ກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວວ່າ
ການໂຈມຕີທາງອາກາດໂດຍບໍ່ມີເປົ້າໝາຍເຈາະຈົງຂອງລັດ
ຖະບານອີຣັກ ໃນຫົວເມືອງຕ່າງໆ ໄດ້ສັງຫານພວກພົນລະ
ເຮືອນຢ່າງໜ້ອຍ 75 ຄົນ ແລະບາດເຈັບຫຼາຍຮ້ອຍຄົນ ນັບ
ແຕ່ຕົ້ນເດືອນມິຖຸນາເປັນຕົ້ນມາ.
ກຸ່ມປົກປ້ອງສິດທິມະນຸດດັ່ງກ່າວ ກ່າວຢູ່ໃນລາຍງານສະບັບ
ໃໝ່ວ່າ ພວກກຳລັງຂອງອີຣັກໄດ້ຖິ້ມລະເບີດຖັງລົງໃສ່ເມືອງ
ຕ່າງໆ ໃນຂະນະທີ່ລັດຖະບານແບັກແດັດ ປະຕິເສດຕໍ່ການ
ໃຊ້ພວກອາວຸດທີ່ເປັນອັນຕະລາຍ ແລະສາມາດທຳລາຍຢ່າງ
ຮ້າຍແຮງເຫຼົ່ານີ້.
ຫົວເມືອງຕ່າງໆທີ່ຖືກໂຈມຕີ ແມ່ນຮວມທັງພວກຫົວເມືອງທີ່ຢູ່ພາຍໃຕ້ການຄວບຄຸມ
ຂອງພວກຫົວຮຸນແຮງ ຄືເມືອງ Fallujah, Mosul, ແລະເມືອງ Tikrit.
ກຸ່ມປົກປ້ອງສິດທິມະນຸດດັ່ງກ່າວ ຍັງເວົ້າຕື່ມວ່າ ການສູ້ລົບກັບພວກກະບົດທີ່ຊົ່ວຮ້າຍ
ກໍບໍ່ແມ່ນການມີໃບອະນຸຍາດໃຫ້ເຂັ່ນຂ້າພວກພົນລະ ເຮືອນໃນບ່ອນໃດກໍຕາມ ທີ່ທາງທະຫານຄຶດວ່າ ພວກຫົວຮຸນແຮງຈັດອາດຈະລີ້ຊ່ອນຢູ່ທີ່ນັ້ນ.
ກຸ່ມ Human Rights Watch ກ່າວວ່າ ພວກຜູ້ບັນຊາການທະຫານຂອງອີຣັກ ທີ່ສັ່ງ
ໃຫ້ໃຊ້ລະເບີດດັ່ງກ່າວຢູ່ໃນຂົງເຂດທີ່ປະຊາຊົນອາໄສ ຢູ່ຢ່າງໜາແໜ້ນນັ້ນ ແມ່ນໄດ້
ກໍ່ອາຊະຍະກຳສົງຄາມແລະຄວນຈະເປັນ ຜູ້ຮັບຜິດຊອບ.
ໃນວັນພຸດວານນີ້ ທີ່ນະຄອນຫຼວງແບັກແດັດ ສະພາອີຣັກ ໄດ້ເລື່ອນເວລາໃນການລົງມະ
ຕິເລືອກເອົາປະທານາທິບໍດີຄົນໃໝ່ຂອງລັດຖະບານທີ່ຄອງອຳນາດຮ່ວມກັນ ອອກໄປ
ອີກຢ່າງໜ້ອຍນຶ່ງມື້.