ອົງການສະຫະປະຊາຊາດກ່າວໃນວັນອັງຄານວານນີ້ວ່າ ການຊ່ວຍເຫຼືອດ້ານ ມະນຸດສະທຳໃຫ້ແກ່ບໍລິເວນພາກເໜືອຂອງເຂດກາຊາ ເຊິ່ງເປັນບ່ອນທີ່ ອິສຣາແອລ ໄດ້ທຳການໂຈມຕີທາງບົກໃນວັນທີ 6 ຕຸລາ ຜ່ານມາ, ສ່ວນໃຫຍ່ ແມ່ນຖືກປິດລ້ອມມາເປັນເວລາ 66 ມື້ແລ້ວ. ນັ້ນ ໄດ້ສົ່ງຜົນເຮັດໃຫ້ປະຊາຊົນຊາວປາແລັສະໄຕນ໌ ຈຳນວນລະຫວ່າງ 65,000 ຫາ 75,000 ຄົນ ບໍ່ມີອາຫານ, ນ້ຳ, ໄຟຟ້າ ຫຼື ບໍ່ໄດ້ຮັບການເບິ່ງແຍງດ້ານສຸຂະພາບ.
ຫ້ອງການປະສານງານກ່ຽວກັບກິດຈະການດ້ານມະນຸດສະທໍາຂອງອົງການສະ ຫະປະຊາຊາດ ເຊິ່ງຮູ້ຈັກໃນນາມ OCHA ກ່າວວ່າ ຢູ່ໃນພາກເຫນືອ, ອິສຣາແອລ ຍັງຄົງສືບຕໍ່ປິດລ້ອມເມືອງ ເບັດທ໌ ລາຮິຢາ (Beit Lahiya), ເມືອງ ເບັດທ໌ ຮານູ (Beit Hanoun) ແລະ ເມືອງ ຈາບາລິຢາ (Jabaliya), ໂດຍຊາວປາແລັສໄຕນ໌ ທີ່ອາໄສຢູ່ຢູ່ຂົງເຂດນັ້ນເປັນສ່ວນໃຫຍ່ ຖືກປະຕິເສດ ການຊ່ວຍເຫຼືອ. ພວກເຂົາກ່າວເມື່ອບໍ່ດົນມານີ້ວ່າ ປະຊາຊົນປະມານ 5,500 ຄົນ ໄດ້ຖືກບັງຄັບໃຫ້ຕ້ອງຍົກຍ້າຍອອກຈາກໂຮງຮຽນ 3 ແຫ່ງໃນເມືອງ ເບັດທ໌ ລາຮິຢາ ໄປຍັງຂົງເຂດ ກາຊາ ອີກດ້ວຍ.
ຫ້ອງການ OCHA ກ່າວວ່າ ເນື່ອງຈາກວິກິດການທາງດ້ານອາຫານ, ມີຮ້ານ ເຂົ້າໜົມເບເກີຣີທີ່ໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດພຽງ 4 ແຫ່ງເທົ່ານັ້ນ ທີ່ດຳເນີນງານທົ່ວຂົງເຂດກາຊາ, ເຊິ່ງທັງໝົດ ແມ່ນຕັ້ງຢູ່ໂຕ ເມືອງກາຊາ.
ທ່ານນາງ ຊີກຣິດ ຄາກຄ໌ (Sigrid Kaag), ຜູ້ປະສານງານອາວຸໂສດ້ານມະ ນຸດສະທຳ ແລະການຟື້ນຟູຂອງອົງການສະຫະປະຊາຊາດປະຈຳ ກາຊາ ກ່າວຕໍ່ບັນດານັກຂ່າວພາຍຫຼັງການສະຫຼຸບໂດຍຫຍໍ້ຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດທີ່ບໍ່ໄດ້ຮັບການເປີດເຜີຍໃນຕອນບ່າຍຂອງວັນອັງຄານວານນີ້ວ່າ ພົນລະເຮືອນເຫຼົ່ານັ້ນ ທີ່ກໍາລັງພະຍາຍາມເອົາຊີວິດລອດຢູ່ຂົງເຂດກາຊາ ແມ່ນກຳລັງປະເຊີນກັບ “ສະຖານະການທີ່ຮ້າຍແຮງທີ່ສຸດ.”
ທ່ານນາງຊີ້ໃຫ້ເຫັນເຖິງຄວາມແຕກແຍກ ແລະຄວາມເປັນລະບຽບຮຽບຮ້ອຍ ທາງກົດໝາຍ ພ້ອມທັງການປຸ້ນຈີ້, ສົ່ງຜົນເຮັດໃຫ້ສະຖານະການຮ້າຍແຮງຫຼາຍຂຶ້ນ ແລະສົ່ງຜົນເຮັດໃຫ້ອົງການສະຫະປະຊາຊາດ ພ້ອມດ້ວຍອົງການຊ່ວຍເຫຼືອຫຼາຍແຫ່ງ ບໍ່ສາມາດມອບອາຫານ ແລະເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳອື່ນໆໃຫ້ແກ່ຊາວປາແລັສໄຕນ໌ ຫຼາຍຮ້ອຍພັນຄົນທີ່ມີຄວາມ ຕ້ອງການເຫຼົ່ານັ້ນໄດ້.
ທ່ານນາງ ຄາກຄ໌ ກ່າວວ່າ ທ່ານນາງ ພ້ອມດ້ວຍບັນດາເຈົ້າໜ້າທີ່ຂອງອົງການ ສະຫະປະຊາຊາດຄົນອື່ນໆ ຍັງຄົງສືບຕໍ່ຮ້ອງຂໍ ອິສຣາແອລ ຢ່າງຊໍ້າແລ້ວຊໍ້າ ອີກເພື່ອໃຫ້ຂະບວນລົດສາມາດໄປຍັງພາກເໜືອຂອງເຂດກາຊາ ແລະບໍລິເວນ ອື່ນໆໄດ້, ເພື່ອອະນຸຍາດໃຫ້ພວກເຂົາຂົນສົ່ງສິ່ງຂອງຕ່າງໆ, ເປີດດ່ານຊາຍ ແດນຈາກ ອີຈິບ ໄປຍັງເມືອງ ຣາຟາ ຢູ່ບໍລິເວນພາກໃຕ້, ແລະອະນຸມັດອຸ ປະກອນທີ່ໃຊ້ໄດ້ສອງຄັ້ງ.
ຄະນະຜູ້ແທນຂອງອິສຣາແອລ ປະຈໍາອົງການສະຫະປະຊາຊາດກ່າວວ່າ ຕົນບໍ່ມີຄໍາເຫັນໃດໆກ່ຽວກັບຄຳປາໄສຂອງ ທ່ານນາງ ຄາກຄ໌.
ອ່ານຂ່າວດ້ານລຸ່ມນີ້ເປັນະາສາອັງກິດ
Humanitarian aid to n orth Gaza, where Israel launched a ground offensive on Oct. 6, has largely been blocked for the past 66 days, the United Nations said Tuesday. That has left between 65,000 and 75,000 Palestinians without access to food, water, electricity or health care, according to the world body.
In the north, Israel has continued its siege on Beit Lahiya, Beit Hanoun and Jabaliya with Palestinians living there largely denied aid, the U.N. Office for the Coordination of Humanitarian Affairs, known as OCHA, said. Recently, it said, about 5,500 people were forcibly displaced from three schools in Beit Lahiya to Gaza City.
Adding to the food crisis, only four U.N.-supported bakeries are operating throughout the Gaza Strip, all of them in Gaza City, OCHA said.
Sigrid Kaag, the senior U.N. humanitarian and reconstruction coordinator for Gaza, told reporters after briefing the U.N. Security Council behind closed doors Tuesday afternoon that civilians trying to survive in Gaza face an “utterly devastating situation.”
She pointed to the breakdown in law and order and looting that has exacerbated a very dire situation and left the U.N. and many aid organizations unable to deliver food and other humanitarian essentials to hundreds of thousands of Palestinians in need.
Kaag said she and other U.N. officials keep repeatedly asking Israel for access for convoys to north Gaza and elsewhere, to allow in commercial goods, to reopen the Rafah crossing from Egypt in the south, and to approve dual-use items.
Israel’s U.N. Mission said it had no comment on Kaag’s remarks.
ຟໍຣັມສະແດງຄວາມຄິດເຫັນ