ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ​ປົກ​ປ້ອງສິດທິ​ມະນຸດ HRW ກ່າວຫາ ກຳລັງລັດຖະບານ ຊີເຣຍ ໃຊ້ອາວຸດເຄມີ


ສະມາຊິກປ້ອງກັນພົນລະເຮືອນຄົນນຶ່ງ ຫາຍໃຈຜ່ານທາງ ໜ້າກາກ oxygen ຫລັງຈາກພວກນັກກູ້ໄພ ສົງໄສວ່າ ເປັນແກັສພິດ.
ສະມາຊິກປ້ອງກັນພົນລະເຮືອນຄົນນຶ່ງ ຫາຍໃຈຜ່ານທາງ ໜ້າກາກ oxygen ຫລັງຈາກພວກນັກກູ້ໄພ ສົງໄສວ່າ ເປັນແກັສພິດ.

ກຸ່ມ​ປົກ​ປ້ອງສິດທິ​ມະນຸດ Human Rights Watch ຫລື HRW ​ໄດ້​ກ່າວ​ຫາ​ກຳລັງລັດ
ຖະບານ​ຊີ​ເຣຍວ່າ ​ໃຊ້​ອາວຸດ​ແກັສທໍາລາ​ຍປະສາດສີ່​ເທື່ອ ໃນ​ໄລຍະສອງ​ສາມ​ເດືອນ
ທີ່​ຜ່າ​ມານີ້ ຮວມທັງ​ການ​ໂຈມ​ຕີ​ດ້ວຍ​ອາວຸດເຄມີ ​ເມື່ອ​ວັນ​ທີ 4 ​ເມສາ ໃສ່​ເມືອງ Khan Sheikoun ທີ່​ເຮັດ​ໃຫ້​ເກືອ​ບ 100 ຄົນ​ເສຍ​ຊີວິດ.

ຢູ່​ໃນ​ລາຍ​ງານ ທີ່​ນຳ​ອອກ​ເຜີຍ​ແຜ່​ໃນວັນ​ຈັນ​ວານ​ນີ້ ກຸ່​ມປົກ​ປ້ອງສິດທິ​ມະນຸດ​ດັ່ງ ກ່າວ
ເວົ້າວ່າ ກຳລັງທີ່​ຈົງ​ຮັກ​ພັກດີ​ຕໍ່​ຜູ້ນຳ​ຊີ​ເຣຍ ທ່ານ Bashar al-Assad ຍັງ​ ໄ​ດ້ໃຊ້​ແກັສ
​ໂຈມ​ຕີ ​ໃນ​ເດືອນ​ທັນ​ວາ ປີ 2016 ​ແລະ​ເດືອນ​ມີນາ ປີ 2017.

ທ່ານ Kenneth Roth ຜູ້ອຳນວຍການ​ກຸ່ມ​ປົກ​ປ້ອງສິດທິມະນຸດ HRW ກ່າວ​ວ່າ “ການ​
ໃຊ້​ແກັສທຳລາຍ​ປະສາດ​ຂອງ​ລັດຖະບານ​ຫວ່າງ​ມໍ່ໆ​ມາ​ນີ້ ​ເຮັດ​ໃຫ້​ສະຖານະ​ການ ​ເພີ້​ມ
ທະ​ທະວີ​ຄວາມ​ຮ້າຍ​ແຮງຂຶ້ນ​ແລະ​ເປັນ​ພາກ​ສ່ວນນຶ່ງທີ່ສະ​ແດງ ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ. ​
ໃນ​ໄລຍະ​ຫົກ​ເດືອນ​ທີ່​ຜ່ານ​ມານີ້ ລັດຖະບານ​ໄດ້​ໃຊ້​ເຮືອ ບິນ​ລົບ ​ເຮ​ລິ​ຄອບ​ເຕີ້ ​ແລະ ​
ກຳລັງ​ພາກ​ພື້ນ​ດິນ ​ເພື່ອ​ທຳ​ການ​ໂຈມ​ຕີ​ດ້ວຍ​ແກັສ ພິດ chlorine ​ແລະ sarin ຢູ່​ທີ່​ນະ
ຄອນ Damacus, ​ເມືອງ Hama, Idlib ​ແລະ Aleppo​. ນັ້ນ​ແມ່ນເປັນ​ການ​ໃຊ້ອາວຸດ
​ເຄມີ ທີ່​ຂະຫຍາຍ​ວົງ​ກວ້າງ​ອອກ ​ແລະ​ຢ່າງ​ເປັນ​ລະບົບ.”

ລາ​ຍງານຂອງກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ HRW ຮຽກຮ້ອງ​ໃຫ້ ສະພາ​ຄວາມ​ໝັ້ນ ຄົງ​ສະ
ຫະ​ປະຊາ​ຊາດ ຮັບ​ຮ້ອງໃນທັນ​ທີ ​ເອົາມະຕິ​ທີ່ “ຮຽກຮ້ອງ​ໃຫ້​ທຸກ​ພັກ​ຝ່າຍ ​ຮ່ວມ​ມື​ຢ່າງ​
ເຕັມທີ່​ ກັບ​ຄະນະ​ສືບ​ສວນ ຈາກ​ອົງການ​ທີ່​ເກືອດຫ້າມ​ການ​ໃຊ້​ອາວຸດ​ເຄມີ ​ແລະ​ຮັບ
​ເອົາ​ການ​ລົງ​ໂທດ​ຕໍ່​ບຸກຄົນ​ໃດ​ກໍ​ຕາມ ທີ່​ຄະນະ​ສືບ​ສວນສະຫະ​ປະ ຊາ​ຊາດພົບ​ເຫັນ​ວ່າ
​ເປັນຜູ້​ຮັບຜິດຊອບ ຕໍ່​ສິ່ງ​ເຫລົ່າ​ນີ້ຫລື​ການ​ໂຈ​ມຕີ​ດ້ວຍອາວຸດ​ເຄມີທີ່​ຜ່ານ​ມາ​ໃນ​ຊີ​ເຣຍ.”

ຣັດ​ເຊຍ​ໄດ້ປະກາດ​ທີ່​ຈະຢັບ​ຢັ້ງຮ່າງ​ຍັດຕິ​ໃດໆກໍ​ຕາມ​ຂອງ​ສະຫະ​ປະຊາ​ຊາດ ທີ່​ຖິ້ມ​
ໂທດ​ໃສ່​ລັດຖະບານຊິີເຣຍ ກ່ຽວ​ກັບ​ການ​ໂຈ​ຕີ​ດ້ວຍອາວຸດ​ເຄມີ ​ຢູ່​ໃນ​ຊີ​ເຣຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG