ອົງການສະຫະປະຊາຊາດ ກ່າວໃນວັນອັງຄານມື້ນີ້ວ່າ ຕົນໄດ້ຮັບລາຍງານວ່າ ການສູ້ລົບ
ກັນຍັງດຳເນີນຢູ່ຕໍ່ມາ ໃນເຂດກູຕາຕາເວັນອອກ ອັນເປັນເຂດຄວບຄຸມ ຂອງພວກກະບົດ
ໃນປະເທດຊີເຣຍ ຊຶ່ງມີກຳນົດຈະເລີ້ມການຢຸດຍິງເພື່ອມະນຸດສະທຳປະຈຳວັນ ເປັນເທື່ອ
ທຳອິດ ທີ່ປະກາດໂດຍຣັດເຊຍ ເພື່ອອະນຸຍາດໃຫ້ພົນລະເຮືອນຫລົບໜີການສູ້ລົບ.
ໂຄສົກຂອງອົງການມະນຸດສະທຳສະຫະປະຊາຊາດ ທ່ານ ເຈັນ ເລີກກີ ກ່າວວ່າ
“ຈະແຈ້ງສະຖານະການທາງພາກພື້ນດິນບໍ່ແມ່ນແບບທີ່ຂະບວນລົດສາມາດ
ແລ່ນເຂົ້າໄປ ຫລືການຍົກຍ້າຍທາງດ້ານການແພດສາມາດມີຂຶ້ນໄດ້.”
ຣັດເຊຍ ແລະຊີເຣຍ ໄດ້ຖິ້ມໂທດໃສ່ພວກລົບຝ່າຍຕໍ່ຕ້ານທີ່ໄດ້ຍິງໂຈມຕີ ທີ່ເຂົາເຈົ້າ
ກ່າວວ່າ ຕົກຖືກເສັ້ນທາງຍົກຍ້າຍ ແລະຫລາຍໆເຂດໃນນະຄອນຫຼວງດາມາສກັສ ຊຶ່ງພວກຕໍ່ຕ້ານໄດ້ປະຕິເສດນັ້ນ.
ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ທີ່ມີສຳນັກງານຢູ່ອັງກິດ ຊຶ່ງໄດ້ຕິດຕາມເບິ່ງບັນຫາ
ຂັດແຍ້ງທີ່ດຳເນີນມາໄດ້ 7 ປີແລ້ວນັ້ນ ກ່າວວ່າ ການໂຈມຕີທາງອາກາດໃນເຂດກູຕາ
ຕາເວັນອອກ ຊຶ່ງໄດ້ມີຄວາມຮຸນແຮງເພີ້ມຂຶ້ນເມື່ອໄວໆມານີ້ ໄດ້ສັງຫານປະຊາຊົນ
ຫຼາຍຮ້ອຍຄົນ. ກອງທັບຊີເຣຍໄດ້ປະຕິເສດວ່າ ຕົນບໍ່ໄດ້ເປັນຜູ້ໂຈມຕີທາງອາກາດ
ດັ່ງກ່າວ.
ລັດຖະມົນກະຊວງປ້ອງກັນປະເທດຣັດເຊຍ ທ່ານ Sergei Shoigu ໄດ້ກ່າວວ່າ
ຣັດເຊຍ ໄດ້ຢຸດຍິງ ໃນຊ່ວງ 9 ໂມງເຊົ້າ ຫາຕອນບ່າຍ 2 ໂມງ ຕາມເວລາທ້ອງຖິ່ນ.
ການສັ່ງການທີ່ວ່ານີ້ ມີຂຶ້ນບໍ່ເທົ່າໃດມື້ ຫຼັງຈາກທີ່ສະພາຄວາມໝັ້ນຄົງອົງການສະຫະ
ປະຊາຊາດ ໄດ້ອອກຄຳສັ່ງ ໃຫ້ຢຸດຍິງເປັນເວລາ 30 ວັນ ໃນທົ່ວຊີເຣຍ. ແຜນການ
ທີ່ວ່ານີ້ ແມ່ນ ໄດ້ເລີ່ມຕົ້ນແບບສັ່ນຄອນ ໂດຍພວກນັກເຄື່ອນໄຫວ ໄດ້ລາຍງານວ່າ
ການໂຈມຕີທາງອາກາດຍັງດຳເນີນຕໍ່ຕ່າມາ ແລະການສູ້ລົບກັນໃນເຂດ Ghouta ຕາເວັນອອກຊຶ່ງເປັນເຂດຊານເມືອງ ຂອງນະຄອນຫຼວງ Damascus ນັ້ນ ໄດ້ສັງຫານ
ຫຼາຍກວ່າ 30 ຄົນ ໃນວັນຈັນວານນີ້.
ໃນການໂອ້ລົມທາງໂທລະສັບໃນວັນຈັນວານນີ້ ປະທານາທິບໍດີຝຣັ່ງ ທ່ານ Emma-
nuel Macron ໄດ້ບອກກັບປະທານາທິບໍດີເທີກີ ທ່ານ Tayyip Erdogan ເຖິງ
“ຄວາມເປັນຫ່ວງຢ່າງໜັກ” ກ່ຽວກັບການໂຈມຕີທາງອາກາດ ທີ່ແນເປົ້າໝາຍໃສ່
ພວກປະຊາຊົນພົນລະເຮືອນ ແລະໂຮງພະຍາບານ ໃນເຂດ Ghouta ຕາເວັນອອກນັ້ນ.
ແຕ່ວ່າຜູ້ນຳຂອງຝຣັ່ງ ຍັງໄດ້ຮຽກຮ້ອງໃຫ້ທ່ານ Erdogan ຍຸຕິການໂຈມຕີທາງອາກາດ
ຂອງເທີກີ ໃນເຂດອາຟຣິນ ທາງພາກເໜືອຂອງຊີເຣຍ ທີ່ໄດ້ເລີ່ມທຳການໂຈມຕີໃນ
ເດືອນແລ້ວນີ້ ຕໍ່ຕ້ານພວກທະຫານບ້ານຊາວເຄີດໃນຊີເຣຍ ທີ່ໜຸນຫຼັງໂດຍສະຫະລັດ
ແລະເທີກີ ຖືວ່າ ເປັນ “ກຸ່ມກໍ່ການຮ້າຍ” ທີ່ເປັນພັນທະມິດ ກັບພວກຕໍ່ຕ້ານລັດຖະບານ
ຊາວເຄີດ ທີ່ໄດ້ຕໍ່ສູ້ກັບລັດຖະບານເທີກີ ໃນຮອບ 3 ທົດສະວັດຜ່ານມາ. ໃນວັນອາທິດ
ແລ້ວນີ້ ເທີກີ ໄດ້ກ່າວວ່າ ການເຂົ້າໄປມີບົດບາດຂອງອົງການສະຫະປະຊາຊາດນັ້ນ
ຈະບໍ່ມີຜົນຫຍັງ ຕໍ່ການປະຕິບັດງານຂອງຕົນ ໃນພາກເໜືອຂອງຊີເຣຍ.
ອົງການຂ່າວຂອງລັດຖະບານຊີເຣຍ ແລະກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ໄດ້ກ່າວ
ວ່າ ການໂຈມຕີຂອງເທີກີ ໃນເຊົ້າວັນຈັນວານນີ້ ໄດ້ສັງຫານ 5 ຄົນ.