ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານວ່າດ້ວຍ ການນັບຖືສິດທິມະນຸດ ຂອງກຸ່ມ HRW


ເຄື່ອງໝາຍຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch
ເຄື່ອງໝາຍຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch

ບັນດາລັດຖະບານປະຊາທິປະ​ໄຕຂອງພວກປະເທດຕາເວັນຕົກ ກຳລັງປະສົບກັບຄວາມ ລົ້ມແຫຼວໃນການປະເຊີນກັບການລ່ວງລະເມີດສິດທິມະນຸດຢູ່ໃນທົ່ວໂລກ ອີງຕາມກຸ່ມປົກ ປ້ອງສິດທິມະນຸດນາໆຊາດ Human Rights Watch. ດັ່ງ​ທີ່ຜູ້ສື່ຂ່າວ VOA Selah Hennessy ລາຍງານມາຈາກກຸງລອນດອນນັ້ນ ລາຍງານປະຈຳປີ 2011 ຂອງກຸ່ມດັ່ງ ກ່າວເວົ້າວ່າ ບັນດາປະເທດທີ່ເປັນແຊມປ້ຽນ ຂອງລະບອບປະຊາທິປະໄຕ ບໍ່ໄດ້ລຸກຂຶ້ນ ຕ້ານຢັນ ກັບການລ່ວງລະເລີດ ຂອງພວກຜູ້ນຳຕ່າງໆໃນໂລກ

ທ່ານ Tom Porteous ຊຶ່ງເປັນຜູ້ອຳນວຍການຂອງກຸ່ມ
ປົກປ້ອງສິດທິມະນຸດ Human Rights Watch ປະຈຳ
ກຸງລອນດອນກ່າວວ່າບັນດາລັດຖະບານປະຊາທິປະໄຕຊຶ່ງ
ໂດຍທົ່ວໄປແລ້ວໃຫ້ການຊຸກຍູ້ສົ່ງ​ເສີມ​ການ​ນັບຖືສິດທິມະ
ນຸດນັ້ນບໍ່ໄດ້ທຳການກົດດັນຢ່າງພຽງພໍຕໍ່ລັດຖະບານຂອງ
ປະເທດຕ່າງໆ ບ່ອນທີ່ໄດ້ມີການລ່ວງລະເມີດສິດທິມະນຸດ
ຢ່າງຮ້າຍແຮງເກີດຂຶ້ນ.

ລາຍງານຂອງກຸ່ມດັ່ງກ່າວ ໄດ້ລະບຸຊື່ບຸກຄົນສຳຄັນໆຂອງ
ນາໆຊາດທີ່ລາຍງານເວົ້າວ່າ ໄດ້ປະສົບກັບຄວາມລົ້ມແຫຼວ
ໃນການປົກປ້ອງປະຊາທິປະໄຕເຊ່ນ ເລຂາທິການໃຫຍ່ອົງ
ການສະຫະປະຊາຊາດ ທ່ານ Ban Ki-moon, ຫົວໜ້າ
ນະໂຍການຕ່າງປະເທດຂອງສະຫະພາບຢູໂຣບ ທ່ານນາງ
Catherine Ashton ແລະປະທານາທິບໍດີສະຫະລັດ
ທ່ານ ບາຣັກໂອບາມາ.

ທ່ານ Porteous ກ່າວວ່າ ພວກທີ່ເຄີຍປົກປ້ອງການເຄົາລົບນັບຖືສິດທິມະນຸດມາແຕ່ໃດໆ
ນັ້ນ ກຳລັງ​ຜ່ອນຜັນທ່າ​ທີຂອງ​ຕົນ ​ແລະ​ສ່ວນ​ນຶ່ງ​ນັ້ນ​ແມ່ນ​ເປັນຍ້ອນລະບົບ​ແບບ​ແຜນ​ຂອງ​
ໂລກທີ່​ກໍາລັງມີ​ການ​ປ່ຽນ​ແປງໄປ ຊຶ່ງ​ທ່ານ​ຊີ້​ແຈງ​ວ່າ:

// ສຽງ //

ທ່ານ Porteous ​ເວົ້າວ່າ ​ເວລາ​ນີ້ພວກ​ເຮົາ​ກຳລັງ​ອາ​ໄສ​ຢູ່​ໃນ​ໂລກ​ທີ່​ມີຫຼາຍຂົ້ວບ່ອນ​ທີ່
ບັນດາ​ປະ​ເທດ​ປະຊາທິປະ​ໄຕ​ຕາ​ເວັນ​ຕົກ​ພວມ​ແລ​ເຫັນ​ວ່າ​ ອິດ​ທິ​ພົນ​ຂອງຕົນກຳລັງ​ເສື່ອ​ມ
ຖອຍລົງ​ຍ້ອນ​ເຫດຜົນ​ທາງ​ດ້ານ​ເສດຖະກິດແລະ​ການ​ເມືອງທໍ່​ນັ້ນ​ແຕ່​ນອກ​ນັ້ນ​ແລ້ວພວກ
ເຮົາ​ກໍ​ຍັງໄດ້​ເຫັນວ່າ ບັນດາ​ປະ​ເທດ​ປະຊາທິປະ​ໄຕ​ຕາ​ເວັນ​ຕົກ​ເອງ​ນັ້ນ ກໍ​ມີ​ການ​ພົວພັນ​
ກັບ​ການ​ລ່ວງ​ລະ​ເມີດ​ສິດທິ​ມະນຸດ ​ທີ່​ຮ້າຍ​ແຮງ​ຈຳນວນນຶ່ງໃນ​ໄລຍະຮອບ 10 ປີຜ່ານມາ​ ​
ແລະ​ເພາະສະ​ນັ້ນຄວາມ​ຖືກຕ້ອງຊອບ​ທຳ​ຕະຫຼອດທັງ​ຄວາມ​ເຊື່ອ​ໝັ້ນຂອງ​ບັນດາ​ປະ​ເທດ​
ເຫຼົ່ານີ້​ໃນ​ຖານະ​ຜູ້​ຊຸກຍູ້​ສະໜັບສະ​ໜຸນ​ສິດທິ​ມະນຸດ​ນັ້ນກໍ​ເສື່ອ​ມຖອຍ​ລົງ​ເຊັ່ນ​ດຽວ​ກັນ.

ທ່ານ​ກ່າວ​ວ່າ ​ໂຕ​ຢ່າ​ງ ມາດ​ຕະການ​ຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍ​ຢູ່​ໃນ​ສະຫະລັດ​ແລະໃນ​ທົ່ວ​
ທະວີບຢູ​ໂຣບ​ ໄດ້ນຳໄປ​ສູ່​ການ​ລ່ວງ​ລະ​ເມີດ​ສິດທິ​ມະນຸ​ດ.

ໃນ​ຢູ​ໂຣບນັ້ນ ທ່ານ​ເວົ້າວ່າ ການຈຳ​ແນ​ກກີດ​ກັນ​ຕໍ່​ພວກ​ຊົນ​ກຸ່ມ​ນ້ອຍ​ ພວມກາຍ​ເປັນ​ບັນ
ຫາທີ່​ເພີ່ມ​ທະວີ​ຂຶ້ນນັບ​ມື້.​ໃນ​ຮອບ​ປີຜ່ານມາ​ນີ້ບັນດາ​ປະ​ເທດໃນ​ຢູໂຣບຈຳນວນ​ນຶ່ງ​ໄດ້​ປາບ
ປາມ​ພວກ​ຊົນ​ເຜົ່າ Roma ຫຼືພວກ Gypsy ທີ່ບໍ່​ມີ ​ຢູ່​ເປັນຫຼັ​ກ​ແຫຼ່ງ ອັນເປັນ​ການ​ເຄື່ອນ
ໄຫວ ທີ່​ໄດ້​ຮັບ​ການ​ຕຳ​ໜິຕິຕຽນ​ຢ່າງ​ແຜ່ຫລາຍ ຈາກ​ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ.

ກຸ່ມ​ປົກ​ປ້​ອງສິດທິ​ມະນຸດ Human Rights Watch ​ໄດ້​ຈັດ​ເອົາ​ອີຣ່ານ ມຽນມາ ​ເກົາຫຼີ​
ເໜືອ ​ເຢ​ເມນ​ແລະ​ຊິ​ມບັບ​ເວ ເປັນລັດຖະບານ​ທີ່​ລ່ວງ​ລະ​ເມີດ​ສິດທິມະນຸດ​ຮ້າຍ​ແຮງ​ທີ່ສຸດ.

ທ່ານ Porteous ​ກ່າວ​ຕໍ່​ໄປວ່າ ຢູ່​ທີ່​ປະ​ເທດ​ຈີນ ກໍພວມ​ມີ​ການ​ລ່ວງ​ລະ​ເມີດ​ສິດທິ​ມະນຸດ​
ທີ່​ສຳຄັນໆ​ເກີດ​ຂຶ້ນ​ແຕ່​ບັນດາ​ປະ​ເທດ​ປະຊາທິປະ​ໄຕ​ຕາ​ເວັນ​ຕົກ​ກໍບໍ່​ໄດ້​ດໍາ​ເນີນ​ການ​ຢ່າງ​
ແຂງ​ຂັນ​ແຕ່​ຢ່າງ​ໃດໃນ​ການ​ຊຸກຍູ້​ໃຫ້​ມີ​ການ​ປ່ຽນ​ແປງ.

// ສຽງ //

ທ່ານ Porteous ກ່າວ​ວ່າ ສ່ວນ​ນຶ່ງ​ນັ້ນກໍ​ເປັນ​ຍ້ອນ​ວ່າ ຈີນ​ໄດ້​ກາຍ​ເປັນ​ປະ​ເທດທີ່​ມີ​ບົດ
ບາດ​ສຳຄັນ​ທາງ​ດ້ານ​ການ​ເມືອງ​ ແລະ​ເສດ​ຖະກິດ​ຂອງ​ໂລກ ແລະສໍາຄັນຫລາຍ​ຈົນກາຍ​
ເປັນ​ເລື່ອງ​ຂີ້ຂາດ​ຕາຂາວ​ຢ່າງ​ແທ້​ຈິງ​ໄປ​ແລ້ວ ​ສຳລັບປະ​ເທດ​ຕາ​ເວັນ​ຕົກທີ່​ຈະ​ປະ​ເຊີນ​ໜ້າ
ກັບ​ວິ​ກິດ​ການ​ດ້ານ​ສິດທິ​ມະນຸດ​ໃນ​ຈີນນັ້ນ.

ຢູ່​ອາ​ຟຣິການັ້ນ ທ່ານ Porteous ​ເວົ້າວ່າ ​ໃນ​ໄລຍະ​ສອງ​ສາມ​ປີຜ່ານມາ​ນີ້ປະ​ເທດຣວັນ
ດາ​ແລະ​ເອທິ​ໂອ​ເປຍ​ ​ແມ່ນ​ໄດ້​ມຸ່ງ​ໜ້າ​ໄປ​ສູ່​ການ​ກົດ​ຂີ່​ທາງ​ດ້ານ​ສິດທິມະນຸດ​ຫຼາຍຂຶ້ນ.

ແຕ່​ຍ້ອນ​ວ່າ ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ​ ມີ​ຄວາ​ມສຳພັນ​ຢ່າງ​ໃກ້ຊິດກັບປະ​ເທດທັງ​ສອງ
ດັ່ງນັ້ນພວກ​ເຂົາ​ເຈົ້າຈຶ່ງ​ເຮັດ​ບໍ່​ຮູ້ບໍ່​ເຫັນ​ກ່ຽວ​ກັບ​ເລື່ອງ​ນີ້ ຊຶ່ງ​ທ່ານ​ເວົ້າ ວ່າ ອາດ​ເປັນ​ຍ້ອນ
ການ​ລົງ​ທຶນ​ຈຳນວນມະຫາສານ​ໃນ​ການ​ໃຫ້​ຄວາມ​ຊ່ອຍ​ເຫຼືອດ້ານ​ການ​ພັດທະນາ​ແກ່​ປະ
ເທດ​ທັງ​ສອງ ບັນດາ​ປະ​ເທດ​ຕາ​ເວັນ​ຕົກ​ຈຶ່ງ​ມີຄວາມ​ລັງ​ເລ​ໃຈ​ໃນ​ການ​ທີ່​ຈະ​ປະ​ເຊີນ​ໜ້າກັບ
ຄວາມ​ຈິງ​ທີ່​ວ່າ ສະຖານະການ​ດ້ານ​ສິດທິ​ມະນຸດ​ ພວມ​ຊຸມ​ໂຊມ​ລົງ​ຢູ່​ໃນ​ປະ​ເທດ​ເຫຼົ່ານີ້.

ລາຍ​ງານ​ປະຈຳ​ປີ​ 2011 ນີ້ ​ແ​ມ່ນສະບັບທີ 21 ຂອງ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human
Rights Watch ກ່ຽວ​ກັບ​ສະຖານະ​ການ​ດ້ານ​ສິດທິ​ມະນຸດ​ຂອງ​ໂລກໃນ​ປີ 2010 ຜ່ານ​ມາ.

XS
SM
MD
LG