ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ ລໍ​ຖ້າ​ກົດ​ລະ​ບຽບ​ໃໝ່ ຈາກ​ກຸ່ມ​ຕາ​ລີ​ບານ ເພື່ອ​ອະ​ນຸ​ຍາດ​ໃຫ້​ແມ່​ຍິງ​ເຮັດ​ວຽກ​


​ແຟ້ມ - ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ​ເຮັດ​ວຽກ​ຢູ່​ໃນ​ຫ້ອງ​ຕັດ​ເຄື່ອງ ທີ່​ສູນ​ກາງ​ຊ່ວຍ​ເຫຼືອ ໂດຍ​ອົງ​ການ​ຈ​ັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຂອງ​ຝ​ຣັ່ງ ຢູ່​ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 9 ຕຸ​ລາ 2001.
​ແຟ້ມ - ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ​ເຮັດ​ວຽກ​ຢູ່​ໃນ​ຫ້ອງ​ຕັດ​ເຄື່ອງ ທີ່​ສູນ​ກາງ​ຊ່ວຍ​ເຫຼືອ ໂດຍ​ອົງ​ການ​ຈ​ັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຂອງ​ຝ​ຣັ່ງ ຢູ່​ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 9 ຕຸ​ລາ 2001.

ຫົວ​ໜ້າ​ມະ​ນຸດ​ສະ​ທຳ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ທ່ານ​ພວມ​ລໍ​ຖ້າ​ລາຍ​ຊື່​ກົດ​ລະ​ບຽບ​ໃໝ່​ຈາກ​ເຈົ້າ​ໜ້າ​ທີ່​ຕາ​ລີ​ບານ ເພື່ອ​ອະ​ນຸ​ຍາດ​ໃຫ້​ພວກ​ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ​ເຂົ້າ​ເຮັດ​ວຽກໃນ​ດ້ານ​ມະ​ນຸດ​ສະ​ທຳ ຫຼັງ​ຈາກ​ໄດ້​ ມີ​ຄຳ​ສັ່ງ​ ທີ່​ອອກ​ໃນ​ເດືອນ​ແລ້ວ ຈຳ​ກັດ​ການ​ເຮັດ​ວຽກ​ຂອງ​ພວກ​ເຂົາ​ເຈົ້າ.

ທ່ານ​ມາ​ຕິນ ກ​ຣິ​ບ​ຟິດ​ (Martin Griffiths) ກ່າວ​ຕໍ່​ພວກ​ນັກ​ຂ່າວ ທີ່​ສຳ​ນັກ​ງານ​ໃຫຍ່​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ທີ່​ນະ​ຄອນ​ນິວຢອກ ຫຼັງ​ຈາກ​ທ່ານ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມນະ​ຄອນ​ຫຼວງກາ​ບູ​ລໃນ​ອາ​ທິດ​ແລ້ວພ້ອມ​ກັບ​ບັນ​ດາ​ຫົວ​ໜ້າ​ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ລະ​ຫວ່າງ​ປະ​ເທດ​ຫຼາຍໆ​ອົງ​ການ ໂດຍ​ກ່າວ​ວ່າ “ຂໍ​ໃຫ້​ເບິ່ງວ່າ​ກົດ​ລະ​ບຽບ​ເຫຼົ່າ​ນີ້​ຈະ​ອອກ​ມາ​ຫຼື​ບໍ່ ຂໍ​ໃຫ້​ເບິ່ງວ່າ​ມີ​ພື້ນ​ທີ່​ໜ້ອຍ​ຫຼາຍ​ປານ​ໃດ​ມີ​ໄວ້​ແລະ​ບົດ​ບາດ​ສູນ​ກາງ​ສຳ​ລັບ​ພວກ​ແມ່​ຍິງ ໃນ​ການ​ປະ​ຕິ​ບັດ​ງານ​ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ພວກ​ເຮົາ.”

ເມື່ອ​ວັນ​ທີ 24 ທັນ​ວາ​ຜ່ານ​ມາ ພວກ​ຕາ​ລີ​ບານ​ໄດ້​ປະ​ກາດ​ຫ້າມ ​ບໍ່​ໃຫ້​ພວກ​ແມ່​ຍິງໄປ​ເຮັດ​ວຽກ​ກັບ​ບັນ​ດາ​ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ພາຍ​ໃນ​ປະ​ເທດ ແລະ​ອົງ​ການ​ຊ່ວຍ​ເຫຼືອ​ສາ​ກົນ ຊຶ່ງ​ເຮັດ​ໃຫ້​ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ລະ​ຫວ່າງ​ປະ​ເທດຈຳ​ນວນ​ນຶ່ງໂຈະ​ການ​ປະ​ຕິ​ບັດ​ງານ​ຂອງ​ພວກ​ເຂົາ​ເຈົ້າ.

ທ່ານ​ມາ​ຕິນ ກ​ຣິບ​ຟິດ ຮອງ​ເລ​ຂາ​ທິ​ການ​ໃຫຍ່ອ​ົງ​ການ​ສະ​ຫະ​ປະ​ຊາ​ຊາດ ຮັບ​ຜິດ​ຊອບ​ໃນ​ດ້ານ​ມະ​ນຸດ​ສະ​ທຳ ແລະ​ການ​ບັນ​ເທົາ​ທຸກ​ສຸກ​ເສີນ ກ່າວ​ຕໍ່​ອ​ົງ​ການ​ຂ່າວ AFP ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 25 ມັງ​ກອນ 2023.
ທ່ານ​ມາ​ຕິນ ກ​ຣິບ​ຟິດ ຮອງ​ເລ​ຂາ​ທິ​ການ​ໃຫຍ່ອ​ົງ​ການ​ສະ​ຫະ​ປະ​ຊາ​ຊາດ ຮັບ​ຜິດ​ຊອບ​ໃນ​ດ້ານ​ມະ​ນຸດ​ສະ​ທຳ ແລະ​ການ​ບັນ​ເທົາ​ທຸກ​ສຸກ​ເສີນ ກ່າວ​ຕໍ່​ອ​ົງ​ການ​ຂ່າວ AFP ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 25 ມັງ​ກອນ 2023.

ທ່ານກ​ຣີບ​ຟິດ ພ້ອມໆ​ກັບ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ອົງ​ການ​ຢູ​ນີ​ແຊັ​ຟ ປະ​ທານ​ອົງ​ການ​ຊ່ວຍ​ເຫຼືອ​ເດັກ Save the Children US ແລະ​ເລ​ຂາ​ທິ​ການ​ ຂອງ​ອົງ​ການແຄ​ສາ​ກົນ​ ຫຼື Care International ພາ​ກັນ​ເດີນ​ທາງ​ໄປ​ນະ​ຄອນ​ຫຼວງ​ກາ​ບູ​ລໃນ​ອາ​ທິດ​ແລ້ວ ບ່ອນ​ທີ່​ພວກ​ທ່ານ​ໄດ້​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ ຂອງ​ກຸ່ມ​

ຕາ​ລີ​ບານ 9 ຄົນ. ທ່ານກ​ຣິບ​ຟິດ ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ເຫຼົ່າ​ນີ້​ແມ່ນ​ຮວມ​ທັງ ຄວາມ​ຈິງ​ແລ້ວ​ແມ່ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ພ້ອມ​ດ້ວຍ​ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ ຜູ້​ທີ​ນຶ່ງ ແລະ​ຜູ້​ທີ​ສອງ. ນັບ​ຕັ້ງ​ແຕ່​ໄດ້​ຂັບ​ໄລ່​ລັດ​ຖະ​ບານ​ຊຸດ​ກ່ອນ​ອອກ​ຈາກ​ອຳ​ນາດ ເມື່ອ​ເດືອນ​ສິງ​ຫາ​ປີ 2021 ເປັນ​ຕົ້ນ​ມາ ລັດ​ຖະ​ບານ​ຂອງ​ກຸ່ມ​ຕາ​ລີ​ບານ ​ຍັງ​ບໍ່​ທັນມີ​ປະ​ເທດ​ໃດ​ຮັບ​ຮູ້​ຢ່າງ​ເປັນ​ທາງ​ການ​ເລີຍ.

ລຸນ​ຫຼັງ​ທີ່​ໄດ້​ອອກ​ຄຳ​ສັ່ງ​ໃນ​ວັນ​ທີ 24 ທັນ​ວາ​ຜ່ານ​ມາ ຜູ້​ກຳ​ໜ້າ​ທີ່​ໃນ​ນາມ​ລັດ​ຖະ​ມົນ​ຕີ​ສາ​ທາ​ລະ​ນະ​ສຸກ ກ່າວ​ວ່າ ມັນ​ຈະ​ບໍ່​ກວມ​ເອົາ​ພາກ​ສ່ວນນີ້. ນອກນັ້ນ ຍັງ​ມີ​ການ​ຍົກ​ເລີກ​ບາງ​ຢ່າງ ​ສຳ​ລັບ​ດ້ານ​ການ​ສຶກ​ສາ ເຖິງ​ແມ່ນ​ພວກ​ແມ່​ຍິງ​ແລະ​ເດັກ​ຍິງ ໄດ້​ຖືກ​ຫ້າມ​ມາ​ຕັ້ງ​ແຕ່​ເດືອນ​ແລ້ວ​ບໍ່​ໃຫ້​ເຂົ້າ​ໂຮງ​ຮຽນ​ກາຍ​ຊັ້ນ​ ປ. 6.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG