ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳຂອງປະເທດໃນ ກຸ່ມ G-20 ຈະປຶກສາຫາລື ກ່ຽວກັບ ວິກິດການດ້ານມະນຸດສະທຳ ຢູ່ໃນອັຟການິສຖານ


ບັນດາລັດຖະມົນຕີວັດທະນະທຳຂອງປະເທດກຸ່ມ G-20 ເຂົ້າຮ່ວມໃນກອງປະຊຸມໂຕະມົນ ຢູ່ທີ່ພິທີເປີດກອງປະຊຸມຂອງພວກເພິ່ນ ທີ່ຫໍສະແດງຫຼືສະໜາມ (Colosseum) ໃນນະຄອນຫຼວງໂຣມ ຂອງອີຕາລີ, ວັນທີ 29 ກໍລະກົດ 2021.
ບັນດາລັດຖະມົນຕີວັດທະນະທຳຂອງປະເທດກຸ່ມ G-20 ເຂົ້າຮ່ວມໃນກອງປະຊຸມໂຕະມົນ ຢູ່ທີ່ພິທີເປີດກອງປະຊຸມຂອງພວກເພິ່ນ ທີ່ຫໍສະແດງຫຼືສະໜາມ (Colosseum) ໃນນະຄອນຫຼວງໂຣມ ຂອງອີຕາລີ, ວັນທີ 29 ກໍລະກົດ 2021.

ໃນຂະນະທີ່ອັຟການິສຖານກຳລັງປະເຊີນກັບວິກິດການດ້ານມະນຸດສະທຳແລະເສດຖະກິດຢູ່ນີ້ ບັນດາຜູ້ນຳຂອງກຸ່ມ G-20 ທີ່ປະກອບດ້ວຍປະເທດຕ່າງໆທີ່ມີເສດຖະກິດໃຫຍ່ທີ່ສຸດໃນໂລກ ມີກຳນົດທີ່ຈະພົບປະກັນທາງອອນໄລໃນວັນອັງ ຄານມື້ນີ້ ເພື່ອປຶກສາຫາລືວິທີທາງສະໜອງການຊ່ອຍເຫຼືອແກ່ປະເທດທີ່ຕ້ອງການ ແລະແກ້ໄຂຄວາມເປັນຫ່ວງໃດໆກ່ຽວກັບຄວາມໝັ້ນຄົງ ຫຼັງຈາກທີ່ກຸ່ມຕາລີບານໄດ້ເຂົ້າຍຶດອຳນາດໃນເດືອນສິງຫາຜ່ານມາ.

ນາຍົກລັດຖະມົນຕີອີຕາລີ ທ່ານມາຣີໂອ ດຣາຈີ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ ຮ່ວມກັນກັບເລຂາທິການໃຫຍ່ສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສ, ປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ, ນາຍົກລັດຖະມົນຕີອິນເດຍ ທ່ານນາເຣນດຣາ ໂມດີ ແລະບັນດາຜູ້ນຳຈາກປະເທດຢູໂຣບອື່ນໆຢູ່ໃນກຸ່ມ G-20 ຊຶ່ງລວມຢູ່ໃນບັນດາຜູ້ນໍາທັງຫຼາຍທີ່ຄາດໝາຍວ່າ ຈະເຂົ້າຮ່ວມໃນກອງປະຊຸມຄັ້ງນີ້.

ຫົວໜ້າດ້ານນະໂຍບາຍການຕ່າງປະເທດຂອງສະຫະພາບຢູໂຣບ ທ່ານໂຈເຊັບ ໂບແຣລ ໄດ້ປະຕິຍານໃນວັນຈັນວານນີ້ວ່າ ຈະຊ່ອຍເຫຼືອ ໂດຍກ່າວຢູ່ທີ່ກອງປະຊຸມຂັ້ນລັດຖະມົນຕີ ວ່າ “ສະຖານະການດ້ານມະນຸດສະທຳແລະເສດຖະກິດຢູ່ໃນອັຟການິສຖານແມ່ນກຳລັງຈະລົ້ມລະລາຍ.”

ທ່ານໂບແຣລ ກ່າວຕໍ່ໄປວ່າ “ມື້ນີ້ ພວກເຮົາຕົກລົງກັນກ່ຽວກັບການປະເມີນວິທີທາງເພື່ອໃຫ້ການສະໜັບສະໜຸນໂດຍກົງແກ່ປະຊາກອນຂອງອັຟການິສຖານ ໃນການຫລີກເວັ້ນໄພພິບັດດ້ານມະນຸດສະທຳ ໃນຂະນະດຽວກັນບໍ່ຮັບຮູ້ກຸ່ມຕາລີບານ ຢ່າງແນ່ນອນ. ພວກເຮົາຈະນຳສົ່ງການຊ່ອຍເຫຼືອໂດຍຜ່ານຄູ່ພາຄີຈາກຫຼາຍອົງການ ໃນຂະນະທີ່ເຄົາລົບໃນຫລັກການຂອງການມີສ່ວນຮ່ວມທີ່ພວກເຮົາໄດ້ຕົກລົງກັນໄວ້.”

ທ່ານກູເຕເຣັສ ໄດ້ກ່າວໃນວັນຈັນວານນີ້ວ່າ ອັຟການິສຖານ ກຳລັງປະເຊີນກັບ “ຊ່ວງໄລຍະທີ່ຈະລອດຫຼືບໍ່ລອດ” ດັ່ງທີ່ທ່ານໄດ້ຮຽກຮ້ອງຕໍ່ໂລກໃຫ້ເອົາມາດຕະການ.

ກ່ອນໜ້າການເຂົ້າຍຶດອຳນາດດັ່ງກ່າວ ການຊ່ອຍເຫຼືອຈາກສາກົນກວມເອົາ 75 ເປີເຊັນຂອງງົບປະມານໃຊ້ຈ່າຍຂອງອັຟການິສຖານ ແຕ່ບັນດາລັດຖະບານແລະອົງການສາກົນທັງຫຼາຍ ໄດ້ຕັດທຶນການຊ່ອຍເຫຼືອນັ້ນ ແລະຍຶດຊັບສິນຂອງອັຟການິສຖານໄວ້.

ທ່ານກູເຕເຣັສ ໄດ້ກ່າວໃນວັນຈັນວານນີ້ ວ່າ ບັນດາທະນາຄານທັງຫຼາຍໃນອັຟການິສຖານ ກຳລັງປິດລົງ ແລະວ່າ ການຮັກສາສຸຂະພາບ ແລະການບໍລິການທີ່ຈຳເປັນອື່ນໆນັ້ນ ໄດ້ຖືກໂຈະໄວ້ຢູ່ໃນຫຼາຍໆແຫ່ງ. ທ່ານໄດ້ກ່າວເຕືອນເຖິງວິກິດການດ້ານມະນຸດສະທຳ ຊຶ່ງກຳລັງສົ່ງຜົນກະທົບ ຕໍ່ປະຊາກອນເຄິ່ງນຶ່ງຂອງປະເທດຢູ່ນັ້ນ ແມ່ນເພີ້ມຂຶ້ນນັບມື້.

ທ່ານກູເຕເຣັສ ເວົ້າວ່າ “ປະຊາຊົນຊາວອັຟການິສຖານບໍ່ຄວນໄດ້ຮັບຄວາມທຸກຍາກລຳບາກທີ່ເປັນການຖືກລົງໂທດຍ້ອນການກະທຳທີ່ຜິດພາດຂອງກຸ່ມຕາລີບານ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG