ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

HRW ກ່າວວ່າ ​ການ​​ເພີ້ມຂຶ້ນ ຂອງລັດທິ ​​ສາມັນຊົນ ເປັນໄພຂົ່ມຂູ່ ຕໍ່ສິດທິພື້ນຖານ


ທ່ານ Kenneth Roth ຜູ້ອຳນວຍການ​ບໍລິຫານ ​ຂອງ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch.
ທ່ານ Kenneth Roth ຜູ້ອຳນວຍການ​ບໍລິຫານ ​ຂອງ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch.

ສິ່ງ​ນຶ່ງ​ທີ່​ເປັນ​ໄພ​ຂົ່ມຂູ່​ໃຫຍ່ສຸດ​ຕໍ່​ສິດທິ​ມະນຸດ​ໃນ​ປີ 2016 ​ແມ່ນ​ການເພີ້ມທະວີ ​ຂຶ້ນ​ຂອງ​ລັດທິ ​ທີ່​ໄດ້​ຮັບ​ການສະໜັບສະໜູນຈາກ​ຄົນ​ທຳ​ມະ​ດາ​ສາມັນ ອີງ​ຕາມ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ທີ່​ໄດ້​ເລີ້ມ​ລາຍ​ງານການ ​ເຄົາລົບນັບຖື​ສິດທິ​ມະນຸດ​ ​ປີ 2017 ໃນ​ວັນ​ພະຫັດວານ​ນີ້ ​ທີ່​ນະ​ຄອນ​ຫລວງ​ວໍ​ຊິງ​ຕັນ. ລາຍ​ງານ​ໄດ້​ກ່າວອ້າງ​ເຖິງ​ຄວາມ​ສັບສົນ ດ້ານ​ສິດທິ​ມະນຸດ ​ໃນ​ການ​ເລືອກ​ຕັ້ງ​ທີ່​ສຳຄັນ​ຢູ່​ໃນ​ສະຫະລັດ ​ແລະ​ຢູ່ໃນທົ່ວ​ໂລກ ພ້ອມ​ດ້ວຍ​ວິ​ກິດ​ການ​ອົບ​ພະຍົບ ​ແລະ​ການ​ປຸກລະດົມ​ຝູງຊົນ​ທີ່​ເພີ້ມທະວີ​ຂຶ້ນ.

HRW: Rise of Populists Poses a Dangerous Threat to Basic Rights Protection
please wait

No media source currently available

0:00 0:03:17 0:00

ລາຍ​ງານທີ່​ຍາວ 678 ໜ້າ ຊຶ່ງ​ເປັນສະບັບ​ທີ 27 ​ໄດ້​ທົບ​ທວນ​ການເຄົາລົບ​ນັບ ຖື​ສິດທິ​ມະນຸດ​ຢູ່​ໃນ​ຫຼາຍ​ກວ່າ 90 ປະ​ເທດ. ທ່ານ Kenneth Roth ຜູ້ອຳນວຍ ການ​ບໍລິຫານ ​ຂອງ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ກ່າວ​ວ່າ ນີ້​ເປັນ​ເວລາ​ທີ່​ໄດ້​ເກີດ​ບັນຫາ​ແບບແປກໆ ​ເພາະວ່າ​ການເພີ້ມທະວີ​ຂຶ້ນ​ຂອງ​ບັນດາ​ຜູ້ນຳທີ່ໄດ້​ຮັບ​ຄວາມ​ສະໜັບ ສະໜູນ​ຈາກຄົນ​ທຳ​ມະ​ດາ​ ​ແມ່ນ​ເປັນ​ໄພ​ຂົ່ມຂູ່​ພິ​ເສດຕໍ່ສິດທິ​ມະນຸດ.

ທ່ານນາງ Marine Le Pen ຜູ້ສະໝັກຂອງ ພັກຂວາຈັດ ແນວໂຮມແຫ່ງຊາດຝຣັ່ງ ກຳລັງກ່າວ ຕໍ່ບັນດານັກຂ່າວ.
ທ່ານນາງ Marine Le Pen ຜູ້ສະໝັກຂອງ ພັກຂວາຈັດ ແນວໂຮມແຫ່ງຊາດຝຣັ່ງ ກຳລັງກ່າວ ຕໍ່ບັນດານັກຂ່າວ.

ທ່ານ​ກ່າວ​ວ່າ “ນະ​ໂຍບາຍປົກ​ປ້ອງຄົນ​ພື້ນຖານ ຄວາມຢ້ານ​ກົວ ການ​ແບ່ງ​ແຍກ ​ເຊື້ອຊາດ​ຜິວ​ພັນ ຄວາມ​ຢ້ານກົວ​ຕໍ່​ສາສະໜາ​ອິສລາມແລະຄວາມ​ກຽດ​ຊັງ​ແມ່ຍິງ ຕ່າງ​ກໍ​ກຳລັງ​ເພີ້​ມ ຂຶ້ນ. ຖ້າ​ຫາກ​ນໍ້າສຽງ​ຂອງ​ຄວາມ​ບໍ່ໂຍະຍານ​ຜ່ອນຜັນ ​ໄດ້​ຮັບ​ໄຊຊະນະ​ແລ້ວ ​ໂລກ​ກໍຈະ​ສ່ຽງ​ຕໍ່​ການ​ເຂົ້າ​ສູ່​ຍຸກສະ​ໄໝ​ຂອງ​ຄວາມ​ມືດ​ມົນ.”

ທຸງເທີກີ ທີ່ມີຮູບປະທານາທິບໍດີ Tayyip Erdogan.
ທຸງເທີກີ ທີ່ມີຮູບປະທານາທິບໍດີ Tayyip Erdogan.

ທ່ານ Roth ກ່າວ​ວ່າ ການ​ໂຈມ​ຕີກໍ່ຄວາມ​ຮຸນ​ແຮງຂອງ​ພວກກໍ່​ການ​ຮ້າຍ ​ໄດ້​ພາ​ໃຫ້​ເກີດ ຄວາມ​ຢ້ານ​ກົວ ​ແລະ​ຄວາມສົງ​ໄສ ​ແລະ​ຍັງ​ພາ​ໃຫ້​ມີຄວາມ​ຮູ້ສຶກ​ເພີ້ມ ຂຶ້ນວ່າ ລັດຖະບານ ​ແລະ​ພວກ​ຊົນ​ຊັ້ນຜູ້ນຳ ບໍ່​ຫົວຊາຕໍ່ຄວາມ​ເປັນ​ຫ່ວງ​ກັງວົນ ຂອງ​ປະຊາຊົນ. ​ນີ້​ໄດ້​ກໍ່​ໃຫ້​ເກີດ​ສະພາບ​ແວດ​ລ້ອ​ມຂອງ​ຄວາມ​ບໍ່ພໍ​ໃຈ ​ຊຶ່ງບັນດາ​ນັກການ​ເມືອງ​ບາງ​ຄົນ ພາກັນສ້າງ​ຮັ່ງ ຄູນມີ​ແລະ​ແມ່ນກະ​ທັງ​ມີອຳນາດ​ເພີ້ມຂຶ້ນ.

ພວກນັກສຶກສາປະທ້ວງຕ້ານ ປະທານາທິບໍດີ Nicolas Maduro ໃນນະຄອນ Caracas ປະເທດ Venezuela.
ພວກນັກສຶກສາປະທ້ວງຕ້ານ ປະທານາທິບໍດີ Nicolas Maduro ໃນນະຄອນ Caracas ປະເທດ Venezuela.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG