຫ້​ພະ​ລາຊະ​ໂອວາດຂອງກະສັດສີຫະ​ມຸນີ.

ພັກ CNRP ໄດ້ຊະນະ 55 ບ່ອນນັ່ງ ໃນການເລືອກຕັ້ງເມື່ອວັນທີ 28 ກໍລະກົດຜ່ານມານີ້,
ແຕ່ກ່າວວ່າ ພວກຕົນໄດ້ຮັບ​ການ​ຂັດຂວາງ​ບໍ່​ໃຫ້​ໄດ້​ຮັບ​ໄຊຊະນະ​ເນື່ອງຈາກວ່າ ໄດ້ມີ
ການສໍ້​ໂກງຄະແນນສຽງໃນການເລືອກຕັ້ງ. ການປະທ້ວງຕໍ່ຜົນການ​ນັບ​ບັດ​ຄະ​ແນນ​
ສຽງໄດ້ກາຍມາເປັນ ຄວາມຮຸນແຮງ ໃນຕົ້ນເດືອນນີ້ ເມື່ອພວກປະທ້ວງໄດ້ຖືກຍິງຕາຍ
ໃນຂະນະທີ່ປະທະກັບກອງ ກໍາລັງຮັກສາຄວາມປອດໄພຂອງລັດຖະບານ.

Cambodia
please wait
Embed

No media source currently available

0:00 0:01:05 0:00
XS
SM
MD
LG