ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມມະນຸດສະທຳເວົ້າວ່າ ມຽນມາ ມີຄວາມຕ້ອງການ ທີ່ກ່ຽວຂ້ອງກັບ COVID ຢ່າງຮີບດ່ວນ


ອາສາສະໝັກຊ່ວຍເຫຼືອຄົນໄຂ້ທີ່ຕິດໄວຣັສ COVID-19 ດ້ວຍອົກຊີເຈັນເພີ່ມເຕີມ ໃນເມືອງ ກາເລ, ພາກພື້ນ ຊາເກງ, ມຽນມາ.
ອາສາສະໝັກຊ່ວຍເຫຼືອຄົນໄຂ້ທີ່ຕິດໄວຣັສ COVID-19 ດ້ວຍອົກຊີເຈັນເພີ່ມເຕີມ ໃນເມືອງ ກາເລ, ພາກພື້ນ ຊາເກງ, ມຽນມາ.

ກຸ່ມນຶ່ງທີ່ປະກອບມີອົງການຈັດຕັ້ງການຊ່ວຍເຫຼືອດ້ານມະນຸດສະທຳ 16 ອົງການໄດ້ອອກຖະແຫຼງການຮ່ວມສະບັບນຶ່ງເຕືອນ ກ່ຽວກັບ “ໄພຫາຍະນະດ້ານມະນຸດສະທຳທີ່ກຳລັງເກີດຂຶ້ນໃນ ມຽນມາ ທີ່ຖືກກະຕຸ້ນໂດຍກໍລະນີ COVID-19 ທີ່ເພີ່ມສູງຂຶ້ນ ແລະ ຄວາມຮຸນແຮງຢ່າງກວ້າງຂວາງ.”

“ການເສຍຊີວິດຫຼາຍກວ່າ 60 ເປີເຊັນຍ້ອນ COVID-19 ທີ່ໄດ້ຖືກລາຍງານ ໃນ ມຽນມາ ໄດ້ເກີດ ຂຶ້ນໃນເດືອນແລ້ວນີ້ພຽງເດືອນດຽວ, ດ້ວຍຕົວເລກຂອງກໍລະນີທີ່ຖືກຢືນຢັນແມ່ນຫຼາຍກວ່າສອງເດືອນທີ່ຜ່ານມາສອງເທົ່າ,” ອີງຕາມຖະແຫຼງການທີ່ໄດ້ຖືກປະກາດໃນວັນທີ 2 ສິງຫາມື້ນີ້.

ຖະແຫຼງການໄດ້ກ່າວວ່າ “ສະຖານທີ່ປິ່ນປົວສຸຂະພາບຈາກແຂວງກະຈິນ ຫາເມືອງ ແມນດາເລ ເຖິງນະຄອນ ຢາງກຸ້ງ ແມ່ນຍັງຄົງຖືກປິດໃນຂະນະທີ່ ພະນັກງານປິ່ນປົວສຸຂະພາບໄດ້ປະເຊີນກັບຄວາມຮຸນແຮງ ແລະ ການຂົ່ມຂູ່. ແພດໝໍຫຼາຍກວ່າ 400 ຄົນ ແລະ ພະຍາບານ 180 ຄົນໄດ້ຮັບໝາຍຮຽກຈັບກຸມ ນັບຕັ້ງແຕ່ກອງທັບໄດ້ເຂົ້າຍຶດປະເທດໃນເດືອນກຸມພາ 2021.”

“ຊຸມຊົນຕ່າງໆທີ່ພວກເຮົາເຮັດວຽກນຳແມ່ນໝົດຫວັງ ແລະ ກຳລັງຈະຕາຍ. ປະຊາຊົນຕ້ອງການເຂົ້າຫາການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ການປິ່ນປົວສຸຂະພາບທີ່ປອດໄພ ແລະ ເປັນທຳໃນເວລານີ້, ອີງຕາມການກ່າວໃນຖະແຫຼງ ການຂອງທ່ານນາງ ລໍຣາ ມາຊອລ, ຜູ້ອຳນວຍການປະຈຳປະເທດສຳລັບສະພາ ອົບພະຍົບ ນໍເວ ໃນປະເທດ ມຽນມາ.

ອົງການສາທາລະນະສຸກຂອງ ການາດາ ໄດ້ກ່າວໃນຖະແຫຼງການໃນອາທິດທີ່ຜ່ານມາວ່າ ເຂົາ ເຈົ້າໄດ້ປັບໄໝສອງຄົນເກືອບ 20,000 ໂດລາຕໍ່ຄົນ “ສຳລັບການສະໜອງຂໍ້ມູນທີ່ຜິດ ກ່ຽວກັບ ການພິສູດໜັງສືການສັກຢາວັກຊີນ ແລະ ການກວດກາກ່ອນການເດີນທາງ, ເຊັ່ນດຽວກັບສຳລັບບໍ່ປະຕິບັດຕາມຂໍ້ຮຽກຮ້ອງໃຫ້ຢູ່ໃນທີ່ພັກທີ່ຖືກອະນຸມັດໂດຍລັດຖະບານ ແລະ ການຮຽກຮ້ອງ ກວດໂຣກເວລາເດີນທາງຮອດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG