ກະຊວງຕ່າງປະເທດສະຫະລັດ ເວົ້າວ່າ ມີ 17 ປະເທດທີ່ເກືອບວ່າບໍ່ໄດ້ພາກັນປະຕິບັດຫຍັງເລີຍ ເພື່ອປາບປາມການລັກລອບຄ້າມະນຸດ ແລະອາດມີການສົມຮູ້ຮ່ວມຄິດກັນ ກໍ່ອາດຊະຍາກໍາແບບນັ້ນ.
ໃນລາຍງານປະຈໍາປີຂອງຕົນວ່າດ້ວຍການລັກລອບຄ້າມະນຸດນັ້ນ ກະຊວງຕ່າງປະເທດ
ສະຫະລັດໄດ້ເອີ້ນ 17 ປະເທດນັ້ນວ່າ ເປັນແຫຼ່ງທີ່ມາ ເປັນທາງຜ່ານ ຫຼືປາຍທາງຂອງ
ອາຊະຍາກໍານັ້ນ ເຊັ່ນ ຂ້າທາດ ຄ້າປະເວນີ ບັງຄັບໃຊ້ແຮງງານ ແລະເກນເອົາເດັກໄປ
ເປັນທະຫານ ເປັນຕົ້ນ.
ໃນພິທີນຳລາຍງານສະບັບນີ້ອອກເຜີຍແຜ່ນັ້ນ ທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີ
ຕ່າງປະເທດສະຫະລັດ ກ່າວວ່າ ທ່ານນາງຢາກຈະເອີ້ນການກໍ່ອາດຊະຍາກໍາແບບນີ້ ວ່າ
ຂ້າທາດສະໄໝໃໝ່ ແທນທີ່ຈະເອີ້ນວ່າ ການລັກລອບຄ້າມະນຸດ.
ທ່ານນາງຄລິນຕັນ ກ່າວວ່າ 27 ລ້ານຄົນໃນທົ່ວໂລກ ຕົກເປັນເຫຍື່ອຂອງຂ້າທາດສະໄໝໃໝ່.
ພາຍໃຕ້ກົດໝາຍສະຫະລັດແລ້ວ ປະເທດໃດທີ່ບໍ່ປະຕິບັດການປາບປາມການລັກລອບຄ້າມະນຸດຢ່າງມີປະສິດທິຜົນແລ້ວ ຈະຖືກລົງໂທດຫຼາຍປະ ການ ໂຮມທັງການຖືກຕັດການຊ່ວຍເຫຼືອທັງໝົດທີ່ບໍ່ແມ່ນດ້ານມະນຸດສະທໍາ. ນອກນີ້ແລ້ວ ສະຫະລັດກໍຈະຄັດຄ້ານ ການຊ່ວຍເຫຼືອທາງການເງິນຈາກທະນາຄານໂລກ ແລະກອງທຶນສາກົນ ຫຼື IMF ນັ້ນນໍາ.
17 ປະເທດ ທີ່ກະຊວງການຕ່າງປະເທດສະຫະລັດເອີ້ນວ່າ ເປັນພວກປະເທດ ທີ່ມີການລັກລອບຄ້າມະນຸດຮ້າຍແຮງທີ່ສຸດ ແມ່ນປະກອບດ້ວຍ Algeria, ສາທາລະນະລັດອາຟຣິກາກາງ ສາທາລະນະລັດປະຊາທິປະໄຕຄອງໂກ ຄິວບາ, Equatorial Guinea, Eritrea, Iran, ເກົາຫຼີເໜືອ, ຄູເວດ ລີເບຍ, ມາດາກັສກາ, ປາປົວ ນີວກີນີ, ຊາອູດິອາເຣເບຍ, ສຸຣິນາມ ຊີເຣຍ ເຢເມນ ແລະຊິມບັບເວ.