ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມ​ປົກ​ປ້ອງສິດທິມະນຸດ ຮຽກ​ຮ້ອງ​ໃຫ້ມີ​ການ​ສືບ​ສວນ ການ​ຕາຍ​ຂອງ​ນັກ​ເຄື່ອ​ນ​ໄຫວ ​ທີ່​ມີ​ຊື່​ສຽງ​ຂອງ​ລາວ ຢູ່​ໃນ​ໄທ


​ແຜນ​ທີ່​ຂອງ​ປະ​ເທດ​ລາວ ແລະ​ນະ​ຄອນ​ຫລວງວຽງ​ຈັນ
​ແຜນ​ທີ່​ຂອງ​ປະ​ເທດ​ລາວ ແລະ​ນະ​ຄອນ​ຫລວງວຽງ​ຈັນ

ກຸ່ມ​ປົກ​ປ້ອງສິດທິມະນຸດ Human Rights Watch ຫຼື HRW ຮຽກຮ້ອງໃຫ້ມີການສືບສວນກ່ຽວກັບການເສຍຊີວິດ ຂອງນັກເຄື່ອນໄຫວທາງການເມືອງລາວຄົນນຶ່ງ ທີ່ອາໄສຢູ່ໃນປະເທດໄທ.

ກຸ່ມດັ່ງກ່າວເວົ້າວ່າ ສົບຂອງທ້າວບຸນສວນ ກິຕິຍາໂນ ຖືກພົບເຫັນໃນມື້ວັນທີ 17 ພຶດ ສະພາ ຢູ່ໃນປ່າແຫ່ງນຶ່ງ ທາງພາກຕາເວັນອອກສຽງເໜືອຂອງໄທ ໃກ້ກັບຊາຍແດນ ລາວ. ການສືບສວນເບື້ອງຕົ້ນຂອງຕໍາຫຼວດ ຊີ້ໃຫ້ເຫັນວ່າ ທ້າວ​ບຸນ​ສວນ ຖືກຍິງໃນ ຂະນະທີ່ລາວຂີ່ລົດໄປຄົນດຽວ.

ທ້າວບຸນສວນ ອາຍຸ 56 ປີ ເຄີຍເປັນອະດີດສະມາຊິກ ຂອງກຸ່ມລາວເສຣີ ທີ່ພົວພັນ ກັບການປະທ້ວງຫລາຍຄັ້ງ ຢູ່ຕໍ່ໜ້າສະຖານທູດລາວທີ່ບາງກອກ ເພື່ອຮຽກຮ້ອງໃຫ້ ນັບຖືສິດທິມະນຸດ ແລະ ເສຣີພາບຂັ້ນພື້ນຖານ.​ ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ HRW ກ່າວ​ວ່າ ລາວ​ໄດ້​ຮັບ​ການ​ຮັບ​ຮູ້​ວ່າ​ເປັນ​ອົບ​ພະ​ຍົບ ​ໂດຍ​ອົງການ​ອົບ​ພະຍົບຂອງ​ສະຫະ​ປະຊາ​ຊາດ.

"ການສັງຫານຢ່າງເລືອດເຢັນຕໍ່ນັກເຄື່ອນໄຫວທາງການເມືອງຂອງລາວພັດ​ຖິ່ນທີ່ມີຊື່ສຽງຄົນນຶ່ງ ຮຽກຮ້ອງໃຫ້ມີຄຳຕອບໃນທັນທີຈາກເຈົ້າໜ້າທີ່ໄທ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານແອ​ເລນ ເພຍ​ສັນ (Elaine Pearson), ຜູ້ອຳນວຍການຝ່າຍເອເຊຍ ຂອງກຸ່ມ ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ HRW ກ່າວໃນຖະແຫຼງການສະ​ບັບ​ນຶ່ງ ໃນວັນພຸດມື້ນີ້.

​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ HRW ກ່າວ​ວ່າ ໄທ “ບໍ່​ໄດ້ໃຫ້​ການ​ປ້ອງ​ກັນ ຫຼື ຮັບ​ມື​ຢ່າງ​ພຽງ​ພໍ​ກັບການ​ໂຈມ​ຕີ ​ຕໍ່​ນັກ​ວິ​ຈານ​ທາງ​ການ​ເມືອງ​ຂອງ​ລັດ​ຖະ​ບານປະ​ເທດ​ເພື່ອນ​ບ້ານ​ລາວ, ກຳ​ປູ​ເຈຍ, ຫວຽດ​ນາມ ແລະ ມຽນ​ມາ ​ທີ່ທຳ​ການ​ກົດ​ຂີ່ ​ມາ​ໂດຍ​ຕະ​ຫລອດ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG