ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍ ບຸກໂຈມຕີ ຄັ້ງໃໝ່ ຕໍ່ເຂດກູຕາ ນຶ່ງມື້ ຫຼັງຈາກ ການຊ່ວຍເຫຼືອ ໄປເຖິງ


ລົດຂົນສົ່ງການຊ່ວຍເຫຼືອ ຂອງສະພາກາແດງ ທີ່ເຫັນຢູ່ໃນເມືອງດູມາ ຊຶ່ງຖືກປິດລ້ອມ ໃນເຂດກູຕາ ຕາເວັນອອກ
ວັນທີ 9 ມີນາ, 2018.
ລົດຂົນສົ່ງການຊ່ວຍເຫຼືອ ຂອງສະພາກາແດງ ທີ່ເຫັນຢູ່ໃນເມືອງດູມາ ຊຶ່ງຖືກປິດລ້ອມ ໃນເຂດກູຕາ ຕາເວັນອອກ ວັນທີ 9 ມີນາ, 2018.

ຜູ້ອຳນວຍການ ໃນ​ເຂດພາກຕາເວັນອອກກາງ ຂອງ​ຄະນະ​ກຳມະການ​ກາ ​ແດງ​ສາກົນ
ຫຼື ICRC ໄດ້​ກ່າວຫຼັງ​ຈາກ​ເກີດການ​ສູ້​ລົບຢ່າງໜັກທີ່​ໄດ້​ຂັດຂວາງ​ຄວາມ​ພະຍາຍາມ ​ທີ່
ຈະ​ນຳ​ເອົາ​ການ​ຊ່ວຍ​ເຫຼືອ​ໄປ​ໃຫ້​ປະຊາຊົນ​ທີ່​ໄດ້ຕົກ​ຄ້າງ​ຢູ່ໃນເຂດກູຕາ ກ່າວວ່າ “ພວກ
​ພະນັກງານ​ໃຫ້ການ​ຊ່ວຍ​ເຫຼືອ ບໍ່​ຄວນທີ່ຈະ​ສ່ຽງ​ຊີວິດຂອງເຂົາເຈົ້າ ​ເພື່ອຈັດ​ສົ່ງ​ການ
​ຊ່ວຍ​ເຫຼືອດັ່ງກ່າວ.”

ທ່ານ​ໂຣ​ເບີດ ມາ​ດີ​ນີ ກ່າວ​ວ່າ ກຸ່ມ​ຂອງທ່ານ​ໄດ້ “ກັບຄືນ​ມາ ​ຍ້ອນ​ການ​ສູ້​ລົບກັນ ທີ່​ເກີດ
​ຂຶ້ນ ເຖິງ​ແມ່ນ​ວ່າ ໄດ້​ມີ​ການ​ຮັບປະກັນ ​ຈາກ​ທຸກ​ພັກ​ຝ່າຍ ທີ່ພົວພັນໃນ​ການ​ຂັດ​ແຍ້​ງດັ່ງ
ກ່າວທີ່​ວ່າການ​ຊ່ວຍ​ເຫຼືອທາງດ້ານ​ມະນຸດສະທຳ​ສາມາດ​ສົ່ງເຂົ້າ​ໄປ​ໄດ້” ໃນ​ເມືອງ​ດູ​ມາ
​ແລະເຂດ​ກູ​ຕາ ຕາເວັນອອກ.

ອົງການ ICRC ​ໃນ​ທີ່​ສຸດ​ ກໍສາມາດຈັດ​ສົ່ງອາຫານແລະ​ເຄື່ອງຊ່ວຍເຫຼືອຕ່າງໆ​ໄປໃຫ້​
12,000 ຄົນ ລະຫວ່າງ​ທີ່ມີການຢຸດ​ຍິງ.

ທ່າ​ນມາ​ດິນີກ່າວ​ວ່າ​ ມັນເປັນ “ສິ່ງສຳຄັນ​” ທີ່​ການ​ຄໍ້າປະກັນ​ດັ່ງກ່າວໄດ້ຮັບການຈັດຕັ້ງ
ປະຕິບັດເພາະວ່າ​ ຍັງມີການຕ້ອງການຄວາມ​ຊ່ວ​ຍເຫຼືອຢ່າງຫຼວງຫຼາຍ​ຢູ່​ໃນ​ເຂດດັ່ງກ່າວ.
​ມາຮອດ​ວັນ​ເສົາ​ມື້​ນີ້ ທະຫານ​ຊີ​ເຣຍ​ຍັງສືບຕໍ່ບຸກໂຈມຕີເຂດ​ກູ​ຕາຕາເວັນອອກ.

​ເມືອງ​ດູ​ມາ ທີ່ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ສຽງເໜືອ ຂອງ​ນະຄອນ​ຫຼວງດາ​ມາສກັສ ຊຶ່ງ
​ເປັນ​ເມືອງ​ໃຫຍ່​ສຸດ ​ແລະກໍ​ເປັນ​ເມືອງທີ່​ມີ​ພົນລະ​ເມືອງອາໄສຢູ່ຫຼາຍທີ່ສຸດໃນ​ເຂດຄວບ​
ຄຸມ​ຂອງພວກ​ຕໍ່ຕ້ານ​ລັດຖະບານ​ໃນເຂດ​ກູຕາ ຕາເວັນອອກ.

ຄົນທີ່ເຫັນຢືນຢູ່ອ້ອມແອ້ມລົດສະພາກາແດງ ທີ່ເມືອງດູມາ ໃນເຂດກູຕາ ຂອງນະຄອນດາມາສກັສ ຊີເຣຍ ທີ 9 ມີນາ 2018.
ຄົນທີ່ເຫັນຢືນຢູ່ອ້ອມແອ້ມລົດສະພາກາແດງ ທີ່ເມືອງດູມາ ໃນເຂດກູຕາ ຂອງນະຄອນດາມາສກັສ ຊີເຣຍ ທີ 9 ມີນາ 2018.

ທ່ານ​ອາລີີ ອາລ-ຊາຕາ​ລີ ຜູ້​ປະສານ​ງານ​ດ້ານ​ມະນຸດສະທຳ​ສະຫະ​ປະຊາ​ຊາດ ​ໃນ​ຊີ
​ເຣຍກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ການ​ຍິງ​ປືນໃຫຍ່ໂຈມຕີແມ່ນ​ເປັນ​ການ​ລະ​ເມີດຕໍ່ “ການ​
ຄໍ້າ​ປະກັນ​ຄວາມ​ປອດ​ໄພ​ຈາ​ກທຸກ​ພັກ​ຝ່າຍ ຮວມທັງສະຫະພັນຣັດ​ເຊຍ​.” ການ​ໂຈມ​ຕີ​
ໄດ້​ເລີ້​ມຂຶ້ນ ​ໃນ​ຂະນະ​ທີ່​ຂະ​ບວນລົດ ແລ່ນໄປ ໃກ້ຈະຮອດ ເມືອງ​ດູ​ມາ ​ເພື່ອ​ນຳ​ສົ່ງ​ການ​
ຊ່ວຍ​ເຫຼືອ ແຕ່​ບໍ່​ສາມາດ​ຂົນລົງຈາກລົດໄດ້ ໃນວັນ​ຈັນຜ່ານມາ ​ຍ້ອນຄວາມ​ປອດ​ໄພ​ທີ່
ໄດ້ຊຸດໂຊມລົງ.

ທ່ານ​ເຊ​ອິດ ຣາອາດ ອາລ ຮຸສ​ເຊ​ນ ຂ້າ​ຫຼວງ​ໃຫຍ່ດ້ານສິດທິມະນຸດຂອງ​ສະຫະ​ປະຊາ
​ຊາດ ​ໄດ້​ຮຽກຮ້ອງ​ໃຫ້ນຳເອົາ​ຜູ້​ກະທຳ​ຄວາມ​ຜິດ ​ຢູ່​ໃນເຂດ​ກູຕາຕາເວັນອອກມາລົງ
ໂທດ ​ແລະໃຫ້​ທຳການ​ສືບສວນ ຢ່າງເປັນ​ອິດສະຫຼະ ​ເບິ່ງການລະເມີດຢຸດຍິງ ​ຫວ່າງ
​ມໍ່ໆ​ມາ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Syria Ghouta
please wait
Embed

No media source currently available

0:00 0:02:02 0:00

XS
SM
MD
LG